ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ຄະນະບໍລິຫານງານສູນກາງພັກແຮງງານເກົາຫລີ ແລະ ໂດຍໄດ້ຮັບການມອບໝາຍຈາກ ສະຫາຍ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງ ພັກປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງ, ເລຂາທິ ການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະ ໄດ້ເດີນທາງໄປຮ່ວມພິທີສະເຫລີມສະຫລອງ ວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ (10/10/1945-10/10/2025) ທີ່ນະຄອນຫລວງພຽງຢາງ, ສປປ ເກົາຫລີ, ແຕ່ວັນທີ 09-11 ຕຸລາ 2025, ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກການນຳ ພັກ, ລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ອ້າຍນ້ອງ.

ໃນໄລຍະການເຄື່ອນໄຫວຢູ່ ສປປ ເກົາຫລີ ຄັ້ງນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີຊຸມນຸມໃຫຍ່ສະເຫລີມສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ ແລະ ຊົມການ ສະແດງສິລະປະກາຍະກຳ ທີ່ ສະໜາມກິລາ 1 ພຶດສະພາ ໃນຕອນແລງຂອງວັນທີ 9 ຕຸລາ 2025 ແລະ ເຂົ້າຮ່ວມພິທີສວນສະໜາມຢ່າງຍິ່ງໃຫຍ່ເພື່ອສະເຫລີມສະຫລອງວັນດັ່ງກ່າວ ໃນຕອນແລງຂອງວັນທີ 10 ຕຸລາ 2025. ພ້ອມກັນນີ້, ຍັງໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມສະຖານທີ່ທາງປະຫວັດສາດ, ວັດທະນະທຳ ແລະ ເສດຖະກິດຈຳນວນໜຶ່ງ ເປັນຕົ້ນຢ້ຽມຊົມ ບ້ານມັນກຽງແດ(ບ້ານເກີດຂອງ ປະທານ ກິມ ອິນ ຊຸງ), ຫໍວາງສະແດງຜະລິດຕະພັນອຸດສະຫະກໍາເບົາ ແລະ ຫໍພິພິທະພັນປະຫວັດສາດໄຊຊະນະສົງຄາມປົດປ່ອຍປິຕິພູມ.
ການເຂົ້າຮ່ວມພິທີສະເຫລີມສະຫລອງດັ່ງກ່າວຂອງຄະນະຜູ້ແທນພັກ ປປ ລາວ ໃນຄັ້ງນີ້ ແມ່ນເປັນການ ສະແດງເຖິງການສະໜັບສະໜູນເຊິ່ງກັນ ແລະ ກັນ, ໃຫ້ກຳລັງໃຈກັນ ແລະ ປະກອບສ່ວນເຂົ້າໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ສປປ ເກົາຫລີ.