Home ຂ່າວໜ້າໜຶ່ງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແຫນ່ງບັນດາປະເທດເພື່ອນມິດ

ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແຫນ່ງບັນດາປະເທດເພື່ອນມິດ

0

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 56 ແລະ ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດທີ່ກ່ຽວຂ້ອງທີ່ນະຄອນຫຼວງຈາກາກຕາ ສ ອິນໂດເນເຊຍ ໃນວັນທີ 11-14 ກໍລະກົດ 2023 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດເພື່ອນມິດ.

ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2023 ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ພົບປະສອງ ຝ່າຍກັບ ທ່ານ ບຸ່ຍ ແທັງ ເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະ ໃນໂອກາດດັ່ງກ່າວ ສອງຝ່າຍໄດ້ສະແດງ ຄວາມຍິນດີທີ່ໄດ້ພົບປະກັນອີກຄັ້ງ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມືຢ່າງສະໜິດແໜ້ນ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ- ຫວຽດນາມ ຕະຫຼອດໄລຍະຜ່ານມາ ໂດຍສະເພາະການສຸມໃສ່ຈັດຕັ້ງປະຕິ ບັດຂໍ້ຕົກລົງຮ່ວມມືສອງກະຊວງ ໄລຍະປີ 2021-2025 ແລະ ແຜນປະຕິ ບັດງານການທູດເສດຖະກິດ ໄລຍະປີ 2020-2025 ກໍຄື ການຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດ ບັນດາເອກະສານຮ່ວມມືສອງຝ່າຍ ແລະ ການຕົກລົງ ຂອງ ການນຳຂັ້ນສູງ ໃນ 6 ເດືອນຜ່ານມາ ແລະ ການວາງແຜນວຽກຮ່ວມ ກັນໃນ 6 ເດືອນ ທ້າຍປີ ສອງຝ່າຍ ເອກະພາບກັນ ຈະຮ່ວມກັນກະກຽມໃຫ້ ແກ່ ການຢ້ຽມຢາມຂອງການນໍາຂັ້ນສູງສອງປະເທດ ກໍຄື ການເຂົ້າຮ່ວມ ກອງປະຊຸມສອງຝ່າຍປະຈໍາປີ.

ໃນໂອກາດນີ້ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ສະແດງຄວາມຂອບໃຈຕໍ່ ພັກ ລັດຖະບານ ແຫ່ງ ສສ ຫວຽດ ນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຫຼາຍດ້ານ ຕະຫຼອດໄລຍະຜ່ານ ມາ ໂດຍສະເພາະແມ່ນ ການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ການແກ້ໄຂບັນຫາເສດຖະກິດພາຍໃນຂອງ ລາວ ກໍຄື ການກະກຽມໃຫ້ແກ່ການເປັນເຈົ້າພາບກອງປະຊຸມອາຊຽນ ໃນປີ 2024 ພ້ອມນີ້ ໄດ້ແຈ້ງໃຫ້ຊາບກ່ຽວກັບ ຄວາມຄືບ ໜ້າການກະກຽມ ຄວາມພ້ອມດ້ານຕ່າງໆ ໃນການເປັນປະທານອາຊຽນ ໃນປີ 2024.

ໃນວັນດຽວກັນ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການ ຕ່າງປະເທດ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ດາໂຕະ ເອຣາວັນ ເປີຮິນ ຢູຊອບ (Dato Erywan Pehin Yusof) ລັດຖະມົນຕີຕ່າງປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ ໂອກາດດັ່ງກ່າວ ສອງຝ່າຍໄດ້ສະແດງຄວາມຍິນ ດີທີ່ໄດ້ພົບປະກັນອີກຄັ້ງ ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ ແລະ ບຣູໄນ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດໄລຍະ 30 ປີຜ່ານມາ ໂດຍເຫັນໄດ້ ຈາກມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ.ຳ

ສອງຝ່າຍໄດ້ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ບົດບັນ ທຶກຄວາມເຂົ້າໃຈ (MOU) ວ່າດ້ວຍ ການຮ່ວມມືທາງດ້ານກະສິກໍາ ແລະ ການຮ່ວມມືທາງດ້ານພະລັງງານ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃນ ເດືອນຕຸລາ 2022 ຜ່ານມາ ພ້ອມທັງ ສືບຕໍ່ຮ່ວມກັນຊຸກຍູ້ບັນດາຂະແໜງ ການທີ່ກ່ຽວຂ້ອງຂອງສອງປະເທດ ໃນການຈັດຕັ້ງປະຕິບັດບົດບັນທຶກ ຄວາມເຂົ້າໃຈດ່ັງກ່າວ ໃຫ້ປະກົດຜົນເປັນຈິງ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ໃນວຽກງານຂອບອາຊຽນ ໂດຍ ສະເພາະແມ່ນ ການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version