Home ທຸລະກິດ ມອບ-ຮັບນໍ້າມັນເຊື້ອໄຟມາຈໍາໜ່າຍຕາມຮູບແບບຂາຍຍົກ ແລະ ຂາຍຍ່ອຍ ຢູ່ ສປປ ລາວ

ມອບ-ຮັບນໍ້າມັນເຊື້ອໄຟມາຈໍາໜ່າຍຕາມຮູບແບບຂາຍຍົກ ແລະ ຂາຍຍ່ອຍ ຢູ່ ສປປ ລາວ

0

ພາຍຫຼັງທີ່ທາງ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ກົມໃຫຍ່ພະລາທິການກອງທັບ, ໄດ້ຕົກລົງເຫັນດີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດ ຊິໂນລາວ ລົງທຶນ ຈໍາກັດ, ກ່ຽວກັບການຮ່ວມມືທຸລະກິດນໍາເຂົ້ານໍ້າມັນເຊື້ອໄຟມາຈໍາໜ່າຍຕາມຮູບແບບຂາຍຍົກ ແລະ ຂາຍຍ່ອຍ ຢູ່ ສປປ ລາວ.

ໃນວັນທີ 26 ພຶດສະພາ ຜ່ານມາ, ບໍລິສັດ ຊິໂນລາວ ລົງທຶນ ຈໍາກັດ ຈຶ່ງໄດ້ປະຕິບັດຕາມຂໍ້ຕົກລົງດັ່ງກ່າວ ແລະ ໄດ້ປະສານງານກັບ ບໍລິສັດ ຊິນໂນເພັກຮົງກົງ ສປ ຈີນ, ຈັດສົ່ງນໍາເຂົ້ານໍ້າມັນເຊື້ອໄຟປະເພດຊະນິດຕ່າງໆ, ຕາມຈໍານວນ ແລະ ມູນຄ່າ ໂດຍພາຍໃຕ້ບັນດາຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆ ຂອງສັນຍາທີ່ລະບຸໄວ້ແຕ່ລະມາດຕາຢ່າງເຂັ້ມງວດ ແລະ ຖືກຕ້ອງ, ດັ່ງນັ້ນມາ ໃນວັນທີ 27 ມິຖຸນາ ຜ່ານມາ, ບໍລິສັດ ຊິນໂນເພັກຮົງກົງ ສປ ຈີນ ຈຶ່ງໄດ້ຈັດສົ່ງ, ມອບ-ຮັບນໍ້າມັນໃຫ້ແກ່ ບໍລິສັດລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນ ແລະ ບໍລິສັດ ຊິໂນລາວ ລົງທຶນຈໍາກັດ ຢູ່ດ່ານສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ, ພິທີມອບ-ຮັບດັ່ງກ່າວ ລະຫວ່າງ ທ່ານ ພັນເອກ ບຸນທົງ ກອງເທດມະນີ ຫົວໜ້າອໍານວຍການບໍລິສັດລັດວິສາຫະກິດນ້ຳມັນເຊື້ອໄຟວຽງຈັນ ແລະ ທ່ານ ນາງ ເຕືອນໃຈ ໄຊຍະສອນ ປະທານບໍລິສັດ ຊິໂນລາວ ລົງທຶນຈໍາກັດ ແລະ ບໍລິສັດ ຊິໂນເພັກ ຮົງກົງ ສປ ຈີນ ມີ ຫົວໜ້າຄະນະປັບປຸງຫົວ ໜ່ວຍການຜະລິດ-ທຸລະກິດ ທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ ແລະ ພະນັກງານບໍລິສັດທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວ-ພາບ: ຄໍາປະສົງ ລາດຊະວົງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version