Home ຂ່າວການເມືອງ ຫາລືວຽກສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V

ຫາລືວຽກສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V

0

ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດຄັ້ງທີ I ຂອງການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໃນວັນທີ 30 ມິຖຸນາ 2023 ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາສັງຄົມ, ຫົວໜ້າຄະນະຊີ້ນໍາລະດັບຊາດ ສໍາລັບການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V ປີ 2025, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ພ້ອມດ້ວຍເຈົ້າແຂວງ, ຮອງເຈົ້າແຂວງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈະເປັນພື້ນຖານໃຫ້ຄະນະຊີ້ນໍາໄດ້ປືກສາຫາລື ປະກອບຄຳເຫັນ ແລະ ແລກ ປ່ຽນນໍາກັນເພື່ອໃຫ້ສາມາດປັບປຸງແຜນດຳເນີນງານໄດ້ລະອຽດບົນພື້ນຖານຄວາມເປັນເອກະພາບຂອງທຸກພາກສ່ວນ, ພ້ອມນີ້ ກອງປະຊຸມຈະໄດ້ພິຈາລະນາຮັບຮອງຂໍ້ຕົກລົງຂອງຄະນະຊີ້ນຳຂັ້ນແຂວງ, ຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບ ຜິດຊອບຂອງຄະນະຊີ້ນໍາ, ແຜນດໍາເນີນການສໍາຫຼວດ, ເຄື່ອງໝາຍການສໍາຫລວດ ແລະ ກາຈໍ້າ, ຄຳຂວັນປຸກລະດົມການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສລະດັບຊາດຄັ້ງທີ V ປີ 2025, ຮັບຟັງລາຍງານການກະກຽມ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດການສຳຫລວດພົນລະເມືອງ ແລະ ທີ່ພັກອາໄສທົ່ວປະເທດຄັ້ງທີ V ປີ 2025, ປຶກສາຫາລືສ້າງຄວາມເປັນເອກະພາບຕໍ່ກັບການແບ່ງຄວາມຮັບຜິດຊອບຂອງ ຄະນະຊີ້ນຳການສຳຫລວດພົນລະ ເມືອງ ແລະ ທີ່ພັກອາໄສ ໃນແຕ່ລະຂັ້ນ, ປຶກສາຫາລືກ່ຽວກັບແຜນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ແລະ ປຶກສາຫາລືບາງວຽກງານລະອຽດຈຳນວນໜຶ່ງ.

ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ຮູ້ວ່າ: ວຽກສຳຫລວດພົນລະເມືອງ ແລະ ທີ່ພັກອາໄສ ໄດ້ຈັດຕັ້ງປະຕິບັດຢູ່ໃນທຸກໆ 10 ປີ ເພື່ອເກັບກຳສະຖິຕິພົນລະເມືອງລາວ ແລະ ຕ່າງປະເທດທີ່ດຳລົງຊີວິດຢູ່ລາວ, ທັງເກັບກໍາສະພາບການຂະຫຍາຍຕົວຂອງພົນລະເມືອງ, ເກັບກຳສະພາບການທີ່ຢູ່ອາໄສຂອງພົນລະເມືອງ, ເກັບກໍາຂໍ້ມູນພື້ນຖານຂອງພົນລະເມືອງລາວກ່ຽວກັບການສຶກສາ, ສາທາລະນະສຸກ, ຄຸນລັກສະນະທີ່ຢູ່ອາໄສ, ການດຳລົງຊີວິດ ແລະ ສະພາບການຍົກຍ້າຍຂອງພົນລະເມືອງ, ເກັບກໍາສະພາບກຳລັງແຮງງານ ແລະ ສະພາບການມີວຽກເຮັດງານທຳ, ສ້າງຖານຂໍ້ມູນໃຫ້ແກ່ການຄາດຄະເນພົນລະເມືອງໃນການຂຶ້ນສຳມະນໂນຄົວ ແລະ ຂຶ້ນທະບຽນພົນລະເມືອງ, ສ້າງ ແລະ ປັບ ປຸງລະບົບຂໍ້ມູນຂ່າວສານສະຖິຕິດ້ານຕ່າງໆ ໃຫ້ມີຄວາມຄົບຖ້ວນສົມບູນຍິ່ງຂຶ້ນໃຫ້ທຽບທັນກັບພາກພື້ນ ແລະ ສາກົນ, ສໍາຫລວດຂໍ້ມູນທາງດ້ານເສດຖະກິດ ແລະ ສະພາບທ່າອ່ຽງໃນດ້ານອື່ນໆ.

ປັດຈຸບັນ, ສະພາບການຂອງໂລກ ແລະ ພາກພື້ນໄດ້ມີການຜັນແປໄປຢ່າງສັບສົນ ຊຶ່ງຄາດຄະເນໄດ້ຍາກ ຕິດພັນກັບສະພາບການທົດຖອຍຂອງເສດຖະກິດໂລກ ຊຶ່ງເປັນສິ່ງທ້າທາຍ ແລະ ສົ່ງຜົນກະທົບຕໍ່ກັບສະພາບເສດຖະ ກິດ-ສັງຄົມຂອງປະເທດ ໂດຍສະເພາະແມ່ນການທີ່ຈະບັນລຸຄາດໝາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ສອງວາລະແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) 2030, ການສໍາຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຈະເປັນແຫລ່ງຂໍ້ມູນທີ່ສໍາຄັນ ເພື່ອຢັ້ງຢືນຜົນສຳເລັດໃນການຈັດຕັ້ງປະຕິບັດບັນດາຄາດໝາຍດັ່ງກ່າວ. ໃນນີ້, ຈະສາມາດຮູ້ໄດ້ຂະໜາດຂອງພົນລະເມືອງໃນປີ 2025 ມີຈຳນວນເທົ່າໃດ (ປັດຈຸ ບັນອີງຕາມການຄາດຄະເນປີ 2023 ແມ່ນ 7,5 ລ້ານຄົນ), ສະພາບການເຄື່ອນຍ້າຍຂອງພົນລະເມືອງ, ອັດຕາການຂະຫຍາຍຕົວຂອງພົນລະເມືອງຕໍ່ປີ, ການປ່ຽນແປງທາງໂຄງປະກອບທາງເພດ ແລະ ອາຍຸ, ກໍາລັງແຮງງານຕາມເກນອາຍຸ, ການເກີດ, ການເສຍຊີວິດ, ຄວາມພິການ ແລະ ຂໍ້ມູນທີ່ສໍາຄັນອື່ນໆ ຊຶ່ງຂໍ້ມູນເຫລົ່ານີ້ມີປະໂຫຍດຫລວງ ຫລາຍສາມາດນຳໃຊ້ເຂົ້າໃນການກຳນົດນະໂຍບາຍ, ວາງແຜນ ແລະ ຄຸ້ມຄອງດ້ານພົນລະເມືອງ, ດ້ານເສດຖະກິດ-ສັງຄົມ ລວມທັງດ້ານຄວາມໝັ້ນຄົງຂອງປະເທດ, ເປັນຂໍ້ມູນພື້ນຖານໃນການຄາດຄະເນປະຊາກອນໃນຊຸມປີຕໍ່ໜ້າ, ການສໍາຫລວດຄັ້ງນີ້ ຈະໄດ້ນໍາໃຊ້ເຄື່ອງມືທັນສະໄໝໂດຍສະເພາະ ແມ່ນພາບຖ່າຍທາງດາວທຽມ ເພື່ອສ້າງແຜນທີ່ເຂດສໍາຫລວດ, ມີຖານຂໍ້ມູນກ່ຽວກັບຈຸດທີ່ຕັ້ງຂອງໂຄງສ້າງທີ່ພັກອາໄສ, ຄົວເຮືອນ ແລະ ສາມາດເຜີຍແຜ່ຂໍ້ມູນດ້ວຍຮູບແບບແຜນ ແລະ ເຕັກນິກເຕັກໂນໂລຊີອື່ນໆ.

ຂ່າວ: ສຸກສະຫວັດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version