Home ຂ່າວໜ້າໜຶ່ງ ຈຸດປະສານງານພະແນກການທີ່ຮັບຜິດຊອບຕ້ອງເປັນຫຼັກໃນການຈັດຕັ້ງປະຕິບັດ

ຈຸດປະສານງານພະແນກການທີ່ຮັບຜິດຊອບຕ້ອງເປັນຫຼັກໃນການຈັດຕັ້ງປະຕິບັດ

0

ທ່ານນາງ ເກສອນ ແສງໄຊຍະວົງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາໄດ້ປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າແຫ່ງຊາດຮອດປີ 2030 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 3 ກໍລະ ກົດນີ້, ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.

ທ່ານນາງ ເກສອນ ແສງໄຊຍະວົງ ໄດ້ມີຄຳເຫັນແລກປ່ຽນວ່າ ຖ້າຢາກຮັກສາລະບົບນິເວດ ຫຼື ວ່າລະບົບຊີວະນາໆພັນ ເພື່ອບໍ່ໃຫ້ສາຍນໍ້າເຮົາບົກແຫ້ງ ແນໃສ່ບໍ່ໃຫ້ເກີດອຸທົກກະໄພຕ່າງໆ ຫຼື ຮັກສາໄດ້ຄວາມອຸດົມສົມບູນທາງທຳມະຊາດ, ສິ່ງສໍາຄັນກ່ອນອື່ນໝົດແມ່ນການໂຄສະນາສຶກສາອົບຮົມການປະຕິບັດກົດໝາຍຢ່າງເຂັ້ມງວດ, ຖ້າເວົ້າປັດໄຈຂອງນໍ້າປະກອບມີ 3 ແຫຼ່ງນໍ້າຄື: ອັນທີໜຶ່ງແມ່ນສາຍນໍ້າ, ສອງແມ່ນນໍ້າໃຕ້ດິນ ແລະ ສາມແມ່ນນໍ້າຝົນ, ຖ້າບໍ່ມີສາຍນໍ້າດັ່ງກ່າວຈະເຮັດໃຫ້ສາຍນໍ້າບົກແຫ້ງ, ດັ່ງນັ້ນເພື່ອຮັກສາສາຍນໍ້າໃຫ້ມີຄວາມຍືນຍົງ, ກ່ອນອື່ນໝົດຕ້ອງປົກປັກຮັກສາປ່າໄມ້, ເປັນຕົ້ນແມ່ນປ່າໄມ້ທໍາມະຊາດ ເພື່ອຮັບປະກັນແຜນຈັດຕັ້ງທີ່ດິນແຫ່ງຊາດ, ນອກ ຈາກນັ້ນກໍມີກົດໝາຍວ່າດ້ວຍນໍ້າ, ກົດໝາຍວ່າດ້ວຍແຮ່ທາດ, ສໍາລັບກົດໝາຍວ່າດ້ວຍນໍ້າ ຕ້ອງມີມາດຕະການເຂັ້ມງວດສົມຄວນ ເປັນຕົ້ນການຮັກສາປ່າຍອດນໍ້າ, ການຮັກສາປ່າແຄມນໍ້າ, ການຂຸດຄົ້ນແຮ່ຕ່າງແມ່ນຢູ່ໃນນັ້ນ ໝົດ. ດັ່ງນັ້ນ ຢາກໃຫ້ລົງເລິກການໂຄສະນາເຜີຍແຜ່ການປະຕິບັດກົດໝາຍຢ່າງເຂັ້ມງວດ ຕໍ່ບັນຫາທີ່ຕິດພັນກັບນໍ້າ, ສະນັ້ນ, ຈຸດປະສານງານພະແນກການທີ່ຮັບຜິດຊອບຫຼັກກໍແມ່ນກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຕ້ອງເປັນຫຼັກໃນການຈັດຕັ້ງປະຕິບັດ, ນອກຈາກນັ້ນຍັງມີກະຊວງກະສິກຳ ແລະ ປ່າໄມ້, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນຄວາມຮັບຜິດຊອບຂອງຊຸມຊົນ ແຕ່ວ່າບັນຫາເຫຼົ່ານີ້ແມ່ນຍັງບໍ່ທັນກໍານົດເຂົ້າຢ່າງລະອຽດຈະແຈ້ງເທື່ອ, ສະນັ້ນກະຊວງກະສິກຳ ແລະ ປ່າໄມ້ຕ້ອງເອົາໃຈໃສ່ໃນການປົກປັກຮັກສາປ່າໄມ້ເຊັ່ນ: ປູກໄມ້ທົດແທນ, ການສ້າງເໝືອງ-ຝາຍແມ່ນຕ້ອງຕິດພັນກັນ ແລະ ກະຊວງທີ່ກ່ຽວຂ້ອງອື່ນຕ້ອງມີຄວາມຮັບຜິດຊອບຮ່ວມກັນ.

ທ່ານກ່າວຕື່ມອີກວ່າ: ສໍາລັບຊຸມຊົນແມ່ນການປູກຈິດສຳນຶກໃນການປົກປັກຮັກສາສາຍນໍ້າຕ່າງໆ ເພື່ອເປັນຄວາມຮັບຜິດຊອບຂອງຊຸມຊົນໝົດທຸກຄົນ ຕໍ່ກັບການປົກປັກຮັກສາສາຍນໍ້າ ແລະ ໃຫ້ຊຸມຊົນຜູ້ທີ່ອາໄສຢູ່ໃນຂອບເຂດບໍລິເວນທີ່ມີປ່າໄມ້ໃຫ້ມີສ່ວນຮ່ວມໃນການປົກຮັກສາສາຍນໍ້າ, ສາຍນໍ້າໃນເມື່ອກ່ອນກັບປັດຈຸບັນແມ່ນບໍ່ຄືເກົ່າ. ປັດຈຸບັນສາຍນໍ້າຈະມີການບົກແຫ້ງຫຼາຍ ໂດຍສະເພາະແມ່ນນໍ້າຂອງໃນລະດູແລ້ງບາງຈຸດສາມາດລອຍຂ້າມໄດ້. ສໍາລັບການປົກປັກຮັກສາສາຍນໍ້າແມ່ນໜ້າທີ່ຂອງໝົດທຸກຄົນເປັນຕົ້ນແມ່ນຊຸມຊົນ ໃນເມື່ອກ່ອນກໍຈະມີການສ້າງເໝືອງ, ສ້າງຝາຍເພື່ອໃຫ້ຊຸມຊົນສາມາດນໍາໃຊ້ນໍ້າອຸປະໂພກ, ບໍລິໂພກ ຫຼືນໍ າໃຊ້ເຂົ້າໃນການຜະລິດ, ນອກຈາກນີ້ກໍປົກປັກຮັກສາແຫຼ່ງນໍ້າຕິດພັນກັບບັນຫາຊຸມຊົນເປັນຕົ້ນການຖິ້ມຂີ້ເຫຍື້ອລົງສາຍນໍ້າ, ການຮັກສານໍ້າຕະຫຼອດຮອດກິດຈະການໂຮງຈັກໂຮງງານໃນການປ່ອຍນໍ້າເສຍຕ່າງໆ.

ຂ່າວ: ບຸນອູ້ມ, ພາບ: ເກດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version