Home ຂ່າວພາຍໃນ ຍົກລະດັບຄວາມຮູ້ດ້ານວຽກງານແຜນການ ແລະ ການເງິນ ໃຫ້ສໍາມະນາກອນລາວ

ຍົກລະດັບຄວາມຮູ້ດ້ານວຽກງານແຜນການ ແລະ ການເງິນ ໃຫ້ສໍາມະນາກອນລາວ

0

ໂຄງການ MaWaSU2 (ໂຄງການ 5 ປີ ແຕ່ພຶດສະພາ 2018-ພຶດສະພາ 2023) ແມ່ນໂຄງການຮ່ວມມືດ້ານເຕັກນິກທີ່ໄດ້ຮັບການສະໜັບສະໜູນຈາກອົງການ JICA ມີເປົ້າໝາຍເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ຂະແໜງນໍ້າປະປາ ດ້ວຍການສ້າງຄວາມເຂັ້ມແຂງໃຫ້ລະບົບການຄຸ້ມຄອງຂອງພາກລັດ ແລະ ຄວາມສາມາດດ້ານການດໍາເນີນງານຂອງລັດວິສະຫະກິດນໍ້າປະປາ ໂຄງການ MaWaSU2 ປະກອບດ້ວຍ 4 ຜົນໄດ້ຮັບ ຄື: 1 ຄວາມໂປ່ງໃສ ຄວາມຮັບຜິດຊອບ ແລະ ການປົກຄອງ ໃນສະຖາບັນນໍ້າປະປາຈະຖືກຍົກສູງຂຶ້ນ ໂດຍການປັບປຸງການບໍລິຫານຂະແໜງນໍ້າປະປາ 2 ຄວາມສາມາດຂອງລັດວິສະຫະກິດນໍ້າປະປາດ້ານການວາງແຜນ ການຈັດຕັ້ງປະຕິບັດ ການຕິດຕາມ ແລະ ການປະເມີນໂຄງການນໍ້າປະປາຈະຖືກຍົກສູງຂຶ້ນ 3 ມາດຕະຖານເຕັກນິກທີ່ຈຳເປັນສຳລັບການບໍລິການນໍ້າປະປາຈະຖືກພັດທະນາ 4 ຄວາມສາມາດໃນການດໍາເນີນງານທີ່ຈຳເປັນຂອງລັດວິສະຫະກິດນໍ້າປະປາໃນການຈັດຕັ້ງປະຕິບັດການບໍລິການນໍ້າປະປາຈະຖືກຍົກສູງຂຶ້ນ.

ວຽກແຜນການ ແລະ ການເງິນ ແມ່ນວຽກໜຶ່ງທີ່ສໍາຄັນທີ່ສຸດໃນການບໍລິຫານງານທີ່ເຂັ້ມແຂງ ແລະ ການ ດໍາເນີນງານນໍ້າປະປາທີ່ຍືນຍົງ ໂຄງການ MaWaSU2 ໂດຍການຮ່ວມມືກັບຫ້ອງການນໍ້າປະປາເມືອງ Kawasaki ແລະ ຫ້ອງການນໍ້າປະປາເມືອງ Yokohama ໄດ້ຈັດເຝິກອົບຮົມໃຫ້ພະນັກງານລັດຈາກສູນກາງ ແລະ 3 ລັດວິສາຫະກິດນໍ້າປະປາແຂວງຕົວແບບ ຄື: ນະຄອນຫຼວງວຽງຈັນ ແຂວງຫຼວງພະບາງ ແລະ ແຂວງຄຳມ່ວນ ວັນທີ 26 ມິຖຸນາ-6 ກໍລະກົດ 2023 ຢູ່ເມືອງໂຢໂກຮາມາ ປະເທດຍີ່ປຸ່ນ ເພື່ອສ້າງຄວາມເຂົ້າ ໃຈໃຫ້ເລິກເຊິ່ງ ແລະ ເສີມສ້າງຄວາມສາມາດໃນວຽກງານການວາງແຜນ ແລະ ການເງິນສໍາລັບການດໍາເນີນວຽກງານ (ທຸລະກິດ) ນໍ້າປະປາ ເຊິ່ງຫົວຂໍ້ຫຼັກຂອງການເຝິກອົບຮົມ ລວມມີການວາງແຜນການໄລຍະຍາວສໍາລັບວຽກງານນໍ້າປະປາ ໂດຍອີງໃສ່ການຄາດຄະເນຄວາມຕ້ອງການນໍ້າ ການວາງແຜນລາຍຮັບ-ລາຍຈ່າຍປະຈໍາປີ ການທົບທວນ-ປັບປຸງລາຄານໍ້າປະປາ ການຈຳລອງການຄາດຄະເນປະຊາກອນດ້ວຍຄອມພິວເຕີ ແລະ ອື່ນໆ.

ພາຍຫຼັງສໍາເລັດການເຝິກອົບຮົມຢູ່ປະເທດຍີ່ປຸ່ນ ສໍາມະນາກອນຈະກາຍເປັນຄູເຝິກໃນກິດຈະກໍາເຜີຍແຜ່ທົ່ວປະເທດ ເຊິ່ງບັນດາກິດຈະກໍາເຫຼົ່ານີ້ຈະດໍາເນີນປະຕິບັດໄປຈົນຮອດທ້າຍໂຄງການ MaWaSU2 (ທັນວາ 2023) ໂດຍແບ່ງເປັນ 3 ພາກ (ພາກເໜືອ ພາກກາງ ແລະ ພາກໃຕ້) ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍນະໂຍບາຍລາຄານໍ້າ ແລະ ຂໍ້ຕົກລົງວ່າດ້ວຍໂຄງປະກອບສ້າງຂອງລາຄານໍ້າປະປາ ເຊິ່ງມີຜົນບັງຄັບໃຊ້ແຕ່ປີ 2022 ແລະ 2023 ຕາມລຳດັບ ກິດຈະກໍາເຜີຍແຜ່ທົ່ວປະເທດ ໂດຍສໍາມະນາກອນທີ່ເຂົ້າຮ່ວມເຝິກ ອົບຮົມຢູ່ປະເທດຍີ່ປຸ່ນນີ້ ຈະເປັນໂອກາດດີໃຫ້ລັດວິສາຫະກິດນໍ້າປະປາແຂວງທົ່ວປະເທດ ໄດ້ທົບທວນຄືນກ່ຽວ ກັບລາຄານໍ້າປະປາ ເພື່ອເຮັດໃຫ້ພື້ນຖານການດໍາເນີນວຽກງານນໍ້າປະປາມີສະຖຽນລະພາບ ການຄາດຄະເນຄວາມຕ້ອງການນໍ້າ ແຜນການດໍາເນີນວຽກງານນໍ້າປະປາໄລຍະຍາວ ແຜນລາຍຮັບ-ລາຍຈ່າຍການເງິນປະຈໍາປີ (ແຜນງົບປະມານ) ຈະເປັນຈຸດສຳຄັນຂອງກິດຈະກຳໃນໂຄງການ MaWaSU3 (ປີ 2024-2027).

#veintianemai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version