Home ຂ່າວຕ່າງປະເທດ ຝຣັ່ງ ກຳນົດໃຫ້ເຍົາວະຊົນທີ່ໃຊ້ Social Media ຕ້ອງໄດ້ຮັບອະນຸຍາດຈາກຜູ້ປົກຄອງ

ຝຣັ່ງ ກຳນົດໃຫ້ເຍົາວະຊົນທີ່ໃຊ້ Social Media ຕ້ອງໄດ້ຮັບອະນຸຍາດຈາກຜູ້ປົກຄອງ

0

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ລັດຖະບານຝຣັ່ງໄດ້ອະນຸມັດກົດໝາຍສະບັບໃໝ່ ໂດຍກຳນົດໃຫ້ Platform ສື່ສັງຄົມອອນລາຍຕ່າງໆເຊັ່ນ: ຕິກຕັອກ ກວດສອບອາຍຸຂອງຜູ້ໃຊ້ງານ ແລະ ຂໍອະນຸຍາດຈາກຜູ້ປົກຄອງຂອງເຍົາວະຊົນທີ່ມີອາຍຸຕ່ຳກວ່າ 15 ປີ ຕາມຄວາມພະຍາຍາມທີ່ຈະປົກປ້ອງເດັກທາງອອນລາຍ.

ກົດໝາຍດັ່ງກ່າວເປັນສ່ວນໜຶ່ງຂອງການເຄື່ອນໄຫວຫຼ້າສຸດຂອງລັດຖະບານປາຣີໃນການຫຼຸດຜ່ອນການໃຊ້ເວລາກັບໜ້າຈໍຂອງເດັກນ້ອຍ ລວມເຖິງປົກປ້ອງພວກເຂົາຈາກການກັ່ນແກ້ງໃນໂລກອອນລາຍ ແລະ ອາດຊະຍາກຳອື່ນໆ. ເຖິງແມ່ນວ່າ ທ່ານ ຊອງ-ໂນເອວ ບາໂຣ ລັດຖະມົນຕີການປ່ຽນຜ່ານດີຈີຕອນຝຣັ່ງກ່າວກັບຝ່າຍນິຕິບັນຍັດວ່າ: ກົດໝາຍສຳຄັນນີ້ຈະຖືກບັງຄັບໃຊ້ໂດຍໄວທີ່ສຸດ ແຕ່ວັນທີ່ຮ່າງກົດໝາຍກວດສອບອາຍຸ ຈະມີຜົນບັງຄັບໃຊ້ນັ້ນຍັງບໍ່ທັນຊັດເຈນ ຫຼັງຈາກໄດ້ຮັບການຮັບຮອງຈາກວຸດທິສະພາ ເນື່ອງຈາກຍັງບໍ່ມີກຳນົດວັນທີ່ແນ່ນອນ ແລະ ຄະນະກຳມາທິການເອີຣົບ (EC) ຍັງບໍ່ໄດ້ກວດສອບວ່າ ກົດໝາຍຂ້າງເທິງສອດຄ່ອງກັບກົດໝາຍຂອງສະຫະພາບເອີຣົບ ຫຼື ບໍ່. ຖ້າຫາກກົດໝາຍສະບັບໃໝ່ມີຜົນບັງຄັບໃຊ້ Platform ສື່ສັງຄົມອອນລາຍຕ່າງໆຈະມີເວລາ 1 ປີໃນການປະຕິບັດນະໂຍບາຍສຳລັບຜູ້ຮັບເປັນສະມາຊິກລາຍໃໝ່ ແລະ ມີເວລາອີກ 2 ປີ ໃນການດຳເນີນຕາມຂໍ້ກຳນົດກັບຜູ້ໃຊ້ງານ Platform ໃນປັດຈຸບັນ ທັງນີ້, ກົດໝາຍສະບັບໃໝ່ຈະກຳນົດຢ່າງຊັດເຈນວ່າ Platform ຕ້ອງໄດ້ຮັບຄວາມຍິນຍອມຈາກພໍ່ແມ່ ຫຼື ຜູ້ປົກຄອງຖ້າຫາກຜູ້ໃຊ້ງານມີອາຍຸຕ່ຳກວ່າ 15 ປີ ໂດຍໃຊ້ການແກ້ໄຂ (solution) ທາງເຕັກນິກ ຊຶ່ງສອດຄ່ອງກັບແນວທາງທີ່ກຳນົດໂດຍ ARCOM ໜ່ວຍງານກຳກັບເບິ່ງແຍງຂອງຝຣັ່ງ ຖ້າຫາກສື່ສັງຄົມອອນລາຍໃດລະເມີດກົດໝາຍດັ່ງກ່າວຈະຖືກປັບສູງເຖິງ 1% ຂອງລາຍໄດ້ທົ່ວໂລກຂອງພວກເຂົາ.

ຍິ່ງໄປກວ່ານັ້ນ, ກົດໝາຍຍັງອະນຸຍາດໃຫ້ຜູ້ປົກຄອງສາມາດຮຽກຮ້ອງຂໍລະງັບບັນຊີລູກທີ່ມີອາຍຸຕ່ຳກວ່າ 15 ປີ ຕະຫຼອດຈົນຮອດກຳນົດໃຫ້ Platform ມີເຄື່ອງມືຕ່າງໆ ເພື່ອຈໍາກັດເວລາທີ່ເດັກໃຊ້ງານສື່ສັງຄົມອອນລາຍອີກດ້ວຍ. ນອກຈາກນັ້ນ, ທ່ານ ໂລຣອງ ມາກັອງເຈລີ ສະມາຊິກສະພານິຕິບັນຍັດຂອງຝຣັ່ງຍອມຮັບວ່າການດຳເນີນການດັ່ງກ່າວບໍ່ພຽງພໍທີ່ຈະຜ່ອນຄາຍຄວາມກັງວົນກ່ຽວກັບຄວາມປອດໄພທາງອອນລາຍຂອງເດັກນ້ອຍ ແລະ ຮຽກຮ້ອງໃຫ້ມີການເພີ່ມລະດັບເຕັກໂນໂລຊີການກວດສອບຢືນຢັນອາຍຸທາງອອນລາຍ ແລະ ການລົງທຶນຢ່າງຫຼວງຫຼາຍໃນການສຶກສາທາງດີຈີຕອນສຳລັບຜູ້ປົກຄອງຄູ ແລະ ເດັກນ້ອຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version