Home ຂ່າວຕ່າງປະເທດ ລັດຖະສະພາໄທ ເລືອກປະທານຄົນໃໝ່

ລັດຖະສະພາໄທ ເລືອກປະທານຄົນໃໝ່

0

ຕາມ​ຂ່າວ​ຈາກວິທະຍຸ​ສາກົນຫວຽດນາມ ວັນທີ 4 ກໍລະກົດນີ້​ ສຳນັກງານລັດຖະສະພາໄທ ຢູ່ນະຄອນຫລວງບາງກອກ, ສະພາຜູ້ແທນລາດຊະດອນ ຊຸດທີ 26 ໄດ້ຈັດ​ກອງປະຊຸມຄັ້ງທຳອິດດ້ວຍການເຂົ້າຮ່ວມຂອງສະມາຊິກສະພາຜູ້ແທນ ລາດຊະດອນ ​ເກືອບ 500 ຄົນ ​ເພື່ອເລືອກຕັ້ງປະທານຄົນ​ໃໝ່ ແລະ ຮອງປະທານຕາມລຳດັບ. ພາຍຫລັງບັນລຸໄດ້ຂໍ້ຕົກລົງ ໃນສຳພັນທະມິດໂດຍພັກກ້າວໄກ (MFP) ນຳໜ້າ, ທ່ານ ວັນ ໂມຫະລັດ ນໍ ມາດທາ, ການນຳພັກປະຊາຊາດແມ່ນຜູ້ໜຶ່ງດຽວໄດ້ສະເໜີຕົວຮັບດຳລົງຕຳແໜ່ງ ​ແລະ ໄດ້ຮັບເລືອກຕັ້ງເປັນປະທານສະພາຜູ້ແທນລັດຊະດອນອາຍຸການໃໝ່. ຕາມຂໍ້ຕົກລົງຂອງລັດຖະສະພາໄທ, ປະທານສະພາຜູ້ແທນລາດຊະດອນ ກໍ່ເປັນປະທານລັດຖະສະພາ. ໃນບົດຄຳເຫັນໃນພິທີ ຮັບດຳລົງຕຳແໜ່ງ, ທ່ານ ນໍ ມາດທາ, ປະທານລັດຖະສະພາຄົນໃໝ່ ໃຫ້ຄຳໝັ້ນສັນຍາຈະເຮັດວຽກດ້ວຍຄວາມຈິງໃຈ, ເຄົາລົບກົດໝາຍ ແລະ ບັນດາຂໍ້ກຳນົດຂອງລັດຖະສະພາຢ່າງ​ເຂັ້ມງວດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version