Home ຂ່າວໜ້າໜຶ່ງ ສສຊ ສຸມໃສ່ປະກອບຄຳເຫັນຕໍ່ກົດໝາຍວ່າດ້ວຍການຈັດຫາງານ ເພື່ອໃຫ້ມີເນື້ອໃນຄົບຖ້ວນ

ສສຊ ສຸມໃສ່ປະກອບຄຳເຫັນຕໍ່ກົດໝາຍວ່າດ້ວຍການຈັດຫາງານ ເພື່ອໃຫ້ມີເນື້ອໃນຄົບຖ້ວນ

0

ໃນວາລະດຳເນີີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 10 ກໍລະກົດນີ້, ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳເຫັນຕໍ່ກົດໝາຍວ່າດ້ວຍການຈັດຫາງານ ຊຶ່ງເປັນກົດໝາຍສ້າງ ໃໝ່ເພື່ອໃຫ້ມີເນື້ອໃນຄົບຖ້ວນ.

ທ່ານ ຄຳແສນ ສີສະວົງ ສສຊ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ປະກອບຄຳເຫັນຕໍ່ຫົວຂໍ້ກົດໝາຍສະບັບນີ້ ຢາກສະເໜີໃຫ້ໃສ່ຄຳວ່າ: ສົ່ງເສີມໄດ້ບໍ່ ເພາະຈະສອດຄ່ອງກັບສະພາບເສດຖະກິດໃນປັດຈຸບັນ, ເນື່ອງຈາກການແກ້ໄຂບັນຫາວຽກເຮັດງານທຳເປັນບັນຫາສຳຄັນຫຼາຍ, ເນື້ອໃນຂອງກົດໝາຍສະບັບນີ້ສ່ວນຫຼາຍເວົ້າເຖິງການຄຸ້ມຄອງແຕ່ເຫັນວ່າຍັງບໍ່ໄດ້ສ່ອງແສງເຖິງວິທີການຊອກຫາວຽກເຮັດງານທຳ. ສະນັ້ນພາກສ່ວນກ່ຽວຂ້ອງຄວນຕີລາຄາຄືນໃໝ່ໃຫ້ມີເນື້ອໃນຄົບຖ້ວນ, ສອດຄ່ອງ. ຕໍ່ມາດຕາ 16 ຢາກໃຫ້ລະບຸຢ່າງລະອຽດອາຊີບທີ່ສະ ຫງວນໄວ້ມີຫຍັງແດ່ ແລະ ອາຊີບອື່ນໆຄວນລະບຸໄວ້ໃຫ້ຈະແຈ້ງ, ສຳລັບໃນໝວດວ່າດ້ວຍການສົ່ງເສີມແຮງງານ, ຢາກໃຫ້ກົດໝາຍສະບັບນີ້ເວົ້າເລື່ອງການສົ່ງເສີມຜູ້ຈ້າງງານ ເພາະວ່າຜູ້ຈ້າງງານສ່ວນຫຼາຍບໍ່ມີກົດໝາຍສະບັບໃດມາອ້າງອີງ, ຫຼາຍບໍລິສັດ, ຫຼາຍທຸລະກິດ, ໄດ້ສ້າງແຮງງານຫຼາຍແຕ່ປັດໄຈຊຸກຍູ້ສົ່ງເສີມ, ປົກປ້ອງຜູ້ຈ້າງງານຍັງບໍ່ມີ. ສະນັ້ນຈະຊຸກຍູ້, ສົ່ງເສີມ, ຍ້ອງຍໍຊົມເຊີຍແນວໃດໃຫ້ມີການສ້າງງານໃຫ້ໄດ້ຫຼາຍຂຶ້ນ.

ທ່ານ ພັນເອກ ຄໍາດອນ ຈັນທະວົງ ສສຊ ເຂດເລືອຕັ້ງທີ 18 ແຂວງໄຊສົມບູນໄດ້ປະກອບຄໍາເຫັນໃນ ໝວດທີ 1 ວ່າດ້ວຍການຈັດຫາງານພາຍໃນ, ໝວດທີ 2 ການຈັດຫາງານໄປຕ່າງປະເທດ. ສະນັ້ນ, ຢາກສະເໝີໃຫ້ຕື່ມອີກໝວດທີ 3 ວ່າດ້ວຍແຮງງານຕ່າງປະເທດທີ່ເຮັດວຽກຢູ່ ສປປ ລາວ ເພາະຜ່ານມາມີຄົນຕ່າງປະເທດເຂົ້າມາຊອກວຽກເຮັດງານທຳຢູ່ລາວ ໃນນາມບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ໃນນາມໂຄງການ, ເພື່ອຄຸ້ມຄອງໃຫ້ເຂົ້າສູ່ລະບຽບຫຼັກການກໍຄືກົດໝາຍວາງໄວ້. ພ້ອມນັ້ນໃນມາດຕາ 49 ແຫຼ່ງກອງທຶນການຈັດຫາງານ, ໃນຂໍ້ 1 ຜູ້ອອກແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດເທົ່າກັບ 50% ຂອງຄ່າທໍານຽມ ແລະ ຄ່າບໍລິການອະນຸຍາດຈັດສົົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດຕໍ່ຄົນຕໍ່ຄັ້ງ ແລະ ຂໍ້ 2 ວິສາຫະກິດບໍລິການຈັດຫາງານທີ່ຈັດສົົ່ງກໍາລັງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດເທົ່າກັບ 50% ຂອງຄ່າທໍານຽມ ແລະ ຄ່າບໍລິການອະນຸ ຍາດຈັດສົົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດຕໍ່ຄົນຕໍ່ຄັ້ງຕໍ່ 50% ແມ່ນບໍ? ຕົວຢ່າງວ່າ: ຄ່າແຮງງານໄດ້ 1 ແສນກີບ ຕ້ອງໄດ້ເສຍຄ່າທຳນຽມ, ຄ່າບໍລິການຕ່າງໆ 50.000 ກີບແມ່ນບໍ ?, ຢາກໃຫ້ຫຼຸດຈາກ 50% ລົງມາເປັນ 30% ເພື່ອເປັນການສົ່ງເສີມການຈັດຫາງານໃຫ້ສອດຄ່ອງ. ຕໍ່ກັບຂໍ້ຫ້າມໃນມາດຕາ 51 ຂໍ້ຫ້າມສໍາລັບວິສາຫະກິດບໍລິການຈັດຫາງານໂດຍສະເພາະຂໍ້ 1-9, ຢາກໃຫ້ເອົາຂໍ້ 3 ແລະ ຂໍ້ 5 ເຂົ້າກັນເປັນຂໍ້ດຽວຂຽນວ່າ: ໂຄສະນາຈຸດຕົວະຍົວະຫຼອກລວງ ແລະ ສະໜອງຂໍ້ມູນກ່ຽວກັບການຈັດຫາງານບໍ່ຖືກຕ້ອງຕາມກົດໝາຍ, ສຳລັບຂໍ້ 6 ແລະ ຂໍ້ 7 ກໍໃຫ້ເອົາເຂົ້າກັນເປັນຂໍ້ດຽວເຊັ່ນກັນຂຽນວ່າ: ເກັບຄ່າບໍລິການຈັດຫາງານນຳຜູ້ອອກແຮງງານ ແລະ ນຳຜູ້ໃຊ້ແຮງງານເກີນອັດຕາທີ່ໄດ້ກໍານົດໄວ້ໃນລະບຽບການ ເພື່ອໃຫ້ມີເນື້ອໃນສັ້ນກະທັດຂຶ້ນ, ຕໍ່ມາດຕາ 52 ຂໍ້ຫ້າມສໍາລັບພະນັກງານ-ລັດຖະກອນໃນຂໍ້ 1: ຢາກໃຫ້ຕັດອອກເນື້ອໃນທີ່ວ່າຄອບຄົວ, ຍາດພີ່ນ້ອງ ແລະ ພັກພວກຂອງຕົນໃຫ້ຂຽນວ່າ: ສວຍໃຊ້ໜ້າທີ່, ຕໍາແໜ່ງ, ບັງຄັບ, ນາບຂູ່ ເພື່ອຫາຜົນປະໂຫຍດສ່ວນຕົວ ຫຼື ບຸກຄົນໃດໜຶ່ງ ຊຶ່ງເຫັນວ່າຈະມີເນື້ອໃນຄົບຖ້ວນ, ສອດຄ່ອງ ແລະ ສັ້ນກະທັກຮັດຂຶ້ນ.

(ຂ່າວ: ວັນເພັງ, ພາບ: ເກດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version