ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ ( H.E. Mr. LEE Jae Myung ) ປະທານາທິ ບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະ ນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາ ຫຼີ ໃນລະຫວ່າງວັນທີ 14 -15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະ ເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ ( ວັນທີ 25 ຕຸລາ 1995-25 ຕຸລາ 2025 ) ແລະ ເປັນການ ຢ້ຽມຢາມ ສ.ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງ ສຸດແຫ່ງ ສປປ ລາວ.
ໃນຕອນເຊົ້າຂອງວັນທີ 15 ທັນວານີ້, ທີ່ທໍານຽບປະທານາທິບໍດີ ແຫ່ງ ສ.ເກົາຫຼີ ໄດ້ມີການພົບປະ ສອງຝ່າຍ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ລີ ແຈ ມຽງ ປະທານາ ທິບໍດີ ແຫ່ງ ສ.ເກົາຫຼີ,ໂດຍສອງຝ່າຍ ໄດ້ມີການປຶກສາຫາລືຫຼາຍບັນຫາເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດນີ້, ປະທານາທິບໍດີ ລີ ແຈ ມຽງ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ຄັ້ງນີ້ ຂອງ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ຂອງ ສປປ ລາວ, ຊຶ່ງໄດ້ກາຍເປັນຂີດໝາຍອັນສໍາຄັນທາງປະຫວັດສາດຂອງການພົວພັນຮ່ວມມື ລະຫວ່າງ ສ.ເກົາຫຼີ – ສປປ ລາວ ຕະຫຼອດສາມທົດສະວັດຜ່ານມາ.
ໃນໂອກາດດຽວກັນ, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດໃຫ້ແກ່ຄະນະຜູ້ ແທນລາວ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ພະນະ ທ່ານ ລີ ແຈ ມຽງ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງປະທານາທິບໍດີ ແຫ່ງ ສ.ເກົາຫຼີ ໃນເດືອນ ມິຖຸ ນາ 2025 ແລະ ຜົນສໍາເລັດການເປັນເຈົ້າພາບຈັດກອງປະ ຊຸມສຸດຍອດ APEC 2025 ໃນຕົ້ນເດືອນພະຈິກ 2025 ທີ່ຜ່ານມາ ແລະ ມີຄວາມຍິນດີ ທີ່ຈະສືບຕໍ່ເຮັດວຽກຢ່າງໃກ້ ຊິດກັບ ພະນະ ທ່ານ ລີ ແຈ ມຽງ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ສ.ເກົາຫຼີ ໃຫ້ພັດທະນາຂະຫຍາຍຕົວ ແລະ ເລິກເຊິ່ງຍິ່ງໆ ຂຶ້ນໃນຊຸມປີຕໍ່ໜ້າ.

ໃນໂອກາດພົບປະຄັ້ງນີ້, ສອງຝ່າຍ ໄດ້ເຫັນດີເປັນເອ ກະພາບປະກາດຍົກລະດັບສາຍພົວພັນທາງການທູດ ລະ ຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ (Comprehensive Partnership)ເພື່ອຍົກລະດັບການຮ່ວມມືຂອງສອງປະເທດໃນດ້ານຕ່າງໆ ໃຫ້ຂຶ້ນສູ່ລະ ດັບໃໝ່ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ ແລະ ສ.ເກົາຫຼີ ໃຫ້ສູງກວ່າເກົ່າ ກໍຄື ເພື່ອພາລະກິດສັນຕິພາບ,ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາຢ່າງຍືນຍົງ ຢູ່ໃນພາກພື້ນ ແລະ ໃນໂລກ.
ນອກນັ້ນ, ທັງສອງຝ່າຍ ຍັງໄດ້ປຶກສາຫາລືຫຼາຍບັນຫາເພື່ອຍົກສູງການຮ່ວມມື ເປັນຕົ້ນແມ່ນ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ,ການສຶກສາ, ການທ່ອງທ່ຽວ,ແຮງງານ,ການພັດທະນາພື້ນຖານໂຄງລ່າງ ແລະ ອື່ນໆ.
ພິເສດ, ສອງຝ່າຍໄດ້ເປັນເອກະພາບທີ່ຈະຮ່ວມມືກັນຢ່າງໃກ້ຊິດໃນການແກ້ໄຂບັນຫາການປາບປາມອາຊະຍາກໍາຂ້າມຊາດ ໂດຍສະເພາະ ການປາບປາມອາຊະຍາກຳທາງອອນລາຍ ແລະ ເຫັນດີ ໃຫ້ພາກສ່ວນກ່ຽວຂ້ອງສອງຝ່າຍປຶກສາຫາລືການຮ່ວມມືລະອຽດໃນອະນາຄົດ.
ໂອກາດນີ້, ພະນະ ທ່ານປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຮ່ວມມື ແລະ ສະໜັບສະໜູນອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ໃນໄລຍະຜ່ານມາ ໂດຍຜ່ານບັນດາໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ, ໂຄງການກູ້ຢືມຈາກກອງທຶນຮ່ວມມື ດ້ານການພັດທະນາເສດຖະກິດ ( EDCF ) ແລະ ໂຄງການພັດທະນາຊົນນະບົດຂອງລາວ (ໂຄງການ ແຊວມາອຸນດົງ) ແລະ ໂຄງການອື່ນໆ ເພື່ອພັດ ທະນາຂະແໜງສາທາລະນະສຸກ, ການເກັບກູ້ລະເບີດບໍ່ທັນແຕກຕົກຄ້າງ (UXO) ຢູ່ ສປປ ລາວ, ການພັດທະນາຊົນນະບົດ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ຢູ່ ສປປ ລາວ. ພິເສດ ແມ່ນການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ 2024 ໃຫ້ສໍາເລັດຢ່າງຈົບງາມ.
ພ້ອມນີ້, ພະນະ ທ່ານປະທານາທິບໍດີ ລີແຈ ມຽງ ໄດ້ສະແດງຍິນດີ ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນດ້ານແຮງງານ,ການສຶກສາ,ການພັດທະນາຊົນນະບົດ ແລະ ດ້ານອື່ນໆ ກໍຄື ການສະໜັບ ສະໜູນ ສປປ ລາວ ຜັນຂະຫຍາຍຍຸດທະສາດການເຊື່ອມໂຍງ ແລະ ເຊື່ອມຈອດ ເຂົ້າກັບພາກພື້ນ ເພື່ອຫັນປະເທດຈາກສະຖານະບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງກັບພາກພື້ນ ໃຫ້ສໍາເລັດຕາມຄາດໝາຍ.
ສອງຝ່າຍ, ຍັງໄດ້ເຫັນດີ ເປັນເອກະພາບໃນການສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ນັກລົງທຶນ ລະ ຫວ່າງ ສອງປະເທດ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມື ອາຊຽນ-ສ.ເກົາຫຼີ ແລະ ແມ່ນໍ້າຂອງ-ສ.ເກົາຫຼີ.
ພາຍຫຼັງການພົບປະສອງຝ່າຍດັ່ງກ່າວ, ພະນະ ທ່ານ ທອງລຸນ ສີສຸລິດ ແລະ ພະນະ ທ່ານ ລີ ແຈ ມຽງ ຍັງໄດ້ເຂົ້າ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມ ເອກະສານການຮ່ວມມື ລາວ-ສ.ເກົາຫຼີ ຈໍານວນ 3 ສະບັບ ໃນຂົງເຂດວຽກ ງານໄອຍະການ ແລະ ແຮງງານ.
ໃນໂອກາດການຢ້ຽມຢາມ ສ.ເກົາຫຼີ ຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ຮັບການເຂົ້າຢ້ຽມຂໍ່ານັບ ຂອງ ປະ ທານສະມາຄົມມິດຕະພາບ ສ.ເກົາຫຼີ-ລາວ ແລະ ປະທານກຸ່ມບໍລິສັດບູຢອງ ຈໍາກັດອີກດ້ວຍ.
ຂ່າວ: ກຕທ