Home ຂ່າວຕ່າງປະເທດ 6 ເດືອນຕົ້ນປີ ຫວຽດນາມ ດຶງດູດທຶນ FDI ຫຼາຍກວ່າ 13,4 ຕື້ໂດລາ

6 ເດືອນຕົ້ນປີ ຫວຽດນາມ ດຶງດູດທຶນ FDI ຫຼາຍກວ່າ 13,4 ຕື້ໂດລາ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງບໍ່ດົນມານີ້, ກົມໃຫຍ່ສະຖິຕິ ຫວຽດນາມ ໃຫ້ຮູ້ວ່າ: ໄລ່ຮອດວັນທີ 20 ມິຖຸນາ, ຍອດເງິນລົງທຶນຈາກຕ່າງປະເທດ (FDI) ຈົດທະບຽນເຂົ້າມາລົງທຶນ ຢູ່ ຫວຽດນາມ ລວມມີ: ທຶນຈົດທະບຽນໃໝ່, ທຶນຈົດທະບຽນດັດປັບ ແລະ ມູນຄ່າປະກອບທຶນ, ຊື້ຫຸ້ນສ່ວນຂອງນັກລົງທຶນຕ່າງປະເທດ ບັນລຸຫຼາຍກວ່າ 13,4 ຕື້ໂດລາ, ແຕ່ຫຼຸດລົງ 4,3% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2022. ໄລ່ສະເພາະທຶນຈົດທະບຽນໃໝ່ ມີທັງໝົດເກືອບ 1.300 ໂຄງການ ທີ່ໄດ້ຮັບການອະນຸຍາດ ດ້ວຍທຶນຈົດທະບຽນບັນລຸເກືອບ 6,5 ຕື້ໂດລາ, ເພີ່ມຂຶ້ນຫຼາຍກວ່າ 31% ກ່ຽວກັບທຶນຈົດທະບຽນເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງກວມເອົາອັດຕາສ່ວນໃຫຍ່ທີ່ສຸດ ດ້ວຍຍອດທຶນຈົດທະບຽນບັນລຸເກືອບ 5,5 ຕື້ໂດລາ.

ໃນຈຳນວນ 57 ປະເທດ ແລະ ເຂດແຄ້ວນ ມີໂຄງການລົງທຶນທີ່ໄດ້ຮັບການອະນຸຍາດໃໝ່ຢູ່ ຫວຽດນາມ ໃນ 6 ເດືອນຕົ້ນປີນີ້, ສິງກະໂປແມ່ນນັກລົງທຶນໃຫຍ່ທີ່ສຸດດ້ວຍມູນຄ່າ 1,79 ຕື້ໂດລາ, ຖັດຈາກນັ້ນແມ່ນຈີນ 1,29 ຕື້ໂດລາ ແລະ ຍີ່ປຸ່ນ 386 ລ້ານໂດລາ ແລະ ໃນ 6 ເດືອນຕົ້ນປີ, ມີ 21 ປະເທດ ແລະ ເຂດແຄ້ວນ ໄດ້ຮັບການລົງທຶນຈາກ ຫວຽດນາມ. ໃນນັ້ນ, ການາດາ ແມ່ນປະເທດນຳໜ້າດ້ວຍເງິນລົງທຶນກວ່າ 150 ລ້ານໂດລາ ຖັດຈາກນັ້ນແມ່ນ ສິງກະໂປ, ລາວ, ກູບາ ແລະ ອິດສະຣາແອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version