Home ຂ່າວການເມືອງ ຊາວກະສິກອນ ແຂວງຜົ້ງສາລີ-ອຸດົມໄຊ ໄດ້ຮັບການສົ່ງຮ່ວມມືເພື່ອສົ່ງເສີມປູກພືດເປັນສິນຄ້າ

ຊາວກະສິກອນ ແຂວງຜົ້ງສາລີ-ອຸດົມໄຊ ໄດ້ຮັບການສົ່ງຮ່ວມມືເພື່ອສົ່ງເສີມປູກພືດເປັນສິນຄ້າ

0

ພິທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື ເພື່ອສົ່ງເສີມຊາວກະສີກອນໃນລາວໃຫ້ປູກພືດ ແລະ ເກັບຊື້ຄືນຜົນຜະລິດຈາກການປູກພືດກະສີກຳ ທີ່ແຂວງຜົ້ງສາລີ ແລະ ອຸດົມໄຊ ລະຫ່ວາງ ບໍລິສັດຫຸ້ນສ່ວນດ້ານໂພຊະນາການສາກົນ CNC ຂອງ ສສ ຫວຽດນາມ ກັບ ບໍລິສັດບຸນທະວິໄຊຟາມລ້ຽງສັດ ຈຳກັດຜູ້ດຽວ ສປປ ລາວ ຈັດຂຶ້ນວັນທີ 5 ກໍລະກົດ 2023 ຜ່ານມາ ທີ່ເຂດເສດຖະກິດພິເສດບາຮ່າງ ແຂວງຮາຍເຢືອງ ສສ ຫວຽດນາມ ຮ່ວມລົງນາມໂດຍທ່ານ ຫງວຽນ ວັນ ຟອງ ອຳນວຍ ການໃຫຍ່ ບໍລິສັດຫຸ້ນສ່ວນດ້ານໂພຊະນາການສາກົນ CNC ແລະ ທ່ານ ເຫຼັກ ສຸກສັນ ອຳນວຍການບໍລິສັດບຸນທະວິໄຊຟາມລ້ຽງສັດ ຈຳກັດຜູ້ດຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ສຳລັບການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ທາງບໍລິສັດບຸນທະວິໄຊຟາມລ້ຽງສັດ ຈຳກັດຜູ້ດຽວ ຈະລົງທຶນສົ່ງເສີມໃຫ້ຊາວກະສິກອນທີ່ແຂວງຜົ້ງສາລີ ແລະ ແຂວງ ອຸດົມໄຊ ປູກສາລີ ແລະ ມັນຕົ້ນ ໂດຍການສະໜອງແນວພັນ ປຸຍ ຢາຂ້າຫຍ້າ ແລະ ອື່ນໆ ທີ່ຮັບໃຊ້ໃນການຜະລິດຕາມປະລິມານທີ່ຝ່າຍ ບໍລິສັດຫວຽດນາມ ໄດ້ສະເໜີຄວາມຕ້ອງການແລ້ວ ເປັນຜູ້ເກັບຊື້ຜົນຜະລິດຄືນພ້ອມແປຮູບໃຫ້ໄດ້ມາດຕະຖານຕາມທີ່ຝ່າຍ ບໍລິສັດຫວຽດນາມ ໄດ້ກຳໜົດໄວ້ ຕາມທີ່ໄດ້ເອກພາບກັນ ສາລີ ແລະ ມັນຕົ້ນຕ້ອງໄດ້ອົບແຫ້ງໃຫ້ໄດ້ມາດຕະຖານແລ້ວຂາຍໃຫ້ຝ່າຍ ບໍລິສັດຫວຽດນາມ ພຽງຜູ້ດຽວ ໂດຍບໍລິສັດຝ່າຍຫວຽດນາມໄດ້ກຳນົດຄວາມຕ້ອງການປະລິມານສາລີອົບແຫ້ງຂັ້ນຕ່ຳ 10.000-15.000 ໂຕນຕໍ່ເດືອນ ບໍລິສັດຝ່າຍຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າລາຄາເກັບຊື້ເປັນໄປຕາມລາຄາທ້ອງຕະຫຼາດ ແລະ ບໍ່ຕໍ່າກວ່າບັນດາບໍລິສັດ ຫຼື ເອກະຊົນອຶ່ນໆ ທີ່ກຳລັງເກັບຊື້ໃນທ້ອງຖິ່ນດຽວກັນ ແລະ ໃນໄລຍະເວລາດຽວກັນ ພ້ອມທັງຊຳລະໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມເວລາການນັດໝາຍຂອງສອງຝ່າຍ ບົດບັນທຶກຄວາມເຂົ້າໃຈສະບັບນີ້ມີກຳນົດ 24 ເດືອນນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ຖ້າທັງສອງຝ່າຍໄດ້ສຶກສາຮ່ວມກັນແລ້ວມີຄວາມເປັນໄປໄດ້ຈະສ້າງສັນຍາດຳເນີນທຸລະກິດຮ່ວມກັນໃນອານາຄົດ.

ຈຸດປະສົງການຮ່ວມມືຄັ້ງນີ້ເພື່ອສົ່ງເສີມໃຫ້ຄວາມຮ່ວມມືຂອງສອງຊາດ ລາວ-ຫວຽດນາມ ໃຫ້ມີຄວາມສາມັກຄີແໜ້ນແຟ້ນສູງຂຶ້ນເວົ້າລວມ ເວົ້າສະເພາະການຮ່ວມມືຂອງສອງບໍລິສັດ ລາວ-ຫວຽດນາມ ໄດ້ແລກປ່ຽນບົດຮຽນຮ່ວມກັນ ແລະ ດຳເນີນທຸລະກິດຮ່ວມກັນໃຫ້ນັບມືກ້ວາງຂວາງດີຂຶ້ນ ໂດຍສະເພາະການສົ່ງເສີມການຜະລິດກະສິກຳຢູ່ໃນ ສປປ ລາວ ໃຫ້ມີວຽກເຮັດງານທຳ ມີລາຍຮັບທີ່ສູງຂຶ້ນ ສ້າງຄວາມເປັນຢູ່ທີ່ດີ ຄຽງຄູ່ກັບການພັດທະນາປະເທດຊາດເທື່ອລະກ້າວ.

ພ້ອມນີ້ທາງຄະນະ ໄດ້ເຂົ້າຢ້ຽມຍາມໂຮງງານຜະລິດອາຫານສັດທີ່ມີຊື່ສຽງອີກແຫ່ງໜຶ່ງ ຂອງປະເທດຫວຽດນາມ ໃນການຜະລິດອາຫານສັດທີ່ມີຄຸນນະພາບ ແລະ ໄດ້ມາດຕະຖານສູງ ໂດຍມີອາຫານສັດຊະນິດຕ່າງໆ ເຊັ່ນ : ອາຫານປາ ອາຫານໝູ ອາຫານເປັດ ອາຫານໄກ່ ແລະ ອາຫານງົວ ພ້ອມທັງຍັງມີແຜນຈະນຳເຂົ້າມາຈຳໜ່າຍໃນ ສປປ ລາວ ໃນເວລາອັນໃກ້ນີ້ເພື່ອຊ່ວຍໃຫ້ຊາວກະກະສິກອນໃນລາວ ມີຕົ້ນທຶນການຜະລິດທີ່ຕ່ຳລົງ ແລະ ໄດ້ກຳໄລຈາກການລ້ຽງສັດເພີ່ມຂຶ້ນ.

#veintianemai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version