Home ຂ່າວຕ່າງປະເທດ ທ່ານທູດເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບການເສີມຂະຫຍາຍຄຸນຄ່າບັນດານາມມະຍົດ UNESCO ເພື່ອຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງຢູ່ຫວຽດນາມ

ທ່ານທູດເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບການເສີມຂະຫຍາຍຄຸນຄ່າບັນດານາມມະຍົດ UNESCO ເພື່ອຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງຢູ່ຫວຽດນາມ

0

ໃນລະຫວ່າງ ວັນທີ 2-3 ກໍລະກົດ 2023, ທີ່ແຂວງນິງບິ່ງ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຮ່ວມ ກອງປະ ຊຸມສາກົນ ກ່ຽວກັບການເສີມຂະຫຍາຍຄຸນຄ່າ ບັນດານາມມະຍົດຂອງອົງການ UNESCO ເພື່ອຮັບໃຊ້ ໃຫ້ແກ່ການພັດ ທະນາແບບຍືນຍົງຢູ່ຫວຽດນາມ ຊຶ່ງຈັດໂດຍ ກະຊວງການຕ່າງປະເທດຫວຽດ ນາມ ສົມທົບກັບ ອຳນາດການປົກຄອງແຂວງນິງບິ່ງ ແລະ ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໂດຍການເຂົ້າຮ່ວມ ກອງປະຊຸມມີທ່ານ ຫງວຽນ ວັນ ຮຸ່ງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ທ່ານ ດວານ ມິງ ຫ້ວນ, ກຳມະການສູນກາງພັກ, ເລຂາພັກແຂວງນິງບິ່ງ, ທ່ານ ຟ້າມ ກວາງ ຫງອກ, ຮອງເລຂາພັກແຂວງ, ເຈົ້າແຂວງນິງບິ່ງ, ຕາງ ໜ້າອົງການ UNESCO, ບັນດາສະຖານ ທູດອາຝຣິກາໃຕ້, ນີເຈີເລຍ, ກໍາປູເຈຍ, ອາເມຣິກາ, ອິນໂດເນເຊຍ, ໄທ, ອັງກິດ ນອກນີ້ຍັງມີບັນດາກະຊວງ, ຂະແໜງການ, ຕາງໜ້າ ຈາກບັນດາແຂວງ, ນະ ຄອນ ທົ່ວປະເທດ ທີ່ມີມໍລະດົກໂລກຂອງອົງການ UNESCO ພ້ອມດ້ວຍນັກຊ່ຽວຊານ ຕ່າງປະເທດ ຢ່າງພ້ອມພຽງ.

ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ແມ່ນເພື່ອພ້ອມກັນ ປຶກສາຫາລືຮ່ວມກັນກ່ຽວກັບ ບົດຮຽນ, ປະສົບການ ໃນການຮັກສາ ແລະ ເສີມຂະຫຍາຍ ບັນດາຄຸນຄ່າຂອງບັນດານາມມະຍົດ ທາງດ້ານສະຖານທີ່, ປະຫວັດສາດ, ວັດທະນະທຳ, ທຳມະຊາດ, ນາມມະທຳ ທີ່ໄດ້ຮັບ ການຮັບຮອງ ເປັນມຳລະດົກໂລກ ຈາກອົງ ການ UNESCO. ເພື່ອເຮັດແນວໃດເຮັດໃຫ້ ການພັດທະນາເສດຖະກິດ-ສັງຄົມ ບໍ່ສົ່ງຜົນຜົນກະທົບຕໍ່ ສະພາບແວດລ້ອມ ກໍຄື ການຕິດພັນ ຢ່າງແໜ້ນແຟ້ນ ແລະ ກົມກຽວ ລະຫວ່າງ ການພັດທະນາເສດ ຖະກິດ, ວັດທະນະທຳ ຮີດຄອງປະເພນີ ອັນດີງາມຂອງປະຊາຊົນ, ຮັກສາໄດ້ຄວາມເປັນເອກະລັກ ຄວາມດຸ່ນດ່ຽງ ທາງດ້ານສັງຄົມ ແລະ ການຮັກສາ ສິ່ງແວດ ລ້ອມໄປຄຽງຄູ່ກັນ.

ປັດຈຸບັນ ຫວຽດນາມ ມີ 57 ລາຍການທາງດ້ານຮູບປະທຳ ແລະ ນາມມະທຳ ທີ່ໄດ້ຮັບ ການຮອງຮັບ ເປັນມໍລະດົກໂລກຈາກອົງການ UNESCO. ກອງປະຊຸມໄດ້ຮັບຟັງ ການແລກປ່ຽນບົດຮຽນ ແລະ ປະສົບປະການ ຈາກຊ່ຽວຊານ ແລະ ຕາງໜ້າພາກສ່ວນຕ່າງໆ.

ຂ່າວ, ພາບ: ສະຖານທູດລາວທີ່ຮ່າໂນ້ຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version