Home ຂ່າວຕ່າງປະເທດ ສສ ຫວຽດນາມ ຈະຈັດກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດງານອາຊຽນທາດເຄມີ-ສິ່ງເສດເຫລືອ

ສສ ຫວຽດນາມ ຈະຈັດກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດງານອາຊຽນທາດເຄມີ-ສິ່ງເສດເຫລືອ

0

ຕາມ​ຂ່າວ​ຈາກວິທະຍຸ​ສາກົນຫວຽດນາມ, ສສ ຫວຽດນາມ ຈະ​ຈັດກອງປະຊຸມ ຄັ້ງທີ 8 ກຸ່ມປະຕິບັດງານອາຊຽນ ກ່ຽວກັບ ທາດເຄມີ ແລະ ສິ່ງເສດເຫລືອ (AWGCW-8) ນັບ​ແຕ່ ວັນທີ 5–7 ກໍລະກົດນີ້ ຢູ່ນະຄອນຫລວງຮ່າໂນ້ຍ ​ເພື່ອປຶກສາຫາລື ກ່ຽວກັບ 4 ເນື້ອໃນສຳຄັນ ເປັນຕົ້ນ: ການເພີ່ມທະວີຂີດຄວາມສາມາດ ແລະ ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບເຕັກໂນໂລຊີ, ການປະຕິບັດທີ່ດີທີ່ສຸດ; ຜັນຂະຫຍາຍບັນດາເນື້ອໃນຂອງຖະແຫລງການຮ່ວມຂອງອາຊຽນ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫລືອ; ຟື້ນຟູບັນດາເຂດຖືກມົນລະພິດຍ້ອນທາດເຄມີ ແລະ ສິ່ງເສດເຫລືອທີ່ເປັນອັນຕະລາຍ; ອັບເດດໝາກຜົນທີ່ກ່ຽວຂ້ອງເຖິງສົນທິສັນຍາ Stockholm ກ່ຽວກັບບັນດາທາດກໍ່ມົນລະພິດອົງຄະທາດທີ່ລະລາຍຍາກ (POPs) ຢູ່ກອງປະຊຸມ ບັນດາຝ່າຍເຂົ້າຮ່ວມບັນດາສົນທິສັນຍາ Basel, Rotterdam ແລະ Stockholm ປີ 2022, 2023. ໝາກຜົນຂອງກອງປະຊຸມຄັ້ງນີ້ ຈະປະກອບສ່ວນເຂົ້າໃນການສ້າງພາກພື້ນອາຊຽນສີຂຽວ ແລະ ຍືນຍົງຫລາຍ​ຂຶ້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version