Home ຂ່າວພາຍໃນ ລະດູຝົນ ພ້ອມກັນສືບຕໍ່ປ້ອງກັນພະຍາດໄຂ້ຍຸງລາຍ

ລະດູຝົນ ພ້ອມກັນສືບຕໍ່ປ້ອງກັນພະຍາດໄຂ້ຍຸງລາຍ

0

ພັກ-ລັດຖະບານ ກໍຄືກະຊວງສາທາລະນະສຸກ ຍາມໃດກໍເປັນຫ່ວງເປັນໃຍຕໍ່ສຸຂະພາບຂອງປະຊາຊົນ ໂດຍສະເພາະການເຝົ້າລະວັງພະຍາດຕາມລະດູການ ຊຶ່ງເຫັນໄດ້ໃນປັດຈຸບັນແມ່ນການລະບາດຂອງພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ແລະ ພະຍາດດັ່ງກ່າວຍັງມັກເກີດຂຶ້ນຫຼາຍໃນລະດູຝົນ ລະຫວ່າງເດືອນມິຖຸນາ ຫາ ເດືອນກັນຍາ. ສະນັ້ນ, ທຸກພາກສ່ວນໃນສັງຄົມຕ້ອງສືບຕໍ່ເອົາໃຈໃສ່ປ້ອງກັນ, ມີສະຕິເຝົ້າລະວັງ, ທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ແລະ ທີ່ສຳຄັນ ຄວນປະຕິບັດຫຼັກການ 5 ປ ທີ່ ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ. ເພື່ອບໍ່ໃຫ້ເປັນພະຍາດໄຂ້ຍຸງລາຍ ແລະ ເຖິງຂັ້ນເສຍຊີວິດ.

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ວ່າ: ທົ່ວປະເທດ ມາຮອດ ວັນທີ 10 ກໍລະກົດ 2023 ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 9.714 ຄົນ, ເສຍຊີວິດສະສົມ 5 ຄົນ, ຕິດເຊື້ອໃໝ່ 311 ຄົນ, ບໍ່ມີຜູ້ເສຍຊີວິດໃໝ່ ແລະ ແຂວງທີ່ຕິດເຊື້ອພະຍາດໄຂ້ຍຸງຫຼາຍກວ່າໝູ່ ແມ່ນ ແຂວງອຸດົມໄຊ 2.183 ຄົນ, ແຂວງຄຳມ່ວນ 1.622 ຄົນ, ນະຄອນຫຼວງວຽງຈັນ 685 ຄົນ ແລະ ແຂວງອື່ນໆ ຕາມລໍາດັບ.

ອີງຕາມການລາຍງານຂອງກະຊວງສາທາລະນະສຸກ: ອາການຂອງພະຍາດໄຂ້ຍຸງລາຍມີ 3 ປະເພດຄື: ໄຂ້ຍຸງລາຍບໍ່ມີອາການເຕືອນ, ໄຂ້ຍຸງລາຍມີອາການເຕືອນ ແລະ ໄຂ້ຍຸງລາຍຮ້າຍແຮງ, ສໍາລັບໄຂ້ຍຸງລາຍບໍ່ມີອາການເຕືອນຈະມີອາການຄື: ຄ້າຍຄືໄຂ້ຫວັດ ແລະ ມີອາການໄຂ້ປະມານ 2-7 ມື້ ຕາມປົກກະຕິແລ້ວຈະສະແດງອາການພາຍຫຼັງຍຸງກັດ 4-10 ມື້, ຈະມີໄຂ້ສູງ, ເຈັບຫົວ, ເຈັບກະໂບງຕາ, ປວດຮາກ, ຮາກ, ໜ້າຕາແດງ, ຕ່ອມນ້ຳເຫຼືອງໃຫຍ່, ປວດຕາມຂໍ້, ກະດູກ, ກ້າມຊີ້ນ ແລະ ມີຕຸ່ມຕາມຕົນໂຕ, ສຳລັບໄຂ້ຍຸງມີອາການເຕືອນ: ຈະມີອາການເຈັບທ້ອງ, ທ້ອງເບັງ, ຮາກຕະຫຼອດ, ມີອາການອັ່ງນໍ້າ, ເລືອດອອກຕາມເຫຍື່ອເມືອກ, ງ້ວງຊຶມ, ເມື່ອຍແຮງ ແລະ ໄຂ້ຍຸງລາຍຮ້າຍແຮງແມ່ນໄລຍະອັນຕະລາຍໄຂ້ສູງ ລະຫວ່າງ 3-7 ມື້ ແລະ ອາການໄຂ້ຈະຫຼຸດເຊົາລົງ ແຕ່ກໍຍັງຕ້ອງຕິດຕາມອາການເຊັ່ນ: ຫາຍໃຈໄວ, ມີອາການເຈັບທ້ອງຮຸນແຮງ, ຮາກຫຼາຍເທື່ອຕໍ່ເນື່ອງ, ອິດເມືອຍ, ເລືອດເຟັນແຂ້ວອອກ, ເຈັບໜ້າເອິກ ແລະ ອາການອື່ນໆ.

ປັດຈຸບັນຢູ່ ສປປ ລາວ ຍັງບໍ່ມີວັກຊິນ ຫຼື ຢາປິ່ນປົວພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກສະເພາະ. ສະນັ້ນ, ຖ້າທ່ານສົງໄສວ່າເປັນພະຍາດໄຂ້ຍຸງລາຍ ຄວນໄປພົບແພດໝໍທັນທີບໍ່ຄວນຊື້ຢາມາກິນເອງ, ຄວນໄປພົບແພດໝໍໃກ້ບ້ານທ່ານບໍ່ວ່າຈະເປັນໂຮງໝໍເມືອງ, ໂຮງໝໍແຂວງ, ໂຮງໝໍສູນກາງ ແລະ ສຸກສາລາ ເພື່ອຈະໄດ້ປິ່ນປົວໃຫ້ທັນເວລາ ແລະ ກິນຢາຕາມແພດໝໍສັ່ງ ແລະ ທີ່ສຳຄັນ ນັ້ນ ເມື່ອຮູ້ວ່າເປັນໄຂ້ຍຸງລາຍແລ້ວຄວນນອນພັກຜ່ອນໃຫ້ພຽງພໍ, ດື່ມນໍ້າໃຫ້ຫຼາຍ ແລະ ກິນຢາປາລາເຊຕາໂມນ ເພື່ອຫຼຸດຜ່ອນອາການໄຂ້ ແລະ ເຈັບປວດກ້າມຊີ້ນ.

ໂດຍ: ວັນເພັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version