Home ຂ່າວກິລາ ອາເຊນອລ ເຈລະຈາ “ເດແຄລນ ໄຣ” ໄດ້ລຸລ່ວງລໍຖ້າພຽງກວດຮ່າງກາຍ

ອາເຊນອລ ເຈລະຈາ “ເດແຄລນ ໄຣ” ໄດ້ລຸລ່ວງລໍຖ້າພຽງກວດຮ່າງກາຍ

0

The Athletic ສໍານັກຂ່າວກີລາ ລາຍງານວ່າ ອາເຊນອລ ໄດ້ບັນລຸຂໍ້ຕົກລົງກັບ ເວສແຮມ ຢູໄນເຕັດ ໄດ້ໂດຍສົມບູນ ກຽມ ການກວດຮ່າງກາຍຂອງ ເດແຄລນ ໄຣ ກ່ອນເປີດຕົວເປັນນັກເຕະໃໝ່.

ເວສແຮມ ຍອມຮັບຄ່າຕົວ 100 ລ້ານ ບວກກັບ 5 ລ້ານປອນໃນສ່ວນເສີມຈາກ ອາເຊນອລ ຕັ້ງແຕ່ອາທິດທີ່ຜ່ານມາ ແລະ ໃນທີ່ສຸດ ກໍຕົກລົງເລື່ອງໂຄງສ້າງການຈ່າຍເງິນກັນໄດ້.

ທັງສະໂມສອນໄດ້ສະຫຼຸບແລ້ວວ່າ ອາເຊນອລ ຈະຜ່ອນຊໍາລະເງິນຕົ້ນເປັນເວລາ 3 ງວດຕະຫຼອດໄລຍະເວລາ 24 ເດືອນ.

ເດແຄລນ ໄຣ ອາຍຸ 24 ປີ ຈະເຂົ້າກວດຮ່າງກາຍທີ່ ເອມີເຣດ ກ່ອນຈະປິດຂໍ້ຕົກລົງເປັນນັກເຕະອັງກິດທີ່ມີລາຄາແພງທີ່ສຸດໃນປະຫວັດສາດ ພຣີເມຍ ລີກ.

Daily Mail ເປີດເຜີຍເພີ່ມເຕີມວ່າ ຫົວໜ້າທີມ ເວສແຮມ ຈະຍ້າຍເຂົ້າມາຮັບຄ່າຈ້າງຢ່າງໜ້ອຍ 250.,000 ປອນຕໍ່ອາທິດ. ແມນເຊັສເຕີ ຊິຕີ ແຊັມພຣີເມຍ ລີກ ພະຍາຍາມແຍ່ງຊີງຕົວ ເດແຄລນ ໄຣ ແຕ່ໄດ້ຖອນຕົວອອກໄປ ພາຍຫຼັງ ອາເຊນອລ ໄດ້ຍື່ນຂໍ້ສະເໜີຮອບຫຼ້າສຸດ.

ອະດີດເດັກປັ້ນ ເຊວຊີ ຍ້າຍເຂົ້າຮ່ວມກັບ ເວສແຮມ ແບບບໍ່ມີຄ່າຕົວຕັ້ງແຕ່ປີ 2014 ແລະ ກຽມອໍາລາສະຫນາລອນດອນດ້ວຍສະຖິຕິ 245 ນັດໃນທຸກລາຍການ ມີແຊັມ Conference League 1 ສະໄໝ.

ໃນຂະນະດຽວກັນ ທີມຂອງ ມິເກວ ອາເຕຕາ ຍັງໃກ້ທີ່ຈະໄດ້ຕົວ ເຢີຣຽນ ທີມເບີ ກອງຫຼັງ ອາແຈັກ ເຂົ້າມາອີກຄົນດ້ວຍຄ່າຕົວ 40 ລ້ານປອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version