Home ທຸລະກິດ ຍ້ອນຫັນປ່ຽນອາຊີບຕາມແນວທາງຂອງພັກ ຈຶ່ງເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ

ຍ້ອນຫັນປ່ຽນອາຊີບຕາມແນວທາງຂອງພັກ ຈຶ່ງເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ

0

ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ກ່ຽວກັບການສົ່ງເສີມການຜະລິດເປັນສິນຄ້າເພື່ອນໍາພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ຕາມແນວທາງຂອງພັກວາງອອກ ແລະ ໃນຍຸກປັດຈຸບັນການສ້າງເສດຖະກິດຄອບຄົວໄດ້ມີການຂະຫຍາຍຕົວສູງເລື້ອຍໆ ພ້ອມດຽວກັນນັ້ນກໍມີການແຂ່ງຂັນກັນຫຼາຍຂຶ້ນ. ທຸກໆອາຊີບຈະສ້າງລາຍໄດ້ໃຫ້ກັບຄອບຄົວຂໍພຽງແຕ່ມີຄວາມດຸໝັ່ນ, ອົດທົນ, ຊອກຮູ້ຮໍ່າຮຽນສິ່ງໃໝ່ໆ ເພື່ອມີປະສົບການມາພັດທະນາຊີວິດຄອບຄົວໃຫ້ດີຂຶ້ນ.

ດັ່ງຄອບຄົວຂອງ ທ່ານ ໂອດ ແກ້ວສີມຸນທາ ອາຍຸ 57 ປີ, ເປັນຄົນຖິ່ນກໍາເນີດ ຢູ່ບ້ານໂອ່ງຄໍາ ເມືອງສະໜາມໄຊ ແຂວງອັດຕະປື ເມື່ອຮຽນຈົບແພດທະຫານປີ 1998 ກໍໄດ້ອອກມາຮັບຈ້າງເຮັດວຽກທົ່ວໄປຢູ່ກັບບ້ານ ໂອ່ງຄໍາ, ມາຮອດປີ 2000 ໄດ້ສ້າງຄອບຄົວ ກັບ ນາງ ໝຸຍ ໄຊຍະລາດ ອາຍຸ 43 ປີ, ມີລູກຮ່ວມກັນ 3 ຄົນ ​ຍິງ 2 ຄົນ, ປັດຈຸບັນສະມາຊິກຄອບຄົວມີທັງໝົດ 5 ຄົນ, ແຮງງານຕົ້ນຕໍ 2 ຄົນ, ແຮງງານສໍາຮອງ 1 ຄົນ. ທ່ານ ໂອດ ແກ້ວສີມຸນທາ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ໃນຄັ້ງວັນທີ 4 ກໍລະກົດ ນີ້ວ່າ: ອາຊີບໃນເມື່ອກ່ອນຢູ່ບ້ານ ໂອ່ງຄໍາ ແມ່ນເຮັດນາເປັນຕົ້ນຕໍ, ຮັບຈ້າງເຮັດວຽກກໍາມະກອນທົ່ວໄປເປັນສໍາຮອງ ແລະ ອາໄສຢູ່ດິນແມ່ເຖົ້າແບ່ງປັນໃຫ້ ເຫັນໄດ້ວ່າ: ການສ້າງຊີວິດຄອບຄົວພົບຄວາມຫຍຸ້ງຍາກ, ການຊອກແຫຼ່ງລາຍຮັບມາເກື້ອກູນຄອບຄົວ ມີບາງປີກໍກຸ້ມກິນ, ບາງປີບກໍບໍ່ກຸ້ມກິນ, ລາຍຮັບບໍ່ທ່ວງທັນກັບການໃຊ້ຈ່າຍ ເຮັດໃຫ້ຄອບຄົວມີຄວາມທຸກຍາກຫຼາຍ, ລາຍຮັບແຕ່ລະເດືອນໜ້ອຍ ແຕ່ລາຍຈ່າຍຊໍ້າພັດຫຼາຍ ເພາະຕ້ອງໄດ້ສົ່ງລູກເຂົ້າໂຮງຮຽນນຳອີກ. ສະນັ້ນ, ນອກຈາກເຮັດນາແລ້ວຕົນເອງຍັງໄດ້ໄປຮັບຈ້າງທົ່ວໄປນຳອີກ ແຕ່ລາຍຮັບຂອງຄອບຄົວຍັງບໍ່ພຽງພໍຢູ່. ຕົກມາປີ 2015 ຜົວ-ເມຍ ຈຶ່ງໄດ້ປຶກສາກັນຊອກຫາວິທີທາງແກ້ໄຂ ໂດຍຊອກຫາອາຊີບທີ່ສາມາດສ້າງລາຍຮັບເພີ່ມ ແລະ ລົງທຶນໜ້ອຍ. ໃນເວລານັ້ນ ຕົນເອງກໍເປັນກຳມະກອນຮັບຈ້າງກໍພໍໄດ້ງົບປະມານທ້ອນໂຮມຈໍານວນໜ້ອຍໜຶ່ງ. ໃນເບື້ອງຕົ້ນຕົນເອງພໍມີດິນສວນ 1 ຕອນ, ທີ່ແມ່ເຖົ້າແບ່ງປັນໃຫ້ຂະໜາດ (30×50 ແມັດ) ກໍເກີດມີຄວາມຄິດຢາກຫັນເສດຖະກິດທໍາມະຊາດໄປສູ່ການຜະລິດເສດຖະກິດເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກຂອງຄອບຄົວໃຫ້ມີຢູ່ມີກິນ ແລະ ຮັ່ງມີຜາສຸກ ຈາກນັ້ນກໍໄດ້ທົດລອງຫັນເອົາການປູກພືດແບບປະສົມປະສານເປັນຕະກຸນ (ໝາກຖົວ, ໝາກແຕງ ແລະ ໝາກພິກ, ໝາກເຂືອເສີມ) ໃນເນື້ອທີ່ 30×50 ແມັດ ກໍເຫັນວ່າມີຄວາມພໍໃຈຫຼາຍ ແລະ ຜົນຜະລິດໄດ້ດີສົມຄວນ, ສາມາດສ້າງລາຍຮັບເປັນງວດ ຊຶ່ງແຕ່ລະງວດສາມາດຈັດເກັບລາຍຮັບເຂົ້າຄອບຄົວເປັນເງິນເກັບໂຮມ ໃນເວລານັ້ນ, ​ລາຄາຂາຍໝາກແຕງກິໂລລະ 3.000 ກີບ, ໝາກຖົ່ວກິໂລລະ 10.000 ກີບ, ສະເລ່ຍລາຍຮັບຈາກການຂາຍໝາກແຕງ ແລະ ໝາກຖົ່ວໄດ້ 3.000.000 – 4.000.000 ກີບຕໍ່ງວດ ແລະ ສະເລ່ຍໝົດປີບໍ່ຫຼຸດ 12.000.000 -15.000.000 ກີບຕໍ່ປີ, ຕໍ່ຈາກນັ້ນມາຕົນເອງຈຶ່ງໄດ້ຕັດສິນໃຈຢຶດຖືອາຊີບນີ້ ແລະ ໄດ້ຜະລິດຫຼາຍເພີ່ມຂຶ້ນເລື້ອຍໆຕາມການສັ່ງຈອງຂອງລູກຄ້າ ແລະ ປ້ອນຕະຫຼາດພາຍໃນເມືອງ ແລະ ແຂວງໃນແຕ່ລະໄລຍະຈົນບໍ່ທັນກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ.

ມາຮອດປີ 2018, ເຫັນວ່າສັງຄົມເລີ່ມມີການຮັບຮູ້ຜົນຜະລິດຂອງຕົນເອງຫຼາຍຂຶ້ນ ແລະ ພາຍໃນທ້ອງຕະຫຼາດຍິ່ງມີຄວາມຕ້ອງການຫຼາຍ, ລາຄາກໍໄດ້ດີ, ຈຶ່ງໄດ້ຕັດສິນໃຈເອົາເງິນເກັບທີ່ສະສົມໄວ້ຈຳນວນ 23.000.000 ກີບ ໄປຊື້ດິນສວນຢູ່ບ້ານດົງບາກໃໝ່ຫີນຄໍາ ເມືອງສະໜາມໄຊ ຕື່ມອີກຈໍານວນ 2 ຕອນ, ຕອນທີໜຶ່ງມີເນື້ອທີ່ 30×80 ແມັດ ແລະ ຕອນທີສອງມີເນື້ອທີ່ 40×40 ແມັດ ພ້ອມທັງຍົກຍ້າຍຄອບຄົວໄປຕັ້ງຖິ່ນຖານເຂົ້າກັບພົນລະເມືອງບ້ານ ດົງບາກໃໝ່ຫີນຄໍາ ຍ້ອນມີຈຸດປະສົງ ແລະ ຕັ້ງເປົ້າໝາຍໄວ້ເພື່ອຂະຫຍາຍການຜະລິດໃຫ້ກາຍເປັນສິນຄ້າ ໂດຍສືບຕໍ່ປູກໝາກຖົ່ວ, ໝາກແຕງ, ໝາກພິກ, ໝາກເຂືອ ສົ່ງປ້ອນຕະຫຼາດຢ່າງບໍ່ຂາດແຕ່ລະງວດ. ໃນໄລຍະນີ້; ລາຄາຂາຍໝາກຖົ່ວ 30.000 ກີບຕໍ່ກິໂລ, ໝາກແຕງຂາຍ 10.000 ກີບຕໍ່ກິໂລ,​ ສະເລ່ຍລາຍຮັບໄດ້ 17.000.000 ກີບຕໍ່ງວດບວກກັບລາຍຮັບຂາຍໝາກພິກ-ໝາກເຂືອໄດ້ 1000.000 ກີບຕໍ່ງວດ, ລວມກັນ 18.000.000 ກີບຕໍ່ງວດ, ສະເລ່ຍລາຍຮັບໄດ້ໝົດປີ 72.000.000 ກີບຕໍ່ປີ. ນອກຈາກຜະລິດຕາມແບບທີ່ຕົນເອງມັກຮັກແລ້ວ, ຍັງໄດ້ເບິ່ງບົດຮຽນ ແລະ ແລກປ່ຽນປະສົບການນໍາຄອບຄົວຕົວແບບອ້ອມຂ້າງເມືອງ, ຮຽນຮູ້ໃນອິນເຕີເນັດ, ຢູທູບ ແລະ ຮັບຟັງຂ່າວສານອື່ນໆອີກ. ເພື່ອມາພັດທະນາຜົນຜະລິດຂອງຕົນເອງໃຫ້ດີຂຶ້ນ ແລະ ມີຜົນຜະລິດທີ່ງາມ, ສະອາດ ແລະ ປອດສານຜິດ ສາມາດດຶງດູດຄວາມສົນໃຈຂອງລູກຄ້າຫຼາຍກວ່າເກົ່າ ແລະ ຄ່ອຍໆເພີ່ມຜົນຜະລິດເພີ່ມຂຶ້ນເລື້ອຍໆ.

ຈາກຜົນສຳເລັດຂ້າງເທິງນັ້ນ, ເຖິງວ່າບໍ່ຫຼາຍແຕ່ກໍເປັນຄວາມພູມໃຈຂອງຄອບຄົວ ທີ່ສາມາດບັນລຸໄດ້ຕາມຈຸດປະສົງ, ເປົ້າໝາຍທີ່ໄດ້ວາງໄວ້ຄື: ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ໄດ້ກາຍເປັນຄອບຄົວທີ່ອຸດົມສົມບູນ ມາຮອດປັດຈຸບັນເຫັນວ່າຄອບຄົວມີຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍສະເພາະແມ່ນມີເຮືອນຢູ່ທີ່ຖາວອນ 2 ຫຼັງ, ມີລົດຈັກຮັບໃຊ້ພາຍໃນຄອບຄົວ 4 ຄັນ, ມີລົດໃຫຍ່ຮຸນໄດ 1 ຄັນ, ລົດໄຖນາ 1 ຄັນ, ສາມາດສົ່ງລູກຮຽນຈົບວິຊາຊີບທັງ 3 ຄົນ, ມີເງິນເກັບໄວ້ປິ່ນປົວສຸຂະພາບ ແລະ ເພື່ອເປັນທຶນຮອນໃນຍາມທີ່ຈຳເປັນຈຳນວນໜຶ່ງ, ດັ່ງນັ້ນ, ຄອບຄົວ ທ່ານ ໂອດ ແກ້ວສີມຸນທາ ຈຶ່ງໄດ້ຮັບຮອງເປັນຄອບຄົວຕົວແບບໃນປີ 2018 ເປັນຕົ້ນມາ, ໄດ້ຮັບໃບຍ້ອງຍໍ ແລະ ຫຼຽນກາແຮງງານຈຳນວນໜຶ່ງ ຈາກການຈັດຕັ້ງພັກ-ລັດ ໂດຍສະເພາະແມ່ນການປະກອບສ່ວນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໄດ້ເທື່ອລະກ້າວ.

ຄຽງຄູ່ກັບຜົນສຳເລັດຂ້າງເທິງນັ້ນ, ຍັງພົບຄວາມຫຍຸ້ງຍາກເຊັ່ນ: ໃຊ້ຕົ້ນທຶນສູງໃນການຊື້ວັດຖຸ ແລະ ເຄື່ອງມືຮັບໃຊ້ຜົນຜະລິດເປັນຕົ້ນ: ແຮງງານຜະລິດມີໜ້ອຍ, ເຄື່ອງມືຍັງບໍ່ທັນສະໄໝ, ວັດຖຸຮັບໃຊ້ມີລາຄາແພງ ແຕ່ຄວາມຕ້ອງການຂອງທ້ອງຕະຫຼາດພັດເພີ່ມຂຶ້ນ, ເຖິງແນວໃດກໍຕາມ ໃນອະນາຄົດຕໍ່ຈາກນີ້ ທ່ານ ໂອດ ແກ້ວສີມຸນທາ ກໍໄດ້ມີແຜນທີ່ຈະຂະຫຍາຍກິດຈະການຂອງຕົນ ແລະ ຄິດຄົ້ນແບບຕ່າງໆເປັນຕົ້ນ: ພະຍາຍາມບົວລະບັດຮັກສາໃສ່ຝຸ່ນ, ຂະຫຍາຍຟາມລ້ຽງໄກ່ລາດ ມີ 1 ຟາມ, ບັນຈຸໄກ່ໄດ້ 100 ກວ່າໂຕ ຄາດວ່າຈະໄດ້ປ້ອນຕະຫຼາດໃນທ້າຍປີນີ້, ເຮັດນາປູກເຂົ້າໃນເນື້ອທີ່ 2 ເຮັກຕາກວ່າ, ບົວລະບັດຮັກສາຜົນຜະລິດໃຫ້ໄດ້ຫຼາຍ, ກຸ້ມກິນ ແລະ ກາຍເປັນສິນຄ້າຕື່ມອີກ.

ຜົນສຳເລັດດັ່ງກ່າວນັ້ນ, ແມ່ນຍ້ອນມີແນວທາງນະໂຍບາຍທີ່ຖືກຕ້ອງ ແລະ ສອດຄ່ອງຂອງພັກ, ອຳນາດການປົກຄອງບ້ານທີ່ໄດ້ອຳນວຍຄວາມສະດວກ ບວກໃສ່ຄວາມຕັດສິນໃຈ ຮູ້ນຳເອົາແນວທາງນະໂຍບາຍຂອງພັກ-ລັດຖະບານ ໄປຈັດຕັ້ງຜັນຂະຫຍາຍ ແລະ ຮູ້ໝູນໃຊ້ທ່າແຮງຂອງຕົນທີ່ມີໃຫ້ເກີດຜົນປະໂຫຍດສູງສຸດ ຈົນເຮັດໃຫ້ຄອບຄົວມີລາຍໄດ້ພາໃຫ້ຄອບຄົວມີຊີວິດທີ່ດີຂຶ້ນ ສາມາດຫຼຸດພົ້ນຈາກຄວາມທຸກຍາກ ແລະ ກາຍເປັນຄອບຄົວຕົວແບບໃຫ້ແກ່ປະຊາຊົນພາຍໃນບ້ານດົງບາກໃໝ່ຫີນຄໍາ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮໍ່າຮຽນເອົາເປັນແບບຢ່າງ… ພ້ອມນີ້, ທ່ານ ໂອດ ແກ້ວສີມຸນທາ ຍັງໄດ້ແນະນໍາປະຊາຊົນໃນທົ່ວແຂວງອັດຕະປື ກໍຄືໃນທົ່ວປະເທດ ທີ່ຄິດຈະຫັນມາທໍາການຜະລິດປູກພືດກະສິກໍາແບບປະສົມປະສານ ກ່ອນອື່ນໝົດຕ້ອງມີຄວາມດຸໝັ່ນ ແລະ ອົດທົນເພາະເປັນວຽກທີ່ຕ້ອງໄດ້ຂະຫຍັນເອົາໃຈໃສ່ຕິດຕາມຢ່າງໃກ້ສິດ.

ໂດຍ: ຊິບປະໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version