Home ທຸລະກິດ ການພັດທະນາເສດຖະກິດ-ສັງຄົມ ໄລຍະກາງສະໄໝ ເມືອງຮ້ຽມ ມີການຂະຫຍາຍຕົວ

ການພັດທະນາເສດຖະກິດ-ສັງຄົມ ໄລຍະກາງສະໄໝ ເມືອງຮ້ຽມ ມີການຂະຫຍາຍຕົວ

0

ເມືອງຮ້ຽມ ເປັນໜຶ່ງ ໃນ 10 ເມືອງ ທີ່ຂຶ້ນກັບແຂວງຫົວພັນ ຕັ້ງຢູ່ທິດຕາເວັນຕົກ ຫ່າງໄກຈາກເທດສະບານແຂວງ 150 ກິໂລແມັດ. ທິດຕາເວັນອອກ ຕິດກັບເມືອງຫົວເມືອງ, ເມືອງຄຳ ແຂວງຊຽງຂວາງ, ທິດຕາເວັນຕົກຕິດກັບເມືອງວຽງຄຳ ແຂວງຫຼວງພະບາງ, ທິດເໜືອຕິດກັບເມືອງຊ່ອນ ແລະທິດໃຕ້ຕິດກັບເມືອງພູກູດ ແຂວງຊຽງຂວາງ ແລະ ເມືອງໂພນໄຊ ແຂວງຫຼວງພະບາງ. ທົ່ວເມືອງມີເນື້ອທີ່ປະມານ 139.909 ເຮັກຕາ ຫຼື 1.399,09 ກິໂລຕາແມັດ. ໃນນີ້: ມີເນື້ອທີ່ປ່າໄມ້ 100.774,34 ເຮັກຕາ, ມີ 35 ບ້ານ, ມີິພົນລະເມືອງລວມ 12.966 ຄົນ ຍິງ 6.407 ຄົນ, ມີ 2.510 ຄົວເຮືອນ; ໃນນີ້ມີ: ເຜົ່າລາວມີ 5.383 ຄົນ ຍິງ 2.662 ຄົນ, ເຜົ່າໄຕ 778 ຄົນ ຍິງ 390 ຄົນ, ເຜົ່າກຶມມຸ 6.269 ຄົນ ຍິງ 3.102 ຄົນ, ເຜົ່າມົ້ງ 487 ຄົນ ຍິງ 230 ຄົນ, ເຜົ່າຜ້ອງ 7 ຄົນ ຍິງ 4 ຄົນ, ເຜົ່າອີ້ວມຽນ 9 ຄົນ ຍິງ 4 ຄົນ, ເຜົ່າຫໍໍ້ 3 ຄົນ ຍິງ 1 ຄົນ ແລະ ຄົນຕ່າງປະເທດ 30 ຄົນ ຍິງ 14 ຄົນ.

ການດຳລົງຊີວິດຂອງປະຊາກອນ ແມ່ນຖືເອົາດ້ານກະສິກຳເປັນຕົ້ນຕໍ ເຊັ່ນ: ປູກຝັງ ແລະ ລ້ຽງສັດຕາມເຕັກນິກແບບທຳມະຊາດ ແລະ ເຄິ່ງທຳມະຊາດ; ເມືອງຮ້ຽມອຸດົມສົມບູນດ້ວຍຊັບພະຍາກອນ ທຳມະຊາດມີດິນດໍານໍ້າຊຸ່ມ ແລະ ມີພື້ນທີ່ເໝາະແກ່ການປູກຝັງ ແລະ ລ້ຽງສັດ ຊຶ່ງເປັນເງື່ອນໄຂເອື້ອອໍານວຍຄວາມສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງ. ເພື່ອສ້າງເສດຖະກິດນັບມື້ນັບຂະຫຍາຍຕົວຕາມທິດສັງຄົມນິຍົມເທື່ອລະກ້າວ ດັ່ງຄໍາເວົ້າ ຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: ເສັ້ນທາງຂ້າມຜ່ານກ້າວຂຶ້ນສັງຄົມນິຍົມຂອງປະເທດເຮົາ ແມ່ນເລີ່ມຈາກເສດຖະກິດທຳມະຊາດ ຂຶ້ນສູ່ເສດຖະກິດສິນຄ້າ ທີ່ຂະຫຍາຍຕົວຢ່າງມີແຜນການ. ພັກປະຊາຊົນ ປະຕິວັດລາວ ກໍໄດ້ເວົ້າວ່າ: “ພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມສົມດຸນ ລະຫວ່າງ ການພັດທະນາເສດຖະກິດ-ສັງຄົມ ແລະສິ່ງແວດລ້ອມ, ສືບຕໍ່ຈັດຕັ້ງຜັນຂະຫຍາຍຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ແລະ ປະຕິບັດເປົ້າ ໝາຍການພັດທະນາແບບຍືນຍົງ 2030 ໃຫ້ມີປະສິດທິຜົນສູງ.

ຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກເມືອງຮ້ຽມ ໃນໄລຍະຜ່ານມາ ພາຍໃຕ້ແນວທາງນະໂຍບາຍຂອງພັກ-ລັດ ສາມາດຍາດໄດ້ຜົນງານທີ່ສຳຄັນໃນຫຼາຍດ້ານ ຊຶ່ງສະແດງອອກ ຄື:

ການຂະຫຍາຍຕົວເສດຖະກິດ ຢູ່ໃນລະດັບ 7%/ປີ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະກາງສະໄໝ (2020-2022) ສາມາດປະຕິບັດໄດ້ ຢູ່ໃນລະດັບ 6,86%, ມີລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 214,29 ຕື້ກີບ ຊຶ່ງມີຄ່າສະເລ່ຍ 85,71 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ 6.600.000 ກີບ/ຄົນ/ປີ, ດ້ວຍອັດຕາແລກປ່ຽນ 17.232ກີບ/ໂດລາ, ເທົ່າກັບ 385 ໂລດາ/ຄົນ/ປີ, ໃນນັ້ນ: ຂົງເຂດກະສິກຳກວມ 65,72%, ເປັນມູນຄ່າ 140.820 ລ້ານກວ່າກີບ, ອຸດສາຫະກຳ ກວມເອົາ 3,61%, ເປັນມູນຄ່າ 7.730 ລ້ານກວ່າກີບ ແລະ ຂົງເຂດບໍລິການ ກວມເອົາ 30,68%, ເປັນມູນຄ່າ 65.730 ລ້ານກວ່າກີບ ຊຶ່ງລາຍລະອຽດ ຄືດັ່ງນີ້:

ໜຶ່ງ, ສະພາບການຈັດຕັ້ງປະຕິບັດການລົງທຶນ: ການຈັດຕັ້ງປະຕິບັດການລົງທຶນໄດ້ 11 ໂຄງການ, ເປັນມູນຄ່າ 13.109 ລ້ານກວ່າກີບ, ໃນນີ້: ໂຄງການທີ່ນອນໃນແຜນມີ 5 ໂຄງການ, ລວມມູນຄ່າ 1.971 ລ້ານກວ່າກີບ, ກວມ 8,16% ຂອງແຜນການ 5 ປີ. ບໍ່ນອນໃນແຜນ 1 ໂຄງການ, ເປັນມູນຄ່າ 835 ລ້ານກີບ; ໂຄງການລົງທຶນຂອງລັດໃນຮ່ວງໄພພິບັດ 3 ໂຄງການ, ເປັນມູນຄ່າ 10.303 ລ້ານກວ່າກີບ, ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ມີ 2 ໂຄງການ, ເປັນມູນຄ່າ 958 ລ້ານກວ່າກີບ ແລະ ທຶນພາກເອກະຊົນມີ 9 ໂຄງການ, ໃນນີ້ໂຄງການພັດທະນາແຫຼ່ງທ່ອງທ່ຽວມີມູນຄ່າ 15 ລ້ານໂດລາ.

ສອງ, ວຽກງານກະສິກຳ ແລະ ປ່າໄມ້: ທົ່ວເມືອງມີເນື້ອທີ່ປູກຝັງ 5.248 ເຮັກຕາ, ຜະລິດໄດ້ 27.845,93 ໂຕນ, ໃນນີ້: ເນື້ອທີ່ປູກເຂົ້າທັງໝົດ 3.444,47 ເຮັກຕາ, ຜົນຜະລິດໄດ້ 10.774,38 ໂຕນ,ໃນນີ້: ເນື້ອທີ່ນາ 1.026,88 ເຮັກຕາ ຜົນຜະລິດໄດ້ 7.520,85 ໂຕນ, ດ້ວຍສະມັດຖະພາບ 3,5 ໂຕນ/ເຮັກຕາ, ເນື້ອທີ່ປູກພືດຕ່າງໆ 1.026,18 ເຮັກຕາ, ຜົນຜະລິດໄດ້ 9.298,18 ໂຕນ, ເນື້ອທີ່ປູກພືດສະບຽງອາຫານ 241,44 ເຮັກຕາ, ຜົນຜະລິດໄດ້ 2.791,33 ໂຕນ, ເນື້ອທີ່ປູກພືດເປັນສິນຄ້າຕົ້ນຕໍ 490,89 ເຮັກຕາ, ຜົນຜະລິດໄດ້ 14.557,76 ໂຕນ, ປູກພືດເປັນສິນຄ້າທົ່ວໄປ 293,85 ເຮັກຕາ, ຜົນຜະລິດໄດ້ 287,90 ໂຕນ, ເນື້ອທີ່ແຈທັງໝົດ 207,04 ເຮັກຕາ, ວຽກງານລ້ຽງສັດ: ໄດ້ຊຸກຍູ້, ສົ່ງເສີມການລ້ຽງສັດເພື່ອເປັນສິນຄ້າ ຊຶ່ງເຫັນໄດ້ວ່າສັດມີການຂະຫຍາຍຕົວເພີ່ມຂຶ້ນ ຊຶ່ງປັດຈຸບັນ ມີງົວ 4.794 ໂຕ, ຄວາຍ 1.521 ໂຕ, ແບ້ 240 ໂຕ, ໝູ 2.490 ໂຕ, ສັກປີກ 148.360 ໂຕ, ໜອງປາ 470 ໜອງ, ສາມາດປ່ອຍປາໄດ້ 341.232 ໂຕ, ມີສວນປູກຫຍ້າ ມີຟາມລ້ຽງສັດໃຫຍ່ ປະເພດ (ງົວ-ຄວາຍ) 1 ຟາມ, ມີຄອບຄົວຕົວແບບໃນການລ້ຽງງົວ-ຄວາຍ ຈໍານວນ 5 ຄອບຄົວ, ລ້ຽງສັດແບບປະສົມປະສານ ຈໍານວນ 2 ຄອບຄົວ, ລ້ຽງປາໃນໜອງ ຈໍານວນ 2 ຄອບຄົວ, ປູກຫຍ້າເກັບແກ່ນເພື່ອຈໍາໜ່າຍ ຈໍານວນ 1 ຄອບຄົວ.

ສາມ, ວຽກງານປ່າໄມ້ ແລະ ກວດກາປ່າໄມ້. ມີເນື້ອທີ່ປະມານ 139.909 ເຮັກຕາ, ໃນນີ້: ມີເນື້ອທີ່ປ່າໄມ້ 100.774,34 ເຮັກຕາ (ເນື້ອທີ່ອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ 72.843 ເຮັກຕາ, ປ່າສະຫງວນຂອງບ້ານ 8.210,98 ເຮັກຕາ, ປ່າປ້ອງກັນ 1.097,64 ເຮັກຕາ, ປ່າຊົມໃຊ້ 4.622,72 ເຮັກຕາ, ປ່າຜະລິດແຫ່ງຊາດ 14.000 ເຮັກຕາ), ມີເນື້ອທີ່ດິນກະສິກໍາ 37.770,09 ເຮັກຕາ ແລະ ມີເນື້ອທີ່ດິນປຸກສ້າງຈຳນວນ 1.364,57 ເຮັກຕາ, ຊຸກຍູ້ປະຊາຊົນປູກໄມ້ໄດ້ 22,74 ເຮັກຕາ ແລະ ຟື້ນຟູປ່າຊຸດໂຊມໄດ້ 79 ເຮັກຕາ, ເກັບກູ້ເຄື່ອງປ່າຂອງດົງໄດ້ 241,45 ໂຕນ, ຈັດສັນປ່າໄມ້ບ້ານ ໄດ້ 19 ບ້ານ.

ສີ່, ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ: ໂດຍປະຕິບັດຕາມດຳລັດ 348/ລບ, ປັດຈຸບັນມີບ້ານພົ້ນທຸກ 9 ບ້ານ, ບ້ານທຸກຍາກຍັງ 26 ບ້ານ, ມີກອງທຶນພັດທະນາບ້ານ 9 ບ້ານ, ມີສະມາຊິກ 236 ຄົວເຮືອນ, ມີທຶນທັງໝົດ 608.078 ລ້ານກີບ. ໃນນັ້ນ: ທຶນຂອງລັດຈຳນວນ 457 ລ້ານກີບ, ເງິນຝາກຂອງສະມາຊິກ 101,36 ລ້ານກີບ, ເງິນແຮ່ສະສົມຂອງບ້ານ 49,71 ລ້ານກີບ.

ຫ້າ, ວຽກງານສຶກສາທິການ ແລະ ກິລາ: ທົ່ວເມືອງມີໂຮງຮຽນລ້ຽງເດັກ ແລະ ອະນຸບານ 28 ແຫ່ງ, ມີນັກຮຽນ 730 ຄົນ ຍິງ 359 ຄົນ, ໃນນີ້: ໂຮງຮຽນເອກະຊົນ 2 ແຫ່ງ, ມີນັກຮຽນ 86 ຄົນ ຍິງ 41 ຄົນ, ໂຮງຮຽນປະຖົມ 31 ແຫ່ງ, ມີນັກຮຽນ 1.223 ຄົນ ຍິງ 606 ຄົນ, ຊັ້ນມັດທະຍົມ ມີນັກຮຽນທັງໝົດ 1.674 ຄົນ ຍິງ 802 ຄົນ.

ຫົກ, ວຽກງານສາທາລະນະສຸກ: ມີໂຮງໝໍ 1 ແຫ່ງ, 25 ຕຽງນອນ, ໂຮງໝໍນ້ອຍ 3 ແຫ່ງ, ມີ 9 ຕຽງນອນ, ມີຮ້ານຂາຍຢາ 7 ຮ້ານ, ມີບ້ານສາທາລະນະສຸກແບບຢ່າງ 35 ບ້ານ, ອັດຕາການຊົມໃຊ້ນໍ້າລິນກວມ 100%, ອັດຕາການຊົມໃຊ້ວິດຖ່າຍກວມ 100% ແລະ ສາມາດປະກາດເປັນເມືອງຢຸດຕິການຖ່າຍຊະຊາຍ.

ສະຫຼຸບແລ້ວ, ຜ່ານການຈັດຕັ້ງປະຕິບັດແຜນພັດທະນານາເສດຖະກິດ-ສັງຄົມ ກາງສະໄໝ ເມືອງຮ້ຽມ (2020-2022) ສາມາດຍາດໄດ້ຜົນສໍາເລັດໃນຫຼາຍໆດ້ານ ຊຶ່ງຜົນສໍາເລັດດັ່ງກ່າວນັ້ນກໍລ້ວນແລ້ວແຕ່ມາຈາກການຮ່ວມໄມ້ຮ່ວມມືຂອງປະຊາຊົນໝົດທຸກຄົນ ແລະ ຍ້ອນຄວາມເອົາໃຈໃສ່ໃນການນໍາພາ-ຊີ້ນໍາອັນຖືກຕ້ອງຂອງຄະນະພັກ, ຄະນະນໍາທຸກຂັ້ນ; ສະນັ້ນ, ພວກເຮົາທຸກຄົນຕ້ອງຕື່ນຕົວເປັນເຈົ້າການເຂົ້າຮ່ວມວຽກງານສ້າງສາພັດທະນາເສດຖະກິດ, ຖືເອົາວຽກງານພັດທະນາເສດຖະກິດເປັນເຄື່ອງມືອັນແຫຼມຄົມ, ເປັນໜ້າທີ່ຂອງທົ່ວສັງຄົມ, ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ.

ຂຽນໂດຍ: ວຽງພັນ ຈິດສະດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version