Home ຂ່າວໜ້າໜຶ່ງ ລັດຖະບານ ຈະສຸມໃສ່ແກ້ໄຂການອ່ອນຄ່າຂອງເງິນກີບ ແລະ ການເພີ່ມຂຶ້ນຂອງລາຄາສິນຄ້າ

ລັດຖະບານ ຈະສຸມໃສ່ແກ້ໄຂການອ່ອນຄ່າຂອງເງິນກີບ ແລະ ການເພີ່ມຂຶ້ນຂອງລາຄາສິນຄ້າ

0

ລັດຖະບານຈະສຸມໃສ່ແກ້ໄຂການອ່ອນຄ່າຂອງເງິນກີບ, ການຜັນຜວນຂອງອັດຕາແລກປ່ຽນ, ອັດຕາເງິນເຟີ້, ການເພີ່ມຂຶ້ນຂອງລາຄາສິນຄ້າ ໂດຍຈະວາງມາດຕະການແກ້ໄຂສະເພາະໜ້າ, ມາດຕະການໄລຍະກາງ ແລະ ໄລຍະຍາວ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດຫຼາຍບັນຫາ ໂດຍສະເພາະມາດຕະການຮີບດ່ວນໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂອັດຕາເງິນເຟີ້, ການອ່ອນຄ່າຂອງເງິນກີບ, ການຜັນຜວນຂອງອັດຕາແລກປ່ຽນ ແລະ ການເພີ່ມຂຶ້ນຂອງລາຄາສິນຄ້າ ແລະ ບໍລິການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ກໍລະກົດ ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານນາຍົກລັດຖະມົນຕີ ກ່າວວ່າ: ລັດຖະບານຈະໄດ້ສຸມໃສ່ແກ້ໄຂ ແລະ ສະເໜີໃຫ້ທົ່ວສັງຄົມຊ່ວຍສະໜັບສະໜູນ ແລະ ໃຫ້ການຮ່ວມມື ຊຶ່ງໄລຍະຜ່ານມາລັດຖະບານກໍໄດ້ສຸມໃສ່ໃນການແກ້ໄຂ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃນການແກ້ໄຂ ແຕ່ສະພາບການດັ່ງກ່າວກໍຍັງບໍ່ທັນຜ່ອນຄາຍລົງ ຊຶ່ງສາເຫດຕົ້ນຕໍທີ່ເກີດຂຶ້ນເບື້ອງຕົ້ນແມ່ນເລີ່ມຈາກປັດໄຈພາຍນອກ ທີ່ສືບເນື່ອງຈາກຜົນກະທົບແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະພາບການຜັນແປຂອງພາກພື້ນ ແລະ ສາກົນ.

ທ່ານນາຍົກລັດຖະມົນຕີກ່າວຕື່ມວ່າ: ເຫັນໄດ້ສະພາບຄີືແນວນັ້ນກົມການເມືອງສູນກາງພັກໄດ້ຕົກລົງແຕ່ງຕັ້ງຄະນະສະເພາະກິດໃນການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ການແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ, ລັດຖະບານຈະຢືນຢັນສຸມໃສ່ແກ້ໄຂບັນຫາດັ່ງກ່າວ ໂດຍຈະວາງມາດຕະການດັ່ງນີ້:

ມາດຕະການສະເພາະໜ້າ: ເລັ່ງໃສ່ຄົ້ນຄວ້າແກ້ໄຂບັນຫາໂຄງສ້າງດຸນການຊຳລະ ລະຫວ່າງປະເທດທີ່ຂາດດຸນໃຫ້ມີຄວາມສົມດຸນເທື່ອລະກ້າວ ໄປຄວບຄູ່ກັນກັບປະຕິບັດມາດຕະການສະເພາະໜ້າເພື່ອຄວບຄຸມຄວາມກົດດັນຂອງອັດຕາແລກປ່ຽນ; ສືບຕໍ່ຫັນການແລກປ່ຽນເງິນຕາເຂົ້າສູ່ລະບົບທະນາຄານ ແລະ ໃຫ້ມີໜ່ວຍບໍລິການພຽງພໍ ເພື່ອຮັບໃຊ້ສັງຄົມ ເຊັ່ນ: ເປັນໜ່ວຍບໍລິການແລກປ່ຽນ, ການແລກປ່ຽນຜ່ານລະບົບເອເລັກໂຕຣນິກ; ປັບປຸງຕະຫຼາດເງິນຕາຕ່າງປະເທດລະຫວ່າງທະນາຄານທຸລະກິດດ້ວຍກັນ; ຄຸ້ມຄອງບັນດາບໍລິສັດນຳເຂົ້າ-ສົ່ງອອກ ແຈ້ງລົງທະບຽນ ແລະ ຊໍາລະສະສາງການນຳເຂົ້າສົ່ງ-ອອກສິນຄ້າ ຜ່ານລະບົບບັນຊີທະນາຄານທຸລະກິດທີຕັ້ງຢູ່ ສປປ ລາວ ໂດຍກຳນົດເຂົ້າເປັນເງື່ອນໄຂທີ່ຂາດບໍ່ໄດ້ສຳລັບການສົ່ງອອກ-ນຳເຂົ້າສິນຄ້າຕໍ່ໄປ, ເພື່ອສູ້ຊົນໃຫ້ມີເງິນຕາເຂົ້າມາຜ່ານທະນາຄານເພີ່ມຂື້ນຫຼາຍກວ່າ 50% ຂຶ້ນໄປ.

ສືບຕໍ່ບັນດາເປົ້າໝາຍທີ່ປັ່ນປ່ວນເກງກຳໄລຈາກການແລກປ່ຽນເງິນຕາ ດ້ວຍຮູບແບບຕ່າງໆຢ່າງໃກ້ຊິດ ຖ້າພົບເຫັນແມ່ນດຳເນີນມາດຕະການຕາມກົດໝາຍ; ຮີບຮ້ອນເລັ່ງທວງບັນດາບໍລິສັດທີ່ມີໜີ້ສິນ ກັບລັດຖະບານໃຫ້ຫາແຫຼ່ງທຶນມາຊຳລະຕາມສັນຍາດັດແກ້ທີ່ໄດ້ເຊັນຮ່ວມກັນ ແລະ ກ່ອນກຳນົດໃນສັນຍາ ເພື່ອຊ່ວຍແກ້ໄຂບັນຫາເຄັ່ງຮ້ອນຂອງລັດຖະບານ.

ມາດຕະການໄລຍະກາງ ແລະ ໄລຍະຍາວ: ສືບຕໍ່ດຳເນີນນະໂຍບາຍເງິນຕາໄປໃນທິດຮັດກຸມດ້ວຍການຄວບຄຸມການຂະຫຍາຍຕົວຂອງປະລິມານເງິນ, ທັງບໍ່ສ້າງຄວາມກົດດັນຕໍ່ຄວາມຕ້ອງການເງິນຕາຕ່າງປະເທດ ອັນຈະເຮັດໃຫ້ອັດຕາແລກປ່ຽນອ່ອນຄ່າ; ສືບຕໍ່ກຳນົດນະໂຍບາຍ ແລກປ່ຽນໃນທິດທາງທີ່ສາມາດເຮັດໃຫ້ທະນາຄານທຸລະກິດກຳນົດອັດຕາແລກປ່ຽນໄດ້ຍຶດຍຸ່ນຫຼາຍຂຶ້ນ, ເພີ່ມທະວີການຄຸມຄອງເງິນຕາຕ່າງປະເທດເພື່ອສ້າງໃຫ້ມີເງິນຕາຕ່າງປະເທດເຂົ້າມາໃນລະບົບຫຼາຍຂຶ້ຶນ ໂດຍເນັ້ນໃຫ້ຄຸ້ມຄອງຜູ້ນຳເຂົ້າ-ສົ່ງອອກ ແລະ ຜູ້ມາລົງທຶນໂດຍກົງຈາກຕ່າງປະເທດ, ພ້ອມທັງຈຳກັດການແລກປ່ຽນເງິນຕາຕ່າງປະເທດຊະຊາຍ ບໍ່ຖືກກົດໝາຍ, ຕິດຕາມການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ມີການເໜັງຕີງແຮງ ໂດຍສະເພາະແມ່ນສິນຄ້າປະເພດໝວດສະບຽງອາຫານ, ໝວດປັດໄຈການຜະລິດກະສິກຳ (ຝຸ່ນ, ອາຫານສັດ, ແນວພັນ) ໂດຍລັດຖະບານຈະນໍາໃຊ້ມາດຕະການແຊກແຊງລາຄາສິນຄ້າໂດຍສະເພາະຕໍ່ສິນຄ້າອຸປະໂພກ ແລະ ບໍລິໂພກບູລິມະສິດທີ່ກະທົບແຮງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ພ້ອມນີ້ ຈະຄົ້ນຄວ້າມາດຕະການຕົວຈິງໃນການຈຳກັດການນຳເຂົ້າສິນຄ້າຟຸ່ມເຟືອຍ, ການລັກລອບນຳເຂົ້າສິນຄ້າທີ່ບໍ່ຖືກຕ້ອງທຸກຮູບແບບ, ລວມທັງຄຸ້ມຄອງກວດກາການນໍາເຂົ້າ-ສົ່ງອອກສິນຄ້າຢູ່ບັນດາດ່ານຊາຍແດນ (ເຂດພາສີ, ທ່າບົກ) ໃຫ້ຖືກຕ້ອງຄົບຖ້ວນຜ່ານລະບົບສະເກນເນີ, ແກ້ໄຂສະພາບການຄ້າຂາຍແບບເສລີ, ຊະຊາຍແບບຜ່ານມາ, ພ້ອມດຽວກັນນັ້ນກໍສົ່ງເສີມການສົ່ງອອກສິນຄ້າ ແລະ ປູກຈິດສຳນຶກ ແລະ ປຸກລະດົມສ້າງຂະບວນການໃຫ້ພົນລະເມືອງລາວເຮົານິຍົມ ແລະ ຫັນມານຳໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ, ທັງເປັນການຈຳກັດການນຳເຂົ້າສິນຄ້າ ແລະ ຈຳກັດການນຳໃຊ້ເງິນຕາຕ່າງປະເທດໄປພ້ອມກັນ.

ກວດກາ ແລະ ຕິດຕາມບັນດາບໍລິສັດ ແລະ ບຸກຄົນທີ່ດຳເນີນທຸລະກິດບິດຄອຍ (ເງິນຄຣິບໂຕຣ) ທີ່ບໍ່ຖືກຕ້ອງຕາມລະບຽບການ, ສົ່ງເສີມການຜະລິດພາຍໃນໃຫ້ແຂງແຮງ ເພື່ອທົດແທນການນຳເຂົ້າສິນຄ້າຈາກຕ່າງປະເທດ ດ້ວຍການສົ່ງເສີມ ທາງດ້ານນະໂຍບາຍສິນເຊື່ອ ຍົກສະມັດຖະພາບການຜະລິດ, ສ້າງໃຫ້ມີຜະລິດຕະພັນທີ່ມີຄຸນນະພາບຕາມມາດຕະຖານທີ່ຕະຫຼາດມີຄວາມ.

ເພີ່ມທະວີການໂຄສະນາປະຊາສຳພັນໃຫ້ກວ້າງຂວາງ ແລະ ແຂງແຮງກວ່າເກົ່າ, ສ້າງພື້ນຖານໂຄງລ່າງ ແລະ ປັບປຸງຍົກລະດັບການບໍລິການ ເພື່ອຂົນຂວາຍ, ດຶງດູດນັກທ່ອງທ່ຽວ ມາທ່ຽວລາວໃຫ້ຫຼາຍຂຶ້ນ ເປັນຕົ້ນ ແມ່ນການກະກຽມປີທ່ອງທ່ຽວລາວ 2024 ໃຫ້ມີບັນຍາກາດຟົດຟື້ນ ປະກອບສ່ວນໃນການຟື້ນຟູ ແລະ ພັດທະນາເສດຖະກິດຂອງຊາດ; ສຸມໃສ່ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ການລົງທຶນ ເພື່ອດຶງດູດການລົງທຶນໃຫ້ຫຼາຍຂຶ້ນ.

ຂ່າວ: ສຳນານ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version