Home ຂ່າວພາຍໃນ ສະຫລຸບວຽກເພີ່ມທະວີການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບ ຂະແໜງສຸຂະພາບສັດໃນລາວ

ສະຫລຸບວຽກເພີ່ມທະວີການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບ ຂະແໜງສຸຂະພາບສັດໃນລາວ

0

ອົງການອາຫານ ແລະ ການກະເສດ (FAO) ແຫ່ງສະຫະປະຊາຊາດ ສະຫລຸບວຽກງານ 4 ປີ ກ່ຽວກັບການເພີ່ມທະວີການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບ (AMR) ແລະ ການເຝົ້າລະວັງການນຳໃຊ້ຢາຕ້ານເຊື້ອ (AMU) ໃນຂະແໜງສຸຂະພາບສັດໃນ ສປປ ລາວ ໃນວັນທີ 30 ມິຖຸນາ 2023 ໂດຍການເປັນປະທານຂອງ ທ່ານ ດຣ ສຸພາວັນ ແກ້ວວິໄລ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ແລະ ທ່ານ ຈັນທະລາ ປອງມາລາ ຜູ້ຊ່ວຍ (ແຜນງານ) ໃຫ້ແກ່ຜູ້ຕາງໜ້າອົງການ FAO ປະຈຳລາວ, ມີຜູ້ຕາງໜ້າຈາກ ກະຊວງກະສິກຳ ແລະ ປ່າໄມ້ ແລະ ບັນດາກົມກອງ, ຜູ້ຕາງໜ້າຈາກບັນດາກະຊວງ, ອົງການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

ໃນກອງປະຊຸມ, ອົງການ FAO ໄດ້ປະກາດການກ້າວເຂົ້າສູ່ການຈັດຕັ້ງປະຕິບັດໄລຍະທີສອງ ເພື່ອສືບຕໍ່ສະໜັບສະໜູນວຽກງານຂອງກົມລ້ຽງສັດ ແລະ ການປະມົງ (DLF), ກະຊວງກະສິກຳ ແລະ ປ່າໄມ້ (MAF), ການສະໜັບສະໜູນດັ່ງກ່າວ ເກີດຂຶ້ນໄດ້ພາຍໃຕ້ການປະກອບສ່ວນອັນໃຫຍ່ຫລວງຈາກ ອົງການພັດທະນາສາກົນຂອງສະຫະລາຊະອານາຈັກ (UK Aid). ເຊື້ອຈຸລະຊີບຕ້ານຕໍ່ຢາຕ້ານເຊື້ອ (AMR) ເກີດຂຶ້ນໃນເວລາທີ່ເຊື້ອແບັກທີເລຍ, ເຊື້ອໄວຣັສ, ເຊື້ອລາ ມີການປ່ຽນແປງຕາມການເວລາ ແລະ ບໍ່ຕອບສະໜອງຕໍ່ຢາ, ເຮັດໃຫ້ການຕິດເຊື້ອຍາກທີ່ຈະປິ່ນປົວ ແລະ ເພີ່ມຄວາມສ່ຽງຕໍ່ການແພ່ລະບາດຂອງພະຍາດ, ຄວາມຮຸນແຮງຂອງການເຈັບເປັນ ແລະ ການເສຍຊີວິດ, ປັດໄຈຕົ້ນຕໍຂອງການຕ້ານຕໍ່ຢາຕ້ານເຊື້ອຂອງເຊື້ອຈຸລະຊີບ ປະກອບມີການໃຊ້ຢາຕ້ານເຊື້ອທີ່ຜິດ ແລະ ການນໍາໃຊ້ຫລາຍເກີນຂະໜາດ; ຂາດການເຂົ້າເຖິງນ້ຳສະອາດ, ສຸຂາພິບານ ແລະ ສຸຂະອະນາໄມຂອງທັງຄົນ, ສັດ ແລະ ຂາດການຮັບຮູ້ ແລະ ຄວາມຮູ້, ນັ້ນແມ່ນເຫດຜົນທີ່ AMR ເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງມະນຸດ, ແຕ່ມັນຍັງສົ່ງຜົນກະທົບໃນທາງລົບຕໍ່ສັດ, ພືດ, ອາຫານ ແລະ ສິ່ງແວດລ້ອມ. ທ່ານຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ໃຫ້ຂໍ້ສັງເກດວ່າ: ໄພຂົ່ມຂູ່ຂອງ AMR ແມ່ນຍັງບໍ່ທັນໄດ້ມີການຮັບຮູ້ຫລາຍເທົ່າທີ່ຄວນ ໂດຍສະເພາະໃນພະນັກງານໃນຂະແໜງການຕ່າງໆ ກ່ຽວກັບການນຳໃຊ້ຢາຕ້ານເຊື້ອທີ່ຜິດ ແລະ ເກີນຂອບເຂດ. ໃນນີ້, ທ່ານໄດ້ກ່າວຍ້ອງຍໍ ແລະ ຂອບໃຈຕໍ່ຄວາມຊໍານານດ້ານເຕັກນິກ ແລະ ຄວາມຮູ້ທີ່ສະໜອງໃຫ້ຢ່າງຕໍ່ເນື່ອງໂດຍ ອົງການ FAO ຜ່ານສູນສຸກເສີນເພື່ອຄວບຄຸມພະຍາດລະບາດສັດຂ້າມແດນ (ECTAD) ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ນັກວິຊາການ ຫໍວິໄຈພະຍາດສັດໃນການກວດຫາ AMR ໃນຂະແໜງການລ້ຽງສັດ. ທ່ານຍັງໄດ້ກ່າວຕື່ມວ່າ: ອັນຕະລາຍຈາກ AMR ສາມາດຫລຸດລົງຢ່າງຫລວງຫລາຍໄດ້ດ້ວຍການເພີ່ມລະດັບຄວາມຮັບຮູ້ກ່ຽວກັບບັນຫາໃຫ້ແກ່ທຸກພາກສ່ວນທີ່ກ່ຽວຂ້ອງ, ເຊິ່ງອົງການ FAO ແລະ ກະຊວງກະສິກຳ ແລະ ປ່າໄມ້ ພວມຈັດຕັ້ງປະຕິບັດວຽກງານຮ່ວມກັນຢ່າງໃກ້ຊິດຕິດແທດ.

ຕະຫລອດໄລຍະການຈັດຕັ້ງປະຕິບັດໂຄງການ 4 ປີ ທີ່ຜ່ານມາ ໄດ້ຮັບການສະໜອງທຶນໂດຍຜ່ານ UK Aid, ອົງການ FAO ໄດ້ເຮັດວຽກຢ່າງໃກ້ຊິດກັບກົມລ້ຽງສັດ ແລະ ການປະມົງ ແລະ ບັນດາອົງກອນທີ່ສຳຄັນອື່ນໆ ເພື່ອສ້າງໝາກຜົນທີ່ຫຼາກຫຼາຍ. ອົງການ FAO ແລະ ກົມລ້ຽງສັດ ແລະ ການປະມົງ ໄດ້ເປັນເຈົ້າພາບຈັດສອງກອງປະຊຸມໃຫຍ່ລະດັບຊາດກ່ຽວກັບ AMR ແລະ AMU ເພື່ອແລກປ່ຽນຄວາມຮູ້ພາຍໃຕ້ ວິທີການສຸຂະພາບໜຶ່ງດຽວ. ຄະນະກໍາມະການແຫ່ງຊາດ ເພື່ອການຄວບຄຸມການຕ້ານຕໍ່ຢາຕ້ານເຊື້ອຂອງເຊື້ອຈຸລະຊີບ (NASCC) ໄດ້ຖືກສ້າງຕັ້ງຂຶ້ນເພື່ອກວດກາ ແລະ ໃຫ້ຄໍາແນະນໍາໃນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆທີ່ກ່ຽວຂ້ອງກັບການຕໍ່ສູ້ກັບ AMR ແລະ ການຫລຸດຜ່ອນ AMU. ຄວາມຕ້ອງການດ້ານຄວາມອາດສາມາດຂອງສູນວິໄຈພະຍາດສັດ(NAHL) ໄດ້ຖືກປະເມີນ ແລະ ໄດ້ຈັດການຝຶກອົບຮົມທີ່ກ່ຽວຂ້ອງ ເພື່ອສ້າງຄວາມອາດສາມາດໃຫ້ແກ່ນັກວິຊາການ. ອົງການ FAO ຍັງໄດ້ຊ່ວຍເຫລືອ NAHL ໃນການຮັກສາຖານຂໍ້ມູນ ກ່ຽວກັບ AMR. ນອກຈາກບັນດາຜົນໄດ້ຮັບອື່ນໆ, ການວິເຄາະການລະບາດຂອງຂໍ້ມູນ AMR ໄດ້ຖືກຈັດຕັ້ງປະຕິບັດ ແລະ ລາຍງານໃຫ້ແກ່ຜູ້ອອກກົດລະບຽບ ແລະນະໂຍບາຍຕ່າງໆ.

ທ່ານ ຈັນທະລາ ປອງມາລາ ໄດ້ເນັ້ນໜັກວ່າ: ການຕ້ານຕໍ່ຢາຕ້ານເຊື້ອ ແມ່ນໄພຂົ່ມຂູ່ອັນໃຫຍ່ຫລວງຂອງໂລກ, ມັນເປັນບັນຫາທີ່ເພີ່ມຂຶ້ນຕໍ່ສຸຂະພາບຂອງມະນຸດ ແລະ ສັດ, ມັນຍັງມີຜົນກະທົບຕໍ່ຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສະຫວັດດີການດ້ານເສດຖະກິດຂອງກະສິກອນ ຫລາຍລ້ານຄົວເຮືອນ. ອົງການ FAO ສະແດງຄວາມຮູ້ບຸນຄຸນຕໍ່ກັບການສະໜັບສະໜູນ ແລະ ຄໍາໝັ້ນສັນຍາຈາກ ອົງການພັດທະນາສາກົນຂອງສະຫະລາຊະອານາຈັກ ຕັ້ງແຕ່ປີ 2017 ເພື່ອເຮັດໃຫ້ພວກເຮົາ ສາມາດຈັດຕັ້ງປະຕິບັດວຽກງານໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ແລະ ພີ່ນ້ອງປະຊາຊົນ ໄດ້ຫລາຍຂຶ້ນ ໂດຍຜ່ານ ສູນສຸກເສີນເພື່ອຄວບຄຸມພະຍາດລະບາດສັດຂ້າມແດນ (ECTAD), ອົງການ FAO ໄດ້ປະສົບຜົນສໍາເລັດໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມື ພາຍໃຕ້ຫລັກການສຸຂະພາບໜຶ່ງດຽວ ເພື່ອແກ້ໄຂບັນຫາຄວາມປອດໄພດ້ານສະບຽງອາຫານ, ການຄວບຄຸມພະຍາດສັດ ແລະ AMR ໂດຍການນໍາເອົາທຸກພາກສ່ວນທີ່ກ່ຽວຂ້ອງຮ່ວມກັນ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ແນວຄວາມຄິດ, ໃນຂະນະທີ່ເສີມສ້າງຄວາມອາດສາມາດຂອງໜ່ວຍງານລັດຖະບານຕ່າງໆ ທີ່ກ່ຽວຂ້ອງກັບ AMR ແລະ ການເຝົ້າລະວັງ AMU”.

ຂ່າວ-ພາບ: ສຸກສະຫວັດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version