ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫລື ນະຄອນຫລວງວຽງຈັນເກມ 2025 ຈະຈັດຂຶ້ນ ຢ່າງເປັນທາງການ ໃນວັນທີ 15 ພະຈິກ 2025 ທີ່ຈະມາເຖິິງນີ້ ໂດຍໄດ້ກຳນົດເອົາ ສັນຍະລັກ ເປັນຮູບພະທາດຫລວງ ແລະ ສັດນໍາໂຊກ ແມ່ນນົກຍຸງ, ສ່ວນຄໍາຂວັນແມ່ນ “ສາມັກຄີ ມີວິໄນ-ໂປ່ງໃສ-ໄດ້ການພັດທະນາ”,ປະ ກອບມີ 33 ປະເພດກິລາ ແລະ 1 ກິລາສາທິດ, ລວມ 400 ລາຍການ ແຂ່ງຂັນ. ພ້ອມກັນນີ້, ຍັງຈະໄດ້ເປີດງານ ມະຫະກຳກິລາຄົນພິການ ຄັ້ງທີ ໃນຕົ້ນເດືອນທັນວາ 2025 ຕື່ມອີກ.

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ປະທານກຳມະການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 12 ຕຸລາ 2025 ກ່ຽວກັບການກະກຽມຈັດງານມະຫະກຳກິລາດັ່ງກ່າວຮູ້ວ່າ: ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫລື ນະຄອນຫລວງວຽງຈັນເກມ 2025 ຈະຈັດຂຶ້ນຢ່າງເປັນທາງການ ໃນວັນທີ 15 ພະຈິກ 2025 ແລະ ຈະປິດຢ່າງເປັນທາງການ ໃນວັນທີ 25 ພະຈິກ 2025. ຫລັງຈາກນັ້ນ, ຈະໄດ້ສືບຕໍ່ເປີດງານມະຫະກຳກິລາຄົນພິການ ຄັ້ງທີ IV ເຊິ່ງຈະເປີດຂຶ້ນ ໃນຕົ້ນເດືອນ ທັນວາ 2025. ມາຮອດປັດຈຸບັນ, ການຫ້າງຫາກະກຽມດ້ານຕ່າງໆ ແມ່ນມີຄວາມພ້ອມຮອບດ້ານ ເປັນຕົ້ນ ໄດ້ກຳນົດ ແລະ ກະກຽມການແຂ່ງຂັນ ໃນງານມະຫະກຳກິລາຄັ້ງນີ້ 33 ປະເພດກິລາ ແລະ 1 ກິລາສາທິດ, ລວມ 400 ລາຍການ, ຄາດຄະເນຈຳນວນນັກກິລາເຂົ້າຮ່ວມຫລາຍກວ່າ 2.000 ຄົນ. ສຳລັບ ສິ່ງອຳນວຍ ດ້ານສະຖານທີ່, ສະໜາມແຂ່ງຂັນ ຖືວ່າມີຄວາມພ້ອມຫລາຍກວ່າ 95% ແລະ ຈະກວດກາຄວາມພ້ອມຮອບດ້ານ ຢ່າງຄົບຖ້ວນ ສົມ ບູນ ໃນວັນທີ 30 ຕຸລາ ນີ້ ແມ່ນສຳເລັດ 100%.
ສຳລັບ ດ້ານທີ່ພັກ ເພື່ອຮັບຕ້ອນຄູຝຶກ ແລະ ນັກກິລາ ທີ່ເດີນທາງ ມາຈາກ 17 ແຂວງ ແລະ ນະຄອນ ຫລວງ ເພື່ອເຂົ້າຮ່ວມການແຂ່ງຂັນ, ລວມທັງການຈັດການ ທີ່ພັກສຳລັບແຂກຖືກເຊີນທີ່ຈະມາຮ່ວມ ພິທີເປີດ, ພິທີປິດ ງານຄັ້ງນີ້ ໂດຍອີງໃສ່ເງື່ອນໄຂ, ຈຸດພິເສດ ສະຖານທີ່ພັກເຊົາໃນນະຄອນຫລວງວຽງຈັນ ແມ່ນມີ ໂຮງແຮມ, ເຮືອນພັກຈຳນວນຫລາຍ ສາມາດຕອບສະໜອງໄດ້ຢ່າງພຽງພໍ (ຈະບໍ່ໄດ້ຈັດສັນສະຖານທີ່ການສຶກສາ ໃຫ້ນັກກິລາແຕ່ລະແຂວງພັກເຊົາ). ດ້ານເຕັກນິກ, ລະບຽບການ ການແຂ່ງຂັນ (ປະເພດ ກິລາແຂ່ງຂັນ) ແມ່ນໄດ້ມີ ບັນດາຄະນະສະຫະພັນກິລາ ແຕ່ລະປະເພດ ຄົ້ນຄວ້າ ແລະ ຮັບຮອງ, ຮັບປະກັນການແຂ່ງຂັນມີຄວາມສະເໝີພາບ ສ້າງໂອກາດໃຫ້ນັກກິລາໄດ້ສະແດງຄວາມສາມາດ, ທັງຮັບປະກັນໃຫ້ການແຂ່ງຂັນມີບັນຍາກາດ, ມີນ້ຳໃຈກິລາ, ມີຄວາມສາມັກ ຄີຮັກແພງ ເຊິ່ງກັນ ແລະ ກັນ. ພ້ອມນີ້, ຍັງໄດ້ກະກຽມຄວາມພ້ອມດ້ານຕ່າງໆຕື່ມອີກ ເປັນຕົ້ນ ດ້ານພາລາທິການ, ເຈົ້າໜ້າທີ່ດ້ານສຸຂະອະນາໄມ, ກຳລັງປ້ອງກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ການຮັກສາຄວາມສະອາດສວຍງາມ, ການບໍລິການຂົນສົ່ງສາທາລະນະ, ນັກກິລາ, ຄູຝຶກ ແລະ ອື່ນໆ.
ງານມະຫະກຳກິລາໃນຄັ້ງນີ້, ປະກອບມີກິດຈະກໍາ ແຫ່ ແລະ ແລ່ນທວນໄຟ ເລີ່ມແຕ່ ວັນທີ 12 ຕຸລາ ເຖິງວັນທີ 13 ພະຈິກ 2025 ເຊິ່ງ ກິດຈະກໍາແລ່ນທວນໄຟ ແມ່ນຈະແຫ່ໄປຕາມເມືອງ ພາຍໃນນະຄອນຫລວງວຽງຈັນ ຄົບຕາມ 9 ຕົວເມືອງ ເຊິ່ງຈະໄດ້ເຊີນຕົວແທນ ຈາກບັນດາແຂວງເຂົ້າຮ່ວມ ສອງແຂວງ ຕໍ່ການແລ່ນທວນໄຟໜຶ່ງເມືອງ. ສ່ວນພິທີຂໍທວນໄຟສັກສິດ ຈະຈັດຂຶ້ນໃນວັນທີ 14 ພະຈິກ ແລະ ນຳທວນໄຟ ເຂົ້າສູ່ ພິທີເປີດງານຢ່າງເປັນທາງການ ໃນວັນທີ 15 ພະຈິກ 2025.
ສຳລັບ ວັນທີ 12 ຕຸລາ 2025 ນີ້, ໄດ້ເລີ່ມຂະບວນການແລ່ນທວນໄຟ ຈາກສຳນັກງານປົກຄອງນະຄອນ ຫລວງວຽງຈັນ ສູ່ເມືອງສັງທອງ ເຊິ່ງເປັນເມືອງເລີ່ມຕົ້ນຂະບວນແຫ່ທວນໄຟ ໂດຍມີຕົວແທນຈາກ ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ເຂົ້າຮ່ວມ.