Home ຂ່າວພາຍໃນ ທົ່ວແຂວງຄໍາມ່ວນປູກເຂົ້ານາປີ ສຳເລັດ ເກືອບ 5.000 ເຮັກຕາ

ທົ່ວແຂວງຄໍາມ່ວນປູກເຂົ້ານາປີ ສຳເລັດ ເກືອບ 5.000 ເຮັກຕາ

0

ແຫລ່ງຂ່າວຈາກ ແຂວງຄຳມ່ວນໃຫ້ຮູ້ວ່າ: ປັດຈຸບັນ, ການຕົກກ້າຂອງຊາວກະສິກອນ ໃນທົ່ວແຂວງຄຳມ່ວນ ປະຕິບັດໄດ້ 5.391 ໂຕນ ເທົ່າກັບ 100% ຂອງແຜນການ ແລະ ສາມາດປູກເຂົ້າໄດ້ໃນເນື້ອທີ່ 49.839 ເຮັກຕາ ເທົ່າກັບ 55,47% ຂອງເນື້ອທີ່ແຜນການທັງໝົດໃນທົ່ວແຂວງ. ໃນນີ້,ນາຫວ່ານ ປະຕິບັດໄດ້ 21.338 ເຮັກຕາ, ນາປັກດໍາ ປະຕິບັດໄດ້ 28.501 ເຮັກຕາ. ສຳລັບເນື້ອທີ່ນາ ເພື່ອຜະລິດເປັນສະບຽງອາຫານ ປະຕິບັດໄດ້ 32.798 ເຮັກຕາ, ເນື້ອທີ່ຜະລິດເຂົ້າເປັນສິນຄ້າປະຕິບັດໄດ້ 17.040 ເຮັກຕາ ແລະ ຄາດວ່າການປູກເຂົ້ານາປີໃນທົ່ວແຂວງ ຈະໃຫ້ສໍາເລັດໃນລະຫວ່າງທ້າຍເດືອນ ກໍລະກົດ ຫາກາງເດືອນ ສິງຫາ 2023 ນີ້.

ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນທ້ອງຖິ່ນ ໃນວັນທີ 7 ກໍລະກົດ 2023 ຜ່ານມາວ່າ: ໃນລະດູການຜະລິດເຂົ້ານາປີ 2023 ນີ້ທົ່ວແຂວງມີເນື້ອທີ່ແຜນການທັງໝົດ 89.848 ເຮັກຕາ, ຄາດຄະເນຜົນຜະລິດ 330.693 ໂຕນ, ຄາດຄະເນໝົດແນວເຂົ້າປູກ 5.391 ໂຕນ, ເມື່ອທຽບໃສ່ເນື້ອທີ່ແຜນການປີ 2022 ເນື້ອທີ່ລຸດລົງ 388 ເຮັກຕາ, ໃນນີ້ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61.356 ເຮັກຕາ, ຄາດຄະເນຜົນຜະລິດ 222.533 ໂຕນ, ແຜນການປູກເຂົ້າເພື່ອເປັນສິນຄ້າ 28.492 ເຮັກຕາ, ຄາດຄະເນຜົນຜະລິດ 108.160 ໂຕນ. ສໍາລັບສາຍເຫດທີ່ພາໃຫ້ເນື້ອທີ່ແຜນການຜະລິດເຂົ້ານາປີ ໃນປີ 2023 ລຸດລົງເມື່ອທຽບໃສ່ເນື້ອທີ່ແຜນການໃນປີ 2022 ເນື່ອງຈາກເນື້ອທີ່ນາ ທີ່ຢູ່ພື້ນທີ່ຕໍ່າແມ່ນຖືກນໍ້າຖ້ວມ, ເຊິ່ງເຮັດໃຫ້ຊາວກະສິກອນ ຈຳນວນໜຶ່ງຫັນໄປເຮັດນາແຊງທົດແທນນາປີ, ການຫັນເນື້ອທີ່ນາໄປເປັນດິນປຸກສ້າງ ແລະ ອື່ນໆ.

ສ່ວນການຜະລິດພືດລະດູຝົນ ທົ່ວແຂວງມີເນື້ອທີ່ແຜນການ 12.745 ເຮັກຕາ, ຄາດຄະເນຜົນຜະລິດ 200.564 ໂຕນ, ທຽບໃສ່ເນື້ອທີ່ແຜນການປີ 2022 ເນື້ອທີ່ເພີ່ມຂຶ້ນ 6.425 ເຮັກຕາ, ໃນນີ້ແຜນການປູກພືດເພື່ອເປັນສະບຽງອາຫານ 2.461 ເຮັກຕາ, ຄາດຄະເນຜົນຜະລິດ 26.496 ໂຕນ, ແຜນການປູກພືດເພື່ອເປັນສິນຄ້າ 10.284 ເຮັກຕາ, ຄາດຄະເນຜົນຜະລິດ 174.068 ໂຕນ, ເຊິ່ງມາຮອດປັດຈຸບັນການປູກພືດລວມໃນທົ່ວແຂວງ ປະຕິບັດໄດ້ 12.369 ເຮັກຕາ ເທົ່າກັບ 97,05% ຂອງເນື້ອທີ່ແຜນການທັງໝົດ. ໃນນີ້, ການປູກພືດເພື່ອເປັນສະບຽງອາຫານ ປະຕິບັດໄດ້ 1.963 ເຮັກຕາ ແລະ ປູກພືດເພື່ອເປັນສິນຄ້າ ປະຕິບັດໄດ້ 10.406 ເຮັກຕາ. ທ່ານ ບຸນຈັນ ໄຊປັນຍາ ໃຫ້ຮູ້ຕື່ມວ່າ: ສຳລັບພືດທີ່ປູກຫລາຍກວ່າໝູ່ ແມ່ນ ມັນຕົ້ນ ຮອງລົງມາແມ່ນໝາກຖົ່ວ, ໝາກແຕງ, ສາລີ ແລະ ປະເພດພືດຜັກລວມ ເພື່ອສະໜອງຕະຫລາດພາຍໃນແຂວງ.

ຂ່າວ-ພາບ: ແດງສະຫວັດ ແສນພານິດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version