Home ຂ່າວໜ້າໜຶ່ງ ສປປ ລາວ ແລະ ສ. ເກົາຫຼີ ລົງນາມສົນທິສັນຍາ ວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ

ສປປ ລາວ ແລະ ສ. ເກົາຫຼີ ລົງນາມສົນທິສັນຍາ ວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ

0

ໂດຍໄດ້ຮັບການມອບໝາຍ ຈາກລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ເກົາຫຼີ ໃນວັນທີ 15 ທັນວາ 2025 ທີ່ ອິນຊອນ, ສາທາລະນະລັດ ເກົາຫຼີ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ທ່ານ ໂຊ ຮັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ ໄດ້ຮ່ວມກັນລົງນາມສົນທິສັນຍາວ່າດ້ວຍການການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ສົນທິສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ສາທາລະນະລັດ ເກົາຫຼີ ໂດຍການໃຫ້ກຽດເປັນສັກຂີພະຍານ ຂອງ ພະນະ ທ່ານ ທອງລຸນ ສີສຸລິດ ປະທ່ານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ລີ ແຊ ຍອງ ປະທານປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ ຊຶ່ງສົນທິສັນຍາດັ່ງກ່າວ ພາຍຫຼັງໄດ້ຮັບການໃຫ້ສັດຕະຍາບັນແລ້ວ ກໍຈະເປັນເຄື່ອງມືທາງດ້ານກົດໝາຍອັນສຳຄັນ ໃນການນຳເອົາຜູ້ກະທຳຜິດ ໃນດິນແດນຂອງສອງປະເທດ ມາລົງໂທດ ຕາມກົດໝາຍ, ຕ້ານ ແລະ ສັດກັດກັ້ນອາຊະຍາກຳຂ້າມຊາດ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງ ສປປ ລາວ, ເສີມຂະຫຍາຍການພົວພັນຮ່ວມມື ຂອງ ສອງປະເທດ, ຍົກສູງບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ຢ່າງມີປະສິດທິຜົນ ຢ່າງບໍ່ຢຸດຢັ້ງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version