Home ຂ່າວພາຍໃນ ຍ່າງເພື່ອສຸຂະພາບ ສະຫຼອງວັນສ້າງຕັ້ງກີລາ-ກາຍຍະກໍາແຫ່ງຊາດ ຄົບຮອບ 57 ປີ

ຍ່າງເພື່ອສຸຂະພາບ ສະຫຼອງວັນສ້າງຕັ້ງກີລາ-ກາຍຍະກໍາແຫ່ງຊາດ ຄົບຮອບ 57 ປີ

0

ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຈັດກິດຈະກຳ ຍ່າງເພື່ອສຸຂະພາບ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງກີລາ-ກາຍຍະກຳແຫ່ງຊາດລາວ ຄົບຮອບ 57 ປີ (13 ກໍລະກົດ 1966 – 13 ກໍລະກົດ 2023) ແລະ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ທີ່ເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 114 ປີ ແລະ ຍັງເປັນການຄໍານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ (20 ກໍລະກົດ 1955 – 20 ກໍລະກົດ 2023 ) ຄົບຮອບ 68 ປີ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.

ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ກ່າວວ່າ: ກີລາ-ກາຍ ຍະກຳ ເປັນພະລັງແຮງ ເປັນຢາວິເສດ ສະແດງເຖິງຄວາມເຂັ້ມແຂງທາງດ້ານຮ່າງກາຍ ຈິດໃຈ ແລະ ທາງດ້ານມັນສະໝອງ ເຊິ່ງສະແດງອອກໃນສະໄໝຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວນານຂອງບັນພະບູລຸດ ກໍຄືບັນດາທ່ານຜູ້ນຳທີ່ໄດ້ນຳພາການປະຕິວັດຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານຢ່າງດຸເດືອດ ພາຍໃຕ້ຫ່າກະ ສຸນ ລະເບີດ ລູກແຕກຂອງສັດຕູ ເຊິ່ງບໍ່ມີເວັ້ນແຕ່ລະວັນ ແຕ່ກໍໄດ້ຮັບໄຊຊະເປັນກ້າວໆມາ ກໍຍ້ອນມີການເຝິກຍຸດທະວິທີ ທາງດ້ານກີລາ-ກາຍຍະກຳ ເຮັດໃຫ້ຮ່າງກາຍ ຈິດໃຈມີຄວາມເຂັ້ມແຂງ ມີຄວາມອົດ ທົນ ສາມາດຍາດໄດ້ໄຊຊະນະຕະຫຼອດມາ.

ກີລາ-ກາຍຍະກຳ ນອກຈາກທີ່ເຮັດໃຫ້ສຸຂະພາບແຂງແຮງແລ້ວ ຍັງເປັນໄມ້ຫຼາວັດແທກ ໃນການສ້າງບັນຍາກາດໃຫ້ມີຄວາມເບີກບານມ່ວນຊື່ນ ມີຄວາມສາມະຄີຢ່າງສະນິດແໜ້ນ ຢູ່ໃນກົມກອງ ຂະແໜງການເຂດແນວໜ້າ-ແນວຫຼັງ ຖັນແຖວພະນັກງານ ທະຫານ ຕຳຫຼວດ ໂຮງຮຽນ ແລະ ຄູ້ມບ້ານຕ່າງໆ ໃນທີ່ສຸດກອງກີລາກອງທັບປົດປ່ອຍປະຊາຊົນລາວ ກໍໄດ້ປະກາດສ້າງຕັ້ງຂຶ້ນ ໃນວັນທີ 13 ກໍລະກົດ 1966 ໂດຍແມ່ນທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ຫົວໜ້າເສນາທິການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ ໃນໄລຍະນັ້ນ ເປັນຜູ້ປະກາດສ້າງຕັ້ງຂຶ້ນ ອັນເປັນຂີດໝາຍແຫ່ງການກຳເນີດຂອງຂະບວນກີລາລາວ ຈົນເຖິງປະຈຸບັນນີ້.

ສໍາລັບກິດຈະກຳ ຍ່າງເພື່ອສຸຂະພາບ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງກີລາ-ກາຍຍະກຳແຫ່ງຊາດລາວ ຄັ້ງນີ້ ໄດ້ຈັດຂຶ້ນວັນທີ 8 ກໍລະກົດ 2023 ຢູ່ເດີ່ນພະທາດຫຼວງ ມີທ່ານ ຊົງເລົ່າ ຢົງນູຫົວໜ້າຄະນະໂຄສະນາອົບຮົມ ນວ ທ່ານ ສົມພອນ ສອນດາລາ ມີບັນດາທ່ານການນຳພັກ-ລັດ ຂັ້ນກະຊວງ ຂັ້ນນະຄອນຫຼວງ ພະແນກການ ເມືອງ ອ້ອມຂ້າງ ນະຄອນຫຼວງ ຕະຫຼອດຮອດມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

#veintianemai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version