Home ຂ່າວພາຍໃນ ຫົງສາ ອົບຮົມການນໍາໃຊ້ເຄື່ອງມືການຂຶ້ນທະບຽນແຮງງານລາວ ແລະ ແຮງງານຕ່າງປະເທດ

ຫົງສາ ອົບຮົມການນໍາໃຊ້ເຄື່ອງມືການຂຶ້ນທະບຽນແຮງງານລາວ ແລະ ແຮງງານຕ່າງປະເທດ

0

ໃນວັນທີ 11 ກໍລະກົດ ນີ້ ທີ່ຫ້ອງປະຊຸມຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ຈັດຊຸດອົບຮົມ ການນໍາໃຊ້ເຄື່ອງມືການຂຶ້ນທະບຽນແຮງງານລາວ ແລະ ແຮງງານຕ່າງປະເທດຜ່ານລະບົບ Application ໃຫ້ບັນດາຫົວໜ່ວຍແຮງງານ ຊຸດທີ II ຈໍານວນ 29 ຫົວໜ່ວຍ ພາຍໃນເມືອງຫົງສາ ແຂວງໄຊຍະບູລີ. ໂດຍການເປັນປະທານຂອງ ທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງຫົງສາ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ມີທ່ານ ສົມພານ ສີວິໄລທອງ ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ, ມີຄະນະຮັບຜິດຊອບຂຶ້ນທະບຽນຂັ້ນເມືອງ ແລະ ສໍາມະນາກອນເຂົ້າຮ່ວມ.

ທ່ານ ພົມມາ ພົມມະຫານ ກ່າວວ່າ: ເພື່ອເຮັດໃຫ້ສໍາມະນາກອນໄດ້ຮຽນຮູ້ລະບົບການຂຶ້ນທະບຽນແຮງງານລາວ ແລະ ແຮງງານຕ່າງປະເທດ ໃນການເກັບກໍາຂໍ້ມູນກ່ຽວກັບຊື່, ນາມສະກຸນ, ຕໍາແໜ່ງ ແລະ ເງິນ ເດືອນຂອງຜູ້ອອກແຮງງານ ເຂົ້າສູ່ລະບົບເພື່ອເຊື່ອມກັບຂໍ້ມູນຂ່າວສານຕະຫຼາດແຮງງານ (LMIS) ແລະ ຖານຄຸ້ມຄອງລາຍຮັບຂອງຂະແໜງການເງິນສ່ວຍສາອາກອນ TAXRIS ທີ່ເປັນການສ້າງລາຍຮັບໃໝ່ຢູ່ພາຍໃນເມືອງໃຫ້ນັບມື້ກວ້າງອອກ. ພ້ອມນັ້ນບັນດາຂໍ້ມູນເຫຼົ່ານີ້ຍັງເປັນບ່ອນອີງໃຫ້ແກ່ການລົງຕິດຕາມການເຄື່ອນ ໄຫວຂອງຕະຫຼາດແຮງງານຢູ່ໃນເມືອງຫົງສາ ເພື່ອຄົ້ນຄວ້າແກ້ໄຂບັນຫາການວ່າງງານ, ການຂາດແຄນແຮງງານ ແລະ ການພັດທະນາສີມືແຮງງານໃຫ້ມີຄວາມສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ, ທັງເປັນການສະໜອງຂໍ້ມູນຄັງເງິນເດືອນຂອງຜູ້ອອກແຮງງານລາວ ແລະ ແຮງງານຕ່າງປະເທດ ໃນການເກັບອາກອນລາຍໄດ້ຂອງຜູ້ອອກແຮງານຕາມກົດໝາຍ ແລະ ລະບຽບການ.

ຊຸດອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ການນໍາໃຊ້ເຄື່ອງມືລົງທະບຽນຜ່ານລະບົບໂທລະສັບມືຖື ແລະ ເວັບໄຊ LMI, ການຈັດແບ່ງກຸ່ມລົງທົດລອງການປະຕິບັດຕົວຈິງຢູ່ຫົວໜ່ວຍແຮງງານ ພ້ອມທັງເຊັນບົດບັນທຶກຮ່ວມກັນລະຫວ່າງຄະນະຮັບຜິດຊອບຂັ້ນເມືອງກັບຫົວໜ່ວຍແຮງງານ.

ຂ່າວ-ພາບ: ບຸນປອນ ສຸກສົມບັດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version