Home ຂ່າວກິລາ ຂໍ້ຕົກລົງ “ແມນຢູ-ຮອຍລຸນ” ອາດຈົບຊ້າກວ່າເດີມ ຫຼັງ “ເທນ ຮາກ” ຍັງລັງເລ 1 ເງື່ອນໄຂ

ຂໍ້ຕົກລົງ “ແມນຢູ-ຮອຍລຸນ” ອາດຈົບຊ້າກວ່າເດີມ ຫຼັງ “ເທນ ຮາກ” ຍັງລັງເລ 1 ເງື່ອນໄຂ

0

ເມື່ອວັນຈັນທີ 10 ກໍລະກົດ 2023 ທີ່ຜ່ານມາ 2566 UtdPlug ສື່ທ້ອງຖິ່ນໃກ້ຊິດຂອງ ແມນເຊັສເຕີ ຢູໄນເຕັດ ລາຍງານວ່າ ສະຖານະການຫຼ້າສຸດຂອງ ຣາສມຸສ ຮອຍລຸນ ດາວຍິງອາຍຸພຽງແຕ່ 20 ປີ ຂອງທີມ ອະຕາລັນຕາ ທີມຊື່ດັງໃນລີກ ກັນໂຊ່ ເຊເຣຍອາ ອິຕາລີ ກັບ ແມນເຊັສເຕີ ຢູໄນເຕັດ ເບິ່ງຄືວ່າຈະຕ້ອງລໍຖ້າກັນຕໍ່ໄປ.

ໂດຍມີລາຍງານວ່າ ໃນຕອນນີ້ ຂໍ້ຕົກລົງກໍາລັງເປັນໄປໃນທາງຂອງການຍ້າຍສະຫຼັບຂົ້ວກັນລະຫວ່າງ ຣາມຸສ ຮອຍລຸນ ແລະ ອາໝັດ ດິຢັນໂລ ນັກເຕະດາວຮຸ່ງຂອງ ແມນຢູ ເຊິ່ງມີຂໍ້ມູນເປີດເຜີຍວ່າ ເອຣິກ ເທນ ຮາກ ບໍ່ຕ້ອງການທີ່ຈະຂາຍຂາດນັກເຕະຄົນນີ້ ແລະ ຕ້ອງການຈະຂໍເບິ່ງຟອມໄລຍະກ່ອນລະດູການ ກ່ອນທີ່ຈະຕັດສິນໃຈອີກເທື່ອໜຶ່ງໃນຕອນທ້າຍຂອງຕະຫຼາດຊື້ຂາຍສໍາລັບຮອບນີ້ອີກດ້ວຍ.

ສຳລັບຜົນງານຂອງ ຣາສມຸສ ຮອຍລຸນ ໄດ້ຮັບການຂະໜານນາມວ່າເປັນ “ເອລິງ ຮາລັນ 2.0” ໃນລະດູການນີ້ ຍິງໄປທັງໝົດ 15 ປະຕູ ສົ່ງໃຫ້ໝູ່ຍິງອີກ 7 ຈາກການລົງສະໜາມ 41 ນັດໃນທຸກລາຍການ ສ່ວນລະດູການທີ່ຜ່ານມາ ອາໝົດ ດິຢັນໂລ ສະແດງໃຫ້ເຫັນຟອມທີ່ຍອດຢ່ຽມກັບ ຊັນເດີແລນ ທີມໃນ ເດິະ ແຊັມປຽນຊິຟ ອັງກິດ ຍິງໄປທັງໝົດ 14 ປະຕູ ແລະ ສົ່ງໃຫ້ໝູ່ຍິງ ອີກ 4 ປະຕູ ຈາກການລົງຫຼິ້ນ 43 ນັດໃນທຸກລາຍການ ຈົນພາທີມ ຊັນເດີແລນ ເກືອບພາທີມເລື່ອນຊັ້ນໄດ້ສຳເລັດ ເຊິ່ງໄປພ່າຍແພ້ຕໍ່ ລູຕັນ ທາວ ໃນຮອບໄປ-ກັບ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version