Home ຂ່າວໜ້າໜຶ່ງ ສະພາແຫ່ງຊາດ ສຳເລັດການພິຈາລະນາວາລະແຫ່ງຊາດ ແກ້ໄຂບັນຫາຢາເສດຕິດ

ສະພາແຫ່ງຊາດ ສຳເລັດການພິຈາລະນາວາລະແຫ່ງຊາດ ແກ້ໄຂບັນຫາຢາເສດຕິດ

0

ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫລງຂ່າວກ່ຽວກັບຜົນສຳເລັດການພິ ຈາລະນາ ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະເກືອບ 2 ປີຜ່ານມາ. ພາຍຫລັງທີໄດ້ລາຍ ງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 29 ມິຖຸນາ 2023 ຜ່ານມາ, ຫລັງຈາກນັ້ນ, ບັນດາ ສສຊ ຈາກຫລາຍເຂດເລືອກຕັ້ງ ໄດ້ສຸມໃສ່ປະກອບຄຳເຫັນຕໍ່ບົດລາຍງານດັ່ງກ່າວ ຢ່າງກົງໄປກົງມາ.

ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ທີ່ໄດ້ມີຄວາມພະຍາຍາມ ຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ໃນເງື່ອນໄຂທີ່ປະເທດເຮົາພວມປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຜົນກະທົບຈາກໂຄວິດ-19, ແຕ່ລັດຖະບານ ໄດ້ມີຄວາມດັດສິນໃຈ ແລະ ມີຄວາມຮັບຜິດຊອບສູງໃນການຊີ້ນຳ ເຊິ່ງສາມາດຈັດຕັ້ງປະຕິບັດແຜນ ການຕາມ 6 ວຽກຈຸດສຸມ ຂອງວາລະແຫ່ງຊາດ ໄດ້ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດຫລາຍດ້ານ, ອັນພົ້ນເດັ່ນ ປະຊາຊົນບັນດາເຜົ່າ ແລະ ທຸກຊັ້ນຄົນໃນສັງຄົມ ຮັບຮູ້ເຂົ້າໃຈຕໍ່ຄວາມສຳ ຄັນໃນການຍົກລະດັບການ ແກ້ໄຂບັນຫາຢາເສບຕິດ ເປັນວາລະແຫ່ງຊາດ, ຮັບຮູ້ຜົນຮ້າຍ ແລະ ຄວາມອັນຕະລາຍ ຂອງຢາເສບຕິດ ແລະ ມີຄວາມຈຳເປັນຕ້ອງເພີ່ມທະວີ ການມີສະຕິຕໍ່ການເຄົາລົບກົດໝາຍ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດດັ່ງກ່າວ ຢ່າງເປັນຂະບວນການກວ້າງຂວາງ; ຕະຫລອດໄລຍະເກືອບ 2 ປີ ຜ່ານມາ, ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ກໍຄືເຈົ້າໜ້າທີ່ ທຸກພາກສ່ວນໄດ້ເພີ່ມທະວີຄວາມຮັບ ຜິດຊອບ ແລະ ຄວາມສາມາດຂອງຕົນສູງຂຶ້ນ ຕໍ່ການແກ້ໄຂບັນຫາຢາເສບຕິດ. ຜ່ານການປະຕິບັດສາມາດແກ້ ໄຂມ້າງລາຍຄະດີຢາເສບຕິດ ໄດ້ຫລາຍພໍສົມຄວນ ເຊິ່ງໄດ້ເຮັດໃຫ້ກຸ່ມເສບ, ຂົນສົ່ງ-ຄ້າຂາຍຢາເສບຕິດມີຄວາມຢ້ານກົວ, ຈຳນວນໜຶ່ງໄດ້ຢຸດເຊົາ; ຜູ້ເສບຢາເສບຕິດ ຫລື ຜູ້ຖືກເຄາະຮ້າຍ ຈຳນວນບໍ່ໜ້ອຍ ໄດ້ຮັບການບຳບັດ, ປິ່ນປົວ ແລ້ວກັບຄືນເປັນພົນລະເມືອງດີ; ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໄດ້ໃຫ້ການສະໜັບ ສະໜູນ, ຊ່ວຍເຫລືອ ແລະ ຮ່ວມມື ເພື່ອແກ້ໄຂບັນຫາຢາເສບຕິດ, ສາມາດແກ້ໄຂສະພາບຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນສັງຄົມໄດ້ໂດຍຟື້ນຖານ ແລະ ປະກອບສ່ວນໃນການສ້າງສະພາບແວດລ້ອມ ທີ່ເອື້ອອຳ ນວຍ ໃຫ້ແກ່ການປົກປັກຮັກສາປະເທດຊາດ, ການພັດທະນາເສດຖະກິດ-ສັງຄົມ ແລະ ການດຳລົງຊີວິດ ຂອງປະຊາຊົນບັນດາເຜົ່າ.

ຢ່າງໃດກໍຕາມ, ຄຽງຄູ່ກັບດ້ານດີ ກໍຍັງມີດ້ານອ່ອນ-ຄົງຄ້າງ ທີ່ລັດຖະບານຕ້ອງໄດ້ສູ້ຊົນແກ້ໄຂ ໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ ເປັນຕົ້ນແມ່ນ: ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຜ່ານມາຍັງຊັກຊ້າ, ການໂຄສະນາສ້າງຄວາມຮັບຮູ້ໃນທົ່ວສັງຄົມ ຍັງບໍ່ທັນເລິກເຊິ່ງ ແລະ ທົ່ວເຖິງ, ຄວາມເປັນເຈົ້າການຂອງຄະນະນຳບາງຂະແໜງການ, ບາງທ້ອງຖິ່ນຍັງບໍ່ສູງ; ຂະ ບວນການລວມຍັງບໍ່ທັນຟົດຟື້ນແຂງແຮງ, ການສະໜອງບຸກຄະລາກອນ, ງົບປະມານ, ວັດຖຸ, ອຸປະກອນ, ພາຫະນະທີ່ຈຳເປັນ ເພື່ອຮັບໃຊ້ໃນການປະຕິບັດວາລະແຫ່ງຊາດຍັງຊັກຊ້າ ແລະ ມີຄວາມຈຳກັດຫລາຍ; ບັນດານິຕິກໍາຮັບໃຊ້ໃຫ້ແກ່ການຈັດຕັ້ງປະຕິບັດ ຍັງບໍ່ທັນລະອຽດ, ຄົບຖ້ວນ; ການປັບປຸງກົງຈັກການຈັດຕັ້ງ, ແບບແຜນວິທີເຮັດວຽກ ຂອງພາກສ່ວນເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ຂັ້ນຮາກຖານເປັນຕົ້ນ ຂັ້ນເມືອງ, ຂັ້ນບ້ານ ຍັງບໍ່ທັນໜັກແໜ້ນເທົ່າທີ່ຄວນ; ຂອດປະສານງານ ຍັງບໍ່ທັນດີ; ການແກ້ໄຂບັນຫາຢາເສບຕິດຕົວຈິງ ສ່ວນຫລາຍແກ້ໄຂໄດ້ ແຕ່ເປົ້າໝາຍລາຍຍ່ອຍ ແລະ ເປົ້າໝາຍຮັບຈ້າງຂົນສົ່ງ, ຍັງບໍ່ທັນສາມາດແກ້ໄຂເປົ້າໝາຍໃຫຍ່ທີ່ເປັນຫົວໂປ່ໂຕການ; ພື້ນຖານໂຄງລ່າງ ເປັນຕົ້ນ ສະ ຖານທີ່ຄຸມຂັງ, ສູນບຳບັດ-ປິ່ນປົວ ຢູຂັ້ນແຂວງ, ຂັ້ນເມືອງ ຍັງຄັບແຄບແອອັດ, ການສ້າງວິຊາອາຊີບ, ການຝຶກສີມືແຮງງານຢູ່ຄ້າຍຄຸມຂັງ ແລະ ສູນບຳບັດປິ່ນປົວ ຍັງເຮັດບໍ່ທັນໄດ້ດີ ແລະ ບໍ່ທັນມີຄຸນນະພາບ, ສັງຄົມຍັງມີສ່ວນຮ່ວມບໍ່ຫລາຍ. ການດໍາເນີນຄະດີ ກ່ຽວກັບຢາເສບຕິດ ຍັງຊັກ ຊ້າ, ການກັກຂັງພາງເກີນກຳນົດ, ການກວດວິໄຈສານເສບ ຕິດຊັກຊ້າ, ກົນໄກການປະສານສົມທົບ ລະຫວ່າງເຈົ້າໜ້າ ທີ່ກ່ຽວຂ້ອງບໍ່ທັນຮັດກຸມ, ບໍ່ທັນຈອດກັນ ໂດຍສະເພາະ ແມ່ນຄະດີທີ່ເກີດຂຶ້ນ ຢູ່ເຂດຫ່າງໄກສອກຫລີກ, ຍັງມີການສວຍໃຊ້ໜ້າທີ່ຕຳແໜ່ງ ຂອງເຈົ້າໜ້າທີ່ຈຳນວນໜຶ່ງ.

ສຳລັບທິດທາງແຜນການໃນໄລຍະ 6 ເດືອນທ້າຍປີ 2023 ກໍຄືໃນຕໍ່ໜ້າ, ກອງປະຊຸມ ເຫັນດີເປັນເອກະພາບ ໃຫ້ລັດ ຖະບານ ກໍຄື ທຸກພາກສ່ວນໃນສັງຄົມ ສືບຕໍ່ຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເປັນຕົ້ນ ເພີ່ມທະວີຍົກສູງບົດບາດ ແລະ ຄວາມສາມາດໃນການນໍາພາ-ຊີ້ນໍາ ຂອງຄະນະພັກ ແລະ ອົງການລັດແຕ່ລະຂັ້ນ ໃຫ້ແຂງແຮງຂຶ້ນກວ່າເກົ່າ ໂດຍເຮັດໃຫ້ວຽກງານແກ້ ໄຂບັນຫາຢາເສບຕິດ ກາຍເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບ ຂອງທຸກພາກສ່ວນໃນສັງຄົມ; ຖືເອົາບັນຫາແກ້ໄຂຢາເສບຕິດ ເປັນມາດຕະຖານເງື່ອນໄຂໜຶ່ງ ໃນຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ເພື່ອເປັນການປຸກລະດົມ, ຊຸກຍູ້ທຸກຄົນເຂົ້າຮ່ວມຢ່າງແຂງແຮງ ແລະ ເປັນຂະບວນການຟົດຟື້ນ; ສືບຕໍ່ສ້າງຄວາມຮັບຮູ້ໃຫ້ສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດ ໝາຍ, ຜົນຮ້າຍ ແລະ ຄວາມອັນຕະລາຍ ຂອງຢາເສບຕິດ ດ້ວຍຫລາຍຮູບແບບ, ຫລາຍວິທີຕື່ມອີກ ໂດຍຕິດພັນກັບການໂຄສະນາຕົວແບບດີເດັ່ນ ໃນການຕ້ານຢາເສບຕິດ, ຂະບວນການສ້າງຄອບຄົວ, ບ້ານ, ສຳນັກງານ-ອົງການ, ໂຮງຮຽນ, ໂຮງໝໍ, ສະຖາບັນ, ໂຮງແຮມ, ຮ້ານບັນເທີງ ແລະ ຮ້ານອາຫານປອດຢາເສບຕິດ ໃຫ້ຫລາຍຂຶ້ນ;ສືບຕໍ່ປັບປຸງບັນດານິຕິກໍາ ທີ່ຈຳເປັນ ຮັບໃຊ້ໃຫ້ແກ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ຄົບຖ້ວນ, ລະອຽດ, ຈະແຈ້ງ, ຮັດກຸມ ເປັນຕົ້ນ ນິຕິກຳ ເພື່ອຈັດຕັ້ງປະຕິບັດໂທດປະຫານຊີວິດ, ນິຕິກຳທີ່ຈະບັນຈຸ ປະເພດຢາເສບຕິດ ທີ່ເກີດຂື້ນໃໝ່ ເຊັ່ນ: ນ້ຳໃບກະທ້ອມ, ກາເຟເຕັ້ນ, ຢາສູບໄຟຟ້າ, ປຸ່ມເປົ້າອາຍແກັດທີ່ກະຕຸ້ນປະສາດ ແລະ ອື່ນໆ ເພື່ອເປັນບ່ອນອີງໃນການຈັດ ຕັ້ງປະຕິບັດແກ້ໄຂບັນຫາດັ່ງກ່າວ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ແບບແຜນວິທີເຮັດວຽກ ຂອງພາກສ່ວນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໂດຍສະເພາະສຸມໃສ່ ຂັ້ນເມືອງ, ຂັ້ນບ້ານ ໃຫ້ຫລາຍຂຶ້ນ ເພື່ອມີກຳລັງແຮງພຽງພໍ ໃນການປະຕິບັດການແກ້ໄຂບັນຫາຢາເສບຕິດ ຢູ່ຂັ້ນຮາກຖານ ໃຫ້ມີຄຸນນະພາບ ແລະມີປະສິດທິຜົນດີຂຶ້ນ. ພ້ອມນີ້ ຕ້ອງເອົາໃຈໃສ່ສ້າງຄວາມເຂັ້ມແຂງດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ຕໍ່ການແກ້ໄຂຄະດີຢາເສບຕິດ ໃຫ້ມີຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບຫລາຍຂື້ນ;ໃຫ້ສົມທົບ 3 ຂະແໜງການ (ປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ແຮງ ງານ-ສະຫວັດດິການສັງຄົມ) ມີການແບ່ງຄວາມຮັບຜິດ ຊອບກັນຢ່າງລະອຽດ, ຈະແຈ້ງ ໃນການບຳບັດ-ປິ່ນປົວ ຜູ້ທີ່ຖືກເຄາະຮ້າຍ ກໍຄືຜູ້ເສບຢາ ໃຫ້ມີຄຸນະພາບ, ນັບທັງການຝຶກສີມືແຮງງານ, ສ້າງອາຊີບໃຫ້ເຂົາເຈົ້າ ເມື່ອເວລາອອກຈາກການບຳບັດປິ່ນປົວໄປແລ້ວ ໃຫ້ມີວຽກເຮັດງານທຳ, ບໍ່ກັບໄປຫຍຸ້ງກ່ຽວກັບຢາເສບຕິດອີກ; ນັບທັງການຄົ້ນຄວ້າວາງມາດຕະການ ແກ້ໄຂໃນໄລຍະຍາວ ກ່ຽວກັບການສ້າງອາຊີບທີ່ໜັ້ນຄົງ, ສ້າງວຽກເຮັດງານທຳໃຫ້ຊາຍໜຸ່ມ ແລະ ຍີງໜຸ່ມ ໃນສັງຄົມໃຫ້ຫລາຍຂຶ້ນ; ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ຊອກຫາທາງອອກ ແລະ ວິທີການແກ້ໄຂບັນຫາຄວາມແອອັດ ຂອງຜູ້ຕ້ອງຫາຢູ່ສະຖານທີ່ ຄຸມຂັງຊົ່ວຄາວຢູ່ຂັ້ນເມືອງ, ຂັ້ນແຂວງ ແລະ ສົມທົບກັບຂະແໜງສາທາລະນະສຸກ ໃນການປະຕິບັດນະໂຍບາຍດ້ານມະນຸດສະທຳ ຕໍ່ຜູ້ຖືກຫາ, ນັກໂທດ ໃນຄະດີຢາເສບຕິດ ແລະ ຄະດີອື່ນໆ ໃຫ້ເຂົາເຈົ້າໄດ້ຮັບການປິ່ນປົວສຸຂະພາບໃນເວລາເຈັບເປັນ; ເພື່ອແກ້ ໄຂຄວາມແອອັດ ໃນສະຖານທີ່ກັກຂັງ ຢູ່ທ້ອງຖິ່ນຕ່າງໆ ແລະ ປັບປຸງເງື່ອນໄຂດຳລົງຊີວິດ ຂອງຜູ້ຖືກຫານັ້ນ, ລັດ ຖະບານ ຕ້ອງມີແຜນການສະໜອງງົບປະມານ ທີ່ຈຳເປັນ ໃຫ້ແກ່ຂະແໜງການກ່ຽວຂ້ອງ ຕາມຄວາມເໝາະສົມ; ສືບຕໍ່ເພີ່ມທະວີໃນການຮ່ວມມືກັບສາກົນ ເພື່ອດູດດຶງເອົາການສະໜັບສະໜູນ, ຊ່ວຍເຫລືອທາງດ້ານເຕັກນິກ, ວິຊາການ, ແລກປ່ຽນຂໍ້ມູນ-ຂ່າວສານ ແລະ ທຶນຮອນ ຈາກບັນດາປະ ເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນດີຂື້ນກວ່າເກົ່າ.

ຂ່າວ:ກິດຕາ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version