Home ຂ່າວການເມືອງ ເປີດຮຽນທິດສະດີການເມືອງລະບົບຂັ້ນຕົ້ນຮຸຸນທີ I ສົກປີ 2023

ເປີດຮຽນທິດສະດີການເມືອງລະບົບຂັ້ນຕົ້ນຮຸຸນທີ I ສົກປີ 2023

0

ພິທີເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງລະບົບຂັ້ນຕົ້ນ ຮຸ່ນທີ I ສົກປີ 2023 ຈັດຂຶ້ນໃນວັນທີ 11 ກໍລະກົດ ນີ້ ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງແຂວງຄຳມ່ວນໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມໃຈ ພານີຈັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີ ທ່ານ ແກ້ວວັນໄຊ ສຸກແສນທອງ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ ພ້ອມຄະນະ, ບັນດາພະແນກການອ້ອມຂ້າງແຂວງ ແລະ ພະນັກງານຄູ-ອາ ຈານ ຕະຫຼອດຮອດນັກສຶກສາ ເຂົ້າຮ່ວມ.

ຊຸດຮຽນທິດສະດີການເມືອງ ແລະ ການປົກຄອງລະບົບຂັ້ນຕົ້ນຮຸ່ນທີ I ປະກອບມີຈໍານວນນັກສຶກສາຈາກບັນດາພະແນກການອ້ອມຂ້າງແຂວງ, ກໍາລັງປະກອບອາວຸດ, ບັນດາເມືອງເຂົ້າຮຽນຈໍານວນທັງ ໝົດ 60 ທ່ານ ຍິງ 17 ທ່ານ, ໂດຍປະຕິບັດຕາມຫຼັກສູດການຮຽນ-ການສອນ ທິດສະດີການເມືອງຂັ້ນຕົ້ນໄລຍະ 3 ເດືອນ ຫຼື 90 ວັນ, ລວມມີທັງໝົດ 420 ຊົ່ວໂມງ, ປະກອບມີ: ກຸ່ມວິຊາປັດຊະຍາມາກ-ເລນິນ. ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ, ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ, ການເມືອງວິທະຍາ, ສັງຄົມສາດ; ແນວຄິດ ໄກສອນ ພົມວິຫານ, ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ, ທິດສະດີລັດ ແລະ ກົດໝາຍ, ເຕັກນິກບໍລິຫານ; ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ; ກຸ່ມວິຊາບັງຄັບ ແລະ ຫົວຂໍ້ລາຍງານເພີ່ມ ແລະ ການຂຽນບົດລາຍງານຈົບຂັ້ນ.

ເພື່ອແນໃສ່ເຮັດໃຫ້ການຮຽນ-ການສອນ ດໍາເນີນໄປຕາມລະບຽບຫຼັກການ ແລະ ມີປະສິດທິຜົນ ທ່ານ ສົມໃຈ ພານີຈັນ ຍັງໄດ້ມີຄໍາເຫັນ ແລະ ເນັ້ນໜັກໃຫ້ຄະນະນໍາໂຮງຮຽນ ສືບຕໍ່ເອົາໃຈໃສ່ ຊີ້ນໍາໆ ພາ ເຮັດໜ້າທີ່ວິຊາສະເພາະຂອງຕົນໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ສ່ວນນັກສຶກສາແມ່ນເອົາໃຈໃສ່ເພີ່ມທະວີບົດບາດ ແລະ ຄວາມສາມາດຂອງຕົນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຄົ້ນຄວ້າສຶກສາຮໍ່າຮຽນ, ປະຕິບັດລະບຽບການຮຽນ-ການສອນ ກໍຄືໂຄງການຫຼັກສູດທີ່ໄດ້ວາງອອກດ້ວຍຄວາມເປັນເຈົ້າການ ເຮັດໃຫ້ບັ້ນສຶກສາຄັ້ງນີ້ດໍາເນີນໄປດ້ວຍຜົນສໍາເລັດມີປະສິດທິພາບ, ປະສິດທິຜົນ ເພື່ອຈະໄດ້ກາຍເປັນພະນັກງານສືບທອດທີ່ດີຂອງປະເທດຊາດໃນອະນາຄົດ.

(ຂ່າວ-ພາບ: ມະນີວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version