Home ຂ່າວພາຍໃນ ເຊກອງ ທົບທວນການຄວບຄຸມພະຍາດໂຄວິດ-19 ແລະ ໄຂ້ຍຸງລາຍ

ເຊກອງ ທົບທວນການຄວບຄຸມພະຍາດໂຄວິດ-19 ແລະ ໄຂ້ຍຸງລາຍ

0

ກອງປະຊຸມທົບທວນຄືນການຄວບຄຸມພະຍາດໂຄວິດ-19 ແລະ ພະຍາດໄຂ້ຍຸງລາຍ ປະຈໍາປີ 2022, 6 ເດືອນຕົ້ນປີ ແລະ ແຜນການຈັດຕັ້ງປະຕິບັດ 6 ເດືອນທ້າຍປີ 2023 ໄດ້ຈັດຂຶ້ນໃນວັນທີ 4 ກໍລະກົດນີ້ ທີ່ພະແນກສາທາລະນະສຸກແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ, ທ່ານ ບົວໄລ ເກດຈັນ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະກໍາມະການຄວບຄຸມພະຍາດຕິດຕໍ່ຂັ້ນແຂວງ, ທ່ານຮອງເຈົ້າເມືອງ, ຫ້ອງການສາທາລະນະສຸກ 4 ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ລາຍງານສະພາບການຄວບຄຸມພະຍາດໂຄວິດ-19 ແລະ ພະຍາດໄຂ້ຍຸງລາຍ ປະຈໍາປີ 2022, 6 ເດືອນຕົ້ນປີ ແລະ ແຜນການຈັດຕັ້ງປະຕິບັດ 6 ເດືອນທ້າຍປີ 2023. ໃນໄລຍະຜ່ານມາ, ຄະນະພັກ-ການນໍາແຂວງ ກໍຄືພະແນກສາທາລະນະສຸກແຂວງ ໄດ້ເອົາໃຈໃສ່ໂຄສະນາສຶກສາອົບຮົມປຸກລະດົມປະຊາຊົນບັນດາເຜົ່າທຸກພາກສ່ວນໃນທົ່ວສັງຄົມ ເຂົ້າຮ່ວມໃນຂະບວນການຄວບຄຸມ-ປ້ອງກັນພະຍາດໂຄວິດ-19 ແລະ ພະຍາດໄຂ້ຍຸງລາຍຢ່າງກວ້າງຂວາງ ດ້ວຍການປະຕິບັດມາດຕະການຕ່າງໆ ທີ່ຂະແໜງສາທາລະນະສຸກວາງອອກຢ່າງເຂັ້ມງວດ. ໃນປີ 2022 ແລະ 6 ເດືອນຕົ້ນປີ 2023 ທົ່ວແຂວງເຊກອງ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 1.716 ຄົນ. ໃນນີ້, ເສຍຊີວິດ 6 ຄົນ, ສັກວັກຊິນເຂັມທີ I ໄດ້ຈໍານວນ 113.270 ຄົນ ກວມເອົາ 86%, ເຂັມທີ II ຈໍານວນ 105.270 ຄົນ ກວມເອົາ 80%, ເຂັມທີ III ຈໍານວນ 55.546 ຄົນ ກວມເອົາ 42% ແລະ ເຂັມທີ IV ຈໍານວນ 14.383 ຄົນ ກວມເອົາ 11% ຂອງປະຊາກອນທົ່ວແຂວງ; ສ່ວນພະຍາດໄຂ້ຍຸງລາຍມີຜູ້ຕິດເຊື້ອທັງໝົດ 1.133 ກໍລະນີ, ເສຍຊີວິດ 1 ກໍລະນີ. ໃນນີ້, ເມືອງລະມາມ 960 ກໍລະນີ, ເມືອງທ່າແຕງ 47 ກໍລະນີ, ເມືອງກະລຶມ 52 ກໍລະນີ ແລະ ເມືອງດາກຈຶງ 69 ກໍລະນີ. ພ້ອມນີ້, ໃນກອງປະຊຸມຍັງໄດ້ຮັບຟັງການລາຍງານການຄວບຄຸມພະຍາດໂຄວິດ-19, ພະຍາດໄຂ້ຍຸງລາຍ ປະຈໍາປີ 2022, 6 ເດືອນຕົ້ນປີ ແລະ ແຜນການຈັດຕັ້ງປະຕິບັດ 6 ເດືອນທ້າຍປີ 2023 ຈາກຫ້ອງການສາທາລະນະສຸກ 4 ເມືອງ, ການປະກອບຄໍາຄິດຄໍາເຫັນຂອງຄະນະກໍາມະການຂັ້ນແຂວງ, ຄະນະນໍາ ແລະ ຫ້ອງການສາທາລະນະສຸກເມືອງ. ທັງນີ້ ກໍເພື່ອເຮັດໃຫ້ບົດລາຍງານ, ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າມີເນື້ອໃນຄົບຖ້ວນສົມບູນ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ແລະ ເຮັດໃຫ້ການເຄື່ອນໄຫວວຽກງານໃນຕໍ່ໜ້າດີຂຶ້ນ.

ໂອກາດນີ້, ທ່ານ ຄໍາສອນ ກອນເຍີ ໄດ້ຊີ້ນໍາໃຫ້ຄະນະກໍາມະການ ກໍຄືຂະແໜງການກ່ຽວຂ້ອງເພີ່ມທະວີການປະສານງານ ແລະ ຄວາມຮັບຜິດຊອບຂອງຕົນໃນການປະຕິບັດໜ້າທີ່ວຽກງານໃຫ້ສູງຂຶ້ນ, ສືບຕໍ່ໂຄສະນາສຶກສາອົບຮົມປຸກລະດົມໃຫ້ທົ່ວສັງຄົມຮັບຮູ້, ເຂົ້າໃຈ ແລະ ຮ່ວມມືໃນຂະບວນການຄວບຄຸມພະຍາດຕ່າງໆ ຫຼື ເປັນເຈົ້າການປະຕິບັດຫຼັກການອະນາໄມ 3 ສະອາດ, ສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ-ແພດໝໍໃຫ້ສູງຂຶ້ນ, ບົ່ງມະຕິພະຍາດໃຫ້ຖືກຕ້ອງຊັດເຈນ, ເຮັດໜ້າທີ່ດ້ວຍຄວາມເສຍສະຫຼະ, ຮັບໃຊ້ປະຊາຊົນດ້ວຍຄວາມຈິງໃຈ, ປະຕິບັດຄໍາຂວັນ 5 ດີ 1 ພໍໃຈ ແລະ ສິ່ງສໍາຄັນ ຕ້ອງກະກຽມຄວາມພ້ອມຕາມຄວາມສາມາດຂອງຕົນ ໂດຍສະເພາະດ້ານອຸປະກອນ, ຢາ ແລະ ພະນັກງານແພດ-ໝໍ ເພື່ອປະກອບສ່ວນເຂົ້າໃນການປິ່ນປົວຄົນເຈັບ ກໍຄືຄວບຄຸມພະຍາດຕ່າງໆໃຫ້ທ່ວງທັນ.

ຂ່າວ-ພາບ: ສັນຍາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version