Home ຂ່າວໜ້າໜຶ່ງ ຄະນະບໍລິຫານງານພັກ ຫສປທ ດໍາເນີນກອງປະຊຸມຄົບຄະນະກາງສະໄໝ

ຄະນະບໍລິຫານງານພັກ ຫສປທ ດໍາເນີນກອງປະຊຸມຄົບຄະນະກາງສະໄໝ

0

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ສະໄໝທີ I ໄດ້ເປີດຂຶ້ນລະຫວ່າງວັນທີ 3-4 ກໍລະກົດ 2023 ທີ່ທໍານຽບປະທານປະເທດ ໂດຍມີ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສ​ປ​ປ ລາວ, ມີບັນດາສະຫາຍຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກ, ໜ່ວຍງານວິຊາການຈາກຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຫ້ອງວ່າການສູນກາງພັກເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ສະຫາຍ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ຫສປທ ໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້ໄດ້ເປີດຂຶ້ນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດກໍາລັງສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ຂອງລັດຖະບານ ໂດຍສະເພາະຢູ່ ຫສປທ ແມ່ນກໍາລັງຂຸ້ນຂ້ຽວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ແລະ ແຜນພັດທະນາ 5 ປີ ຂອງ ຫສປທ ໄລຍະກາງສະໄໝຜ່ານມາ ຊຶ່ງມີການສະຫລຸບຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ຫສປທ ໃນໄລຍະກາງສະໄໝ; ສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ; ຜ່ານຮ່າງບົດສໍາຫລວດການນໍາພາລວມຂອງຄະນະບໍລິຫານງານພັກ ຫສປທ. ສຳຄັນແມ່ນຈະໄດ້ພ້ອມກັນວາງທິດທາງ, ແຜນການ ສຳລັບແຕ່ນີ້ຫາທ້າຍສະໄໝ ເພື່ອສືບຕໍ່ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຂອງ ຫສປທ ຕາມ​ທີ່​ໄດ້ກຳນົດ​ໄວ້.

ກອງປະຊຸຸມດັ່ງກ່າວໄດ້ດໍາເນີນເປັນເວລາ 2 ວັນຄື: ວັນທີ 3 ກໍລະກົດ 2023 ກອງປະຊຸມທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນ ຄະນະບໍລິຫານງານພັກ ແລະ ກອງປະຊຸມເປີດກວ້າງ, ສ່ວນ ວັນທີ 4 ກໍລະກົດ 2023 ແມ່ນກອງປະຊຸມພາຍໃນ ຄະນະບໍລິຫານງານພັກ ຫສປທ.

ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍໃນຄະນະບໍລິຫານງານພັກ ຫສປທ ທີ່ຮ່ວມແຮງຮ່ວມໃຈນໍາພາ-ຊີ້ນໍາເຮັດໃຫ້ກອງປະຊຸມຄັ້ງນີ້ໄດ້ເປີດຂຶ້ນ. ພ້ອມນັ້ນ ສະຫາຍກໍຍັງໄດ້ເນັ້ນບາງບັນຫາທີ່ສໍາຄັນຕື່ມອີກເປັນຕົ້ນແມ່ນເພີ່ມທະວີການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແລະ ແຜນພັດທະນາ 5 ປີ (2021-2025) ຂອງ ຫສປທ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ 2 ວາລະແຫ່ງຊາດ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້, ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄວາມໜັກແໜ້ນ, ອຸ່ນອ່ຽນທຸ່ນທ່ຽງ, ຫ້າ​ວ​ຫັນ​ຕໍ່​ໜ້າ​ທີ່​ວຽກ​ງານ, ​ອົດ​ທົນ​ຜ່ານ​ຜ່າ​ຂໍ້​ຫຍຸ້ງ​ຍາກດ້ານເສດຖະກິດ-ການເງິນ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ແລະ ກະທັດຮັດ, ລົງເລິກຕໍ່ກັບ 5 ແຜນພັດທະນາ, 24 ໂຄງການ ແລະ 39 ກິດຈະກໍາ ເພື່ອຈັດລຽງບຸລິມະສິດ, ກໍານົດວຽກງານຈຸດສຸມໃນແຕ່ລະດ້ານ, ສືບຕໍ່ ປົກປັກຮັກສາ ແລະ ນໍາໃຊ້ວັດຖຸອຸປະກອນ ຂອງທໍານຽບປະທານປະເທດ ໃຫ້ເກີດປະໂຫຍດສູງສຸດ ພ້ອມທັງປັບປຸງລະບົບການຄຸ້ມຄອງງົບປະມານ, ການເງິນ ແລະ ກົນໄກການຈັດຊື້-ຈັດຈ້າງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ຖືເອົາຜົນຂອງການທາບທາມຄວາມເຊື່ອໝັັ້ນໄວ້ວາງໃຈ ແລະ ຜົນການດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກ ຫສປທ ຄັ້ງນີ້ ເພື່ອສືບຕໍ່ຍູ້ແຮງວຽກງານປັບປຸງພັກ, ກໍ່ສ້າງພະນັກງານ, ວຽກງານກວດກາ ແລະ ວຽກງານອົງການຈັດຕັ້ງມະຫາຊົນຂອງພັກໃຫ້ແຂງແຮງ, ຜັນຂະຫຍາຍຈິດໃຈຂອງກອງປະຊຸມວຽກງານຈັດຕັັ້ງທົ່ວປະເທດ ຄັັ້ງທີ XI ແລະ ກອງປະຊຸມວຽກງານກວດກາທົ່ວປະເທດ ຄັັ້ງທີ IV ຜ່ານມາ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງໃນວຽກງານພັກ-ພະນັກງານ.

ຂ່າວ: ຫ​ສ​ປ​ທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version