Home ຂ່າວພາຍໃນ ຊົນນະບູລີ ໄດ້ຮັບໂທລະໂຄ່ງຈຳນວນ 14 ຊຸດ

ຊົນນະບູລີ ໄດ້ຮັບໂທລະໂຄ່ງຈຳນວນ 14 ຊຸດ

0

ເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບໂທລະໂຄ່ງ ຈຳນວນ 14 ຊຸດ ໃນໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງ ເພື່ອແຈກຢາຍໃຫ້ແກ່ 13 ບ້ານເປົ້າໝາຍ ແລະ 1 ຫ້ອງການຂອງເມືອງປະກອບມີ: ບ້ານໂນນຄູ້, ບ້ານນາໜອງຜໍາ, ບ້ານກອງປະທຸມວັນ, ບ້ານທ່າຄໍາ ເຫຼື້ອມ, ບ້ານດອນຍາໂນງ, ບ້ານນະໂນນ, ບ້ານໂພໄຊຄູນ, ບ້ານບຶງຊ້າງ, ບ້ານອາຫໍ, ບ້ານເຊວັນ, ບ້ານໄຊວົງ ທິລາດ, ບ້ານລໍາທວາຍ ແລະ ຫ້ອງການ ຖວທ ເມືອງ ເພື່ອເຮັດໃຫ້ຈໍານວນບ້ານທີ່ໄດ້ນໍາໃຊ້ໂທລະໂຄ່ງເພີ່ມ ຂຶ້ນກວມເຖິງ 80% ຂອງຈໍານວນບ້ານໃນທົ່ວເມືອງ. ໃຫ້ກຽດມອບໂດຍທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະ ແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງ, ກ່າວຮັບໂດຍທ່ານນາງ ຄອນສະຫວັນ ແກ້ວດວງດີ ຮອງ​ເລ​ຂາ​ພັກ​ເມືອງ ປະທານກວດກາພັກ-ລັດເມືອງ, ມີຫົວໜ້າຫ້ອງການ ຖວທ ເມືອງ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການມອບ-ຮັບຄັ້ງນີ້, ເພື່ອເປັນການຂະຫຍາຍຕາໜ່າງໂທລະໂຄ່ງໃນຂອບເຂດເມືອງ ເພື່ອໂຄສະນາ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ເຜີຍແຜ່ຂໍ້ມູນຂ່າວ ສານ, ແຈ້ງການກ່ຽວກັບສະພາບການຕ່າງໆເພື່ອໃຫ້ປະຊາຊົນໄດ້ມີສະຕິລະວັງຕົວ ແລະ ກຽມພ້ອມຮັບມືໄດ້ ທັນເວລາ.

ຂ່າວ-ພາບ: ເມືອງຊົນນະບູລີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version