Home ຂ່າວກິລາ ແມນຢູ ສົນໃຈຄວ້າ “ອໍາຣາບັດ” ຟິອໍເຣນຕິນ່າ ພ້ອມຂາຍ 30 ລ້ານປອນ

ແມນຢູ ສົນໃຈຄວ້າ “ອໍາຣາບັດ” ຟິອໍເຣນຕິນ່າ ພ້ອມຂາຍ 30 ລ້ານປອນ

0

ເດລີ ເມລ ລາຍງານວ່າ ແມນເຊັສເຕີ ຢູໄນເຕັດ ກັບມາໃຫ້ຄວາມສົນໃຈໃນຕົວ ໂຊຟິຢານ ອຳຣາບັດ ກອງກາງຂອງ ຟິອໍເຣນຕິນາ ອີກຄັ້ງ.

ກອງກາງທີມຊາດໂມຣັອກໂກ ຕົກເປັນເປົ້າໝາຍຂອງ ແມນເຊັສເຕີ ຢູໄນເຕັດ ເມື່ອເດືອນມັງກອນທີ່ຜ່ານມາ ກ່ອນທີ່ພວກເຂົາ ເລືອກຄວ້າ ມາເຊວ ຊາບິດເຊີ ມາຈາກ ບາເຢິນ ມິວນິກ ແທນ

ອໍາຣາບັດ ຍັງມີຂ່າວກັບບາເຊໂລນາ ເຊັ່ນກັັນ ແຕ່ຂໍ້ຈໍາກັດທາງດ້ານການເງິນ ເຮັດໃຫ້ທີມຍິ່ງໃຫຍ່ຈາກແອັດສະປາຍ ຍື່ນຂໍ້ສະເໜີພຽງແຕ່ການຢືມຕົວເທົ່ານັ້ນ ຢ່າງໃດກໍຕາມ, ຫຼ້າສຸດ ຟິອໍເຣນຕິນາ ພ້ອມທີ່ຈະຂາຍນັກເຕະໃນລາຄາປະມານ 30 ລ້ານປອນ.

ແມນເຊັສເຕີ ຢູໄນເຕັດ ບັນລຸຂໍ້ຕົກລົງເຊັນສັນຍາກັບ ເມສັນ ເມົາ ກອງກາງຈາກເຊວຊີ ດ້ວຍຄ່າຕົວ 60 ລ້ານປອນ ບວກກັບສ່ວນເສີມ ແລະ ຕອນນີ້ ພວກເຂົາກໍາລັງສຸມໃສ່ການເຊັນສັນຍາກັບສູນໜ້າ ແລະ ຜູ້ຮັກສາປະຕູຕົວໃໝ່.

ອໍາຣາບັດ ຖືກວາງຕົວເປັນຕົວແທນຂອງ ເຟຣດ ເຊິ່ງໄດ້ຮັບຄວາມສົນໃຈຈາກສະໂມສອນ ຟູແລ່ມ ແລະ ທີມໃນຊາອູດິ ອາຣະເບຍ ໃນຂະນະທີ່ ສະກັອດ ແມັກໂທມີເນ ກໍອາດຖືກປ່ອຍອອກຈາກທີມເຊັ່ນກັນ.

ອໍາຣາບັດ ສ້າງຜົນງານໄດ້ຢ່າງໂດດເດັ່ນໃຫ້ກັບ ໂມຣັອກໂກ ທີ່ຄວ້າອັນດັບ 4 ໃນການແຂ່ງຂັນເຕະບານໂລກ 2022 ທີ່ປະເທດກາຕາ.

ແມນເຊັສເຕີ ຢູໄນເຕັດ ມີງົບປະມານເສີມທີມຢ່າງຈຳກັດ ໂດຍສະເພາະຢ່າງຍິ່ງ ໃນຂະນະທີ່ການຄອບຄອງຂອງສະໂມສອນຍັງຄົງເປັນເຄື່ອງໝາຍຄໍາຖາມ ແຕ່ການຂາຍນັກເຕະໃນທີມ ຈະຊ່ວຍລະດົມທຶນສໍາລັບການຊື້ນັກເຕະໃໝ່ໄດ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version