Home ຂ່າວກິລາ ສຕລ ເຜີຍລາຍຊື່ 34 ນັກເຕະທີມຊາດລາວ ຢູ-23 ຊຸດກຽມຄວາມພ້ອມລຸຍ ຊີງແຊ໋ມອາຊຽນ ປະຈຳປີ 2023

ສຕລ ເຜີຍລາຍຊື່ 34 ນັກເຕະທີມຊາດລາວ ຢູ-23 ຊຸດກຽມຄວາມພ້ອມລຸຍ ຊີງແຊ໋ມອາຊຽນ ປະຈຳປີ 2023

0

ສະຫະພັນກິລາບານເຕະແຫ່ງຊາດລາວ ຫຼື ສຕລ ປະກາດລາຍຊື່ 34 ນັກເຕະທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ຫຼື ຢູ-23 ເພື່ອເຂົ້າສູນເກັບຕົວຝຶກຊ້ອມ ກະກຽມເຂົ້າຮ່ວມການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 23 ປີ ຊີງແຊ໋ມອາຊຽນ ປະຈຳປີ 2023 (AFF U23 CHAMPIONSHIP 2023) ທີ່ ແຂວງຣະຢອງ ປະເທດໄທ ເປັນເຈົ້າພາບ ລະຫວ່າງວັນທີ 17-26 ສິງຫາ 2023.

ສຳລັບທີມຊາດລາວຊຸດນີ້ ຄຸມທີມໂດຍ ທ່ານ ອາເຣນາ ກູເລຍໂມ (ARENA GUGLIERMO) ຫົວໜ້າຄູຝຶກຊາວອີຕາລີ ຊຶ່ງລາຍຊື່ນັກກິລາ ຈຳນວນ 34 ຄົນ ປະກອບມີ: ຜູ້ຮັກສາປະຕູ: ສໍລະສັກ ທິລະວົງ ຈາກສະໂມສອນ ຊ້າງນ້ອຍ ເອັບຊີ, ອານຸລັກ ວິລະຜົນ ຈາກສະໂມສອນ ມາດເຕີ ເຊເວັນ ເອັບຊີ, ກົບ ໂລກພະທິບ ຈາກ ສະໂມສອນ ເອສຣາ ເອັບຊີ ແລະ ຊະນະໄຊ ສອນທະ ຈາກ ສະໂມສອນ ເມືອງຫາດ ຢູໄນເຕັດ (ລີກ 2 ນະຄອນຫຼວງ); ກອງຫຼັງ: ພຸດທະວົງ ສັງວິໄລ, ພົນສັກ ສີສະຫວາດ ຈາກສະໂມສອນ ເອສຣາ ເອັບຊີ, ສອນສະນິດ ພົມມະຈັນ, ເພັດດາວັນ ສົມສະນິດ ຈາກສະໂມສອນ ມາດເຕີ ເຊເວັນ ເອັບຊີ, ທິລະພົນ ປະຖຳມະວົງ ຈາກ ສະໂມສອນ ນ້ຳທາ ຢູໄນເຕັດ, ອິນທະຈັກ ສີສຸພັນ, ຈິດຕະກອນ ວັນນະຈອນ ຈາກ ສະໂມສອນ ຫຼວງພະບາງ, ອາລິຍາກອນ ຟອງສະຫວັນ ຈາກ ສະໂມສອນ ເອັດທີທີ (ລີກ 2 ນະຄອນຫຼວງ), ຄຳສະຫງ່າ ພິມມະສອນ ຈາກສະໂມສອນ ເມືອງຫາດ ຢູໄນເຕັດ (ລີກ 2 ນະຄອນຫຼວງ), ອານຸລັກ ວັນນະລາດ ຈາກສະໂມສອນ ເອັບຊີ ຈັນທະບູລີ (ລີກ 2 ນະຄອນຫຼວງ), ອິນທະວົງ ຫຼວງສະລາດ ຈາກສະໂມສອນ ເຮັດບີທີ 941 (ລີກ 2 ນະຄອນຫຼວງ) ແລະ ວິກຕໍ ໄຊຊະນະ ໂຍວິນາສັກ ຈາກສະໂມສອນ SCSELONGEY (ລີກ 3 ປະເທດຝຣັ່ງ).

ສ່ວນກອງກາງ: ຈັນທະວີໄຊ ຂຸນທຸມພອນ, ດາໝົດ ທອງຄໍາສະຫວັດ, ອານຸສອນ ໄຊປັນຍາ ຈາກສະໂມສອນ ເອສຣາ ເອັບຊີ, ຈັນທະວີພອນ ພູມສະຫວັນ, ອານຸລັກ ໄຊຍະລາດ ຈາກສະໂມສອນ ນ້ຳທາ ຢູໄນເຕັດ, ໄຊຊະນະ ຈິດວິລະພົນ ຈາກສະໂມສອນ ມາດເຕີ ເຊເວັນ ເອັບຊີ, ສູນທອນຄຸດ ພັນທະວົງໄຊ ຈາກສະໂມສອນ ເອັບຊີ ຈັນທະບູລີ (ລີກ 2 ນະຄອນຫຼວງ) ແລະ ໂຣມັນ ອານຸສອນ ອັນໂກ ຈາກສະໂມສອນ Oberachern (ປະເທດເຢຍລະມັນ).

ກອງໜ້າ: ສຸພັນ ຄຳໃບອ່ອນ ຈາກສະໂມສອນ ຊ້າງນ້ອຍ ເອັບຊີ, ໂຈນີ້ ແຫວນປະເສີດ, ອາທິດ ຫຼວງລາດ ຈາກ ສະໂມສອນ ເອສຣາ ເອັບຊີ, ສຸກພະຈັນ ເລື່ອນທະລາ ຈາກສະໂມສອນ ມາດເຕີ ເຊເວັນ ເອັບຊີ, ກົງຢ່າງ ໄຟດ່າງຢ່າງຈົງຕົວ ຈາກສະໂມສອນ ກອງທັບ ເອັບຊີ, ພຸດທະຈັກ ວົງສິຣິ, ຍອດຊາຍ ສາຍອໍາພອນ, ທິບພະຈັນ ຄຳໃບອ່ອນ ຈາກສະໂມສອນ ເມືອງຫາດ ຢູໄນເຕັດ (ລີກ 2 ນະຄອນຫຼວງ), ນິກໂກ້ ອານຸສອນ ແລະ ພົມມາ ໂຄດພູທອນ ຈາກ ສະໂມສອນ ເອັດທີທີ (ລີກ 2 ນະຄອນຫຼວງ).

ສຳລັບການແຂ່ງຂັນເຕະບານຊາຍ ຢູ-23 ຊີງແຊ໋ມອາຊຽນ ປະຈຳປີ 2023 ມີ 10 ປະເທດ ເຂົ້າຮ່ວມ, ແບ່ງອອກເປັນ 3 ກຸ່ມ ຄື: ກຸ່ມ A ປະກອບມີ ໄທ ເຈົ້າພາບ, ກຳປູເຈຍ, ບຣູໄນ ແລະ ມຽນມາ; ກຸ່ມ B ປະກອບມີ ຕີມໍເລດເຕ, ມາເລເຊຍ ແລະ ອິນໂດເນເຊຍ; ກຸ່ມ C ປະກອບມີ ທີມຊາດລາວ, ຫວຽດນາມ, ຟິລິບປິນ. ຊຶ່ງຮູບແບບການແຂ່ງຂັນ ແມ່ນຄັດເອົາທີມອັນດັບທີ 1 ຂອງກຸ່ມ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 1 ທີມຈາກ 3 ກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ຫຼື ຮອບ 4 ທີມສຸດທ້າຍ. ຂະນະທີ່ຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ພົບ ຟິລິບປີນ ໃນວັນທີ 18 ສິງຫາ 2023 ເວລາ 16:00 ໂມງ ແລະ ທີມຊາດລາວ ພົບ ຫວຽດນາມ ໃນວັນທີ 20 ສິງຫາ 2023 ເວລາ 16:00 ໂມງ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ພາບ-ຂໍ້ມູນ: ສຕລ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version