Home ຂ່າວໜ້າໜຶ່ງ ລັດຖະບານ ປະເມີນຜົນການປະຕິບັດກົດໝາຍ ຂົງເຂດຕຸລາການ 2 ສະບັບ

ລັດຖະບານ ປະເມີນຜົນການປະຕິບັດກົດໝາຍ ຂົງເຂດຕຸລາການ 2 ສະບັບ

0

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 4 ກໍລະກົດ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ. ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນລາຍງານການປະເມີນຜົນ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ກໍໄດ້ປະກອບຄຳຄິດຄຳເຫັນໃສ່ກົດຫມາຍດັ່ງກ່າວ ເພື່ອເຮັດໃຫ້ມີເນື້ອໃນສົມບູນຄົບຖ້ວນ ແນໃສ່ເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມ ຄອງສັງຄົມ, ການສະກັດກັ້ນການກະທໍາຜິດ, ປົກປ້ອງຜົນປະໂຫຍດຂອງລັດ, ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ.

ທ່ານ ໄຊຊະນະ ໂຄດພູທອນ ໄດ້້ກ່າວວ່າ: ກົດໝາຍວ່າດ້ວຍອົງການ ໄອຍະການປະຊາຊົນ ສະບັບທໍາອິດ ປະ ກອບມີ VI ພາກ, 27 ມາດຕາລ ເຊິ່ງເປັນພື້ນຖານໃຫ້ແກ່ການສ້າງຕັ້ງອົງການ ໄອຍະການປະຊາຊົນ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ. ຜ່ານມາກົດໝາຍດັ່ງກ່າວ, ໄດ້ຮັບການປັບປຸງມາແລ້ວ 3 ຄັ້ງຄື: ປັບປຸງປີ 2003, 2009 ແລະ ປີ 2017. ສ່ວນກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ ສະບັບທໍາອິດ ປະກອບມີ VIII ພາກ, 10 ໝວດ ແລະ 96 ມາດຕາ ເຊິ່ງກົດໝາຍດັ່ງກ່າວ, ໄດ້ກໍານົດຫລັກການພື້ນ ຖານ ໃນການດໍາເນີນຄະດີອາຍາ, ສິດ ແລະ ໜ້າທີ່ຂອງອົງການດໍາເນີນຄະດີ, ສິດ ແລະ ພັນທະຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ, ບັນດາມາດຕະການສືບສວນ- ສອບສວນ, ມາດຕະການສະກັດກັ້ນ, ຂັ້ນຕອນການດໍາເນີນຄະດີອາຍາ, ກໍານົດສິດໃນການຕິດຕາມກວດກາ ຂອງອົງການໄອຍະການປະຊາຊົນ ແລະ ອື່ນໆ. ໄລຍະຜ່ານມາກົດໝາຍດັ່ງກ່າວ ໄດ້ຮັບການປັບປຸງມາແລ້ວ 3 ຄັ້ງຄື: ປັບ ປຸງປີ 2004, 2012 ແລະ ປີ 2017.

ກົດໝາຍທັງສອງສະບັບນີ້, ເປັນນິຕິກໍາສໍາຄັນຮັບປະກັນໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງອົງການໄອຍະການປະຊາຊົນ ແລະ ອົງການດໍາເນີນຄະດີອາຍາອື່ນ, ແນໃສ່ເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ການສະກັດກັ້ນການກະທໍາຜິດ, ປົກປ້ອງຜົນປະໂຫຍດຂອງລັດ, ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະ ເມືອງ, ສຶກສາອົບຮົມພົນລະເມືອງໃຫ້ເຄົາລົບ ແລະ ປະຕິ ບັດກົດໝາຍ, ປະກອບສ່ວນໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ສ້າງເງື່ອນໄຂເອື້ອອໍານວຍ ໃຫ້ປະຊາຊົນລາວບັນດາເຜົ່າ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ. ບັນດາພະນັກງານວິຊາການ ຂອງອົງການດໍາເນີນຄະດີອາຍາ ໄດ້ນໍາໃຊ້ກົດໝາຍດັ່ງກ່າວ, ເຂົ້າໃນການປະຕິ ບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນຢ່າງມີປະສິດ ທິຜົນ ດ້ວຍການສ້າງກົນໄກປະສານງານ ເພື່ອເພີ່ມທະວີການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ; ເປັນພື້ນຖານໃຫ້ແກ່ການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍຫລາຍສະບັບ ເພື່ອເປັນບ່ອນອີງໃຫ້ແກ່ ອົງການດໍາເນີນຄະດີອາຍາ ໄດ້ຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ໂປ່ງໃສ, ຍຸຕິທໍາ, ເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນຕໍ່ຂະບວນຍຸຕິທໍານັບມື້ນັບຫລາຍຂຶ້ນ.

ແຕ່ເຖິງຢ່າງໃດກໍຕາມ ການໂຄສະນາເຜີຍແຜ່ກົດໝາຍ ຍັງບໍ່ສາມາດລົງສູ່ຮາກຖານໄດ້ຢ່າງທົ່ວເຖິງ, ປະຊາຊົນຈໍານວນຫລາຍບໍ່ທັນຮູ້ ແລະ ເຂົ້າໃຈ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນ, ອົງການດໍາເນີນຄະດີອາຍາ ແລະ ການສະໜອງຂໍ້ມູນຂ່າວ ສານ ທາງດ້ານກົດໝາຍໃຫ້ພໍ່ແມ່ປະຊາຊົນ ຍັງບໍ່ທັນທົ່ວເຖິງເປັນຕົ້ນ ແມ່ນເຂດຫ່າງໄກສອກຫລີກ ຍັງບໍ່ທັນເຂົ້າໃຈກ່ຽວກັບຂັ້ນຕອນການດໍາເນີນຄະດີອາຍາ; ການສ້າງນິຕິກໍາໃຕ້ກົດໝາຍ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າ ທີ່ວຽກງານ ຍັງມີບາງອັນເຮັດບໍ່ໄດ້, ຍັງມີບາງມາດຕາ ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ບໍ່ທັນໄດ້ຜັນຂະ ຫຍາຍເປັນນິຕິກໍາອັນລະອຽດ, ການຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ຂອງພະນັກງານໄອຍະການ ແລະ ພະນັກງານປົກປ້ອງກົດໝາຍ ລວມທັງກົນໄກການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ.

ສຳລັບທິດທາງໃນຕໍ່ໜ້າ ຈະສືບຕໍ່ໂຄສະນາເຜີຍແຜ່ກົດ ໝາຍ ເພື່ອໃຫ້ອົງການຈັດຕັ້ງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮູ້ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການດໍາເນີນຄະດີອາຍາ ແລະ ຂັ້ນຕອນ ການດໍາເນີນຄະດີອາຍາ ຢ່າງທົ່ວເຖິງ; ທົບທວນ ແລະ ປະເມີນຜົນການຈັດ ຕັ້ງປະຕິບັດກົດໝາຍສອງສະບັບນີ້ ເປັນແຕ່ລະໄລຍະ ເພື່ອແກ້ໄຂບັນຫາ ໃຫ້ທັນກັບສະພາບການ ແລະ ແທດເໝາະກັບສະພາບເປັນຈິງ; ສ້າງກົນໄກປະສານງານ ລະຫວ່າງ ອົງ ການໄອຍະການປະຊາຊົນ ກັບອົງການດໍາເນີນຄະດີອາຍາອື່ນ, ອົງການປົກຄອງ ແລະ ອົງການກ່ຽວຂ້ອງ ໃຫ້ມີຄວາມກົມກຽວ; ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດກົດ ໝາຍ ແລະ ລະບຽບການຕ່າງໆ ເພື່ອຮັບປະກັນປະສິດທິຜົນໃນການປະຕິບັດໜ້າທີ່ ທີ່ຮັບຜິດຊອບ; ສ້າງ ແລະ ປັບ ປຸງນິຕິກໍາໃຕ້ກົດໝາຍ ໂດຍສະເພາະ ບັນດາມາດຕາທີ່ໄດ້ກໍານົດໃຫ້ໄດ້ຮັບການຈັດຕັ້ງ ຜັນຂະຫຍາຍໃຫ້ສໍາເລັດ.

ຂ່າວ: ກິດຕາ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version