Home ຂ່າວໜ້າໜຶ່ງ ສະມາຊິກສະພາແຫ່ງຊາດຢາກໃຫ້ລັດຖະບານທົບທວນຄືນ ການອອກອະນຸຍາດດ້ານແຮ່ທາດ

ສະມາຊິກສະພາແຫ່ງຊາດຢາກໃຫ້ລັດຖະບານທົບທວນຄືນ ການອອກອະນຸຍາດດ້ານແຮ່ທາດ

0

ທ່ານ ກົງໃຈ ສີດາວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 17 ແຂວງອັດຕະປື, ໄດ້ປະກອບຄໍາຄິດຄໍາເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບຮ່າງຍຸດທະສາດພັດທະນາແຮ່ທາດ 10 ປີ ແຕ່ 2021 ຫາປີ 2030 ແລະວິໄສທັດຮອດປີ 2035 ທີ່ສະເໜີໂດຍທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 30 ມິຖຸນາ 2023.

ທ່ານກົງໃຈ ສີດາວົງ ໄດ້ສະແດງຄວາມຊົມເຊີຍຕໍ່ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ມີຄວາມພະຍາຍາມສ້າງຍຸດທະສາດດັ່ງກ່າວນີ້ຂຶ້ນມາ ເພື່ອຮັບໃຊ້ໃຫ້ແກ່ການຄຸ້ມຄອງ ແລະ ພັດທະນາແຮ່ທາດ ທີ່ຈິງແລ້ວພວກເຮົາຄວນມີຍຸດທະສາດດັ່ງກ່າວນີ້ແຕ່ດົນແລ້ວ ແຕ່ເຖິງຢ່າງໃດກໍ່ດີ ຂ້າພະເຈົ້າກໍ່ມີຄວາມສົນໃຈຕໍ່ກັບຍຸດທະສາດດັ່ງກ່າວທີ່ໄດ້ກຳນົດເປັນສອງຍຸດທະສາດທີ່ໄດ້ກຳນົດ 6 ເປົ້າໝາຍ, 49 ຈຸດສຸມນີ້ ຂ້າພະເຈົ້າມີີຄວາມສົນໃຈໃນເປົ້າໝາຍ ທີ 1 ເນື່ອງຈາກວ່າຢູ່ໃນເປົ້າໝາຍທີ 1 ນີ້ ໂດຍສະເພາະແມ່ນຈຸດສຸມທີ່ 1 ແລະ 2 ນີ້ ແມ່ນເວົ້າເຖິງການສຳຫຼວດທ່າແຮງບົ່ມຊ້ອນກ່ຽວກັບຊັບພະຍາກອນແຮ່ທາດ ໂຕນີ້ຂ້າພະເຈົ້າເຫັນວ່າມີຄວາມຈຳເປັນ ເນື່ອງຈາກພວກເຮົາຮູ້ແລ້ວວ່າປະເທດພວກເຮົາມີຄວາມອຸດົມສົມບູນດ້ານແຮ່ທາດ ຕາມການລາຍງານຂອງທ່ານລັດຖະມົນຕີ ເຫັນວ່າພວກເຮົາໄດ້ອະນຸມັດການຂຸດຄົ້ນແລ້ວບໍ່ຕ່ຳກວ່າ 91 ໂຄງການ ແຕ່ວ່າກົງກັນຂ້າມພວກເຮົາຂຸດຄົ້ນຜ່ານມາ ພັດບໍ່ມີຖານຂໍ້ມູນທີ່ແນ່ນອນ ໂດຍສະເພາະການສຳຫຼວດປະສົມແຮ່ທາດນີ້ ເພາະສະນັ້ນຈຶ່ງມີຄວາມຈຳເປັນ ເຖິງວ່າງົບປະມານຈະສູງສົມຄວນ 20 ພັນກວ່າຕື້ ແຕ່ພວກເຮົາກໍຄວນລົງທຶນໃສ່ ສະເລ່ຍແລ້ວເຮັກຕ້າໜຶ່ງ ປະມານ 300 ໂດລ້າ ຂ້າພະເຈົ້າຄິດວ່າຄວນເຮັດໄດ້ເຮັດອັນນີ້ກະຈຳເປັນໄລຍະຜ່ານມາວຽກດັ່ງກ່າວມີຄວາມສຳຄັນຫລາຍ ແຕ່ພວກເຮົາມອບໃຫ້ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດເປັນຜູ້ເຮັດການສຳຫຼວດ, ການຂຸດຄົ້ນ ເພາະສະນັ້ນບັນຫາຖານຂໍ້ມູນທີ່ພວກເຮົາຈະເອົາມາຄຸ້ມຄອງພັດທະນາມັນເປັນສີ່ງທີ່ທ້າທາຍ ປະລິມານສະສົມມັນຫຼາຍ ແຕ່ພວກເຮົາກໍ່ບໍ່ສາມາດກຳໄດ້ ອັນນີ້ຢູ່ໃນບົດຕີລາຄາຂໍ້ຄົງຄ້າງຂອງທ່ານລັດຖະມົນຕີກໍຈະແຈ້ງແລ້ວ ແຕ່ວ່າບັນຫາທີ່ຈະສໍາຫຼວດ ຫຼື ວ່າສ້າງແຜນທີ່ຍຸດທະສາດດັ່ງກ່າວນີ້ ຂ້າພະເຈົ້າເຫັນວ່າຢາກໃຫ້ລັດຖະບານລົງທຶນໂດຍກົງ ຖ້າພວກເຮົາມອບໃຫ້ເອກະຊົນເຮັດຄືຜ່ານມາ ແນ່ນອນວ່າຜົນປະໂຫຍດຈາກການລົງທຶນ ກະຕ້ອງໄດ້ເອື້ອປະໂຫຍດໃຫ້ຜູ້ລົງທຶນ ອັນນີ້ຂ້າພະເຈົ້າຢາກໃຫ້ລັດຖະບານຕັດສິນໃຈລົງທຶນໂດຍກົງນີ້ແມ່ນບັນຫາທີ1, ບັນຫາທີ 2 ຢາກໃຫ້ທົບທວນຄືນ ການອອກອະນຸຍາດເລື່ອງແຮ່ທາດ ຜ່ານມາຂ້າພະເຈົ້າເຫັນວ່າລັດຖະບານກໍ່ມີຄວາມຮັດກຸມ ແຕ່ວ່າດຽວນີ້ ຄືຢູ່ເຂດເລືອກຕັ້ງຂອງຂ້າພະເຈົ້າມີຮອດ 59 ກິດຈະການ, ລັດຖະບານອານຸມັດ 21 ກິດຈະການ ຂັ້ນແຂວງອະນຸມັດ 24 ກິດຈະການ ຕໍ່ໄປກໍ່ຈະຮອດເມືອງ ຮອດບ້ານອະນຸມັດ ເພາະສະນັ້ນຖ້າພວກເຮົາບໍ່ຄຸ້ມຄອງ ພວກເຮົາຈະບໍ່ຮູ້ຈັກວ່າປະສົບປະການ ຫຼື ມາດຕະຖານຂອງພະນັກງານ ການເປັນມືອາຊີບພວກເຮົາກໍ່ຕີລາຄາວ່າພວກເຮົາບໍ່ເປັນມືອາຊີບ ບັນຫາແຮ່ທາດເປັນບັນຫາທີ່ລະອຽດອ່ອນ ເພາະສະນັ້ນການຄຸ້ມຄອງແບ່ງການຄຸ້ມຄອງຂ້າພະເຈົ້າເຫັນດີ ແຕ່ວ່າອັນໃດທີ່ຄວນໃຫ້ແຂວງ ອັນໃດຄວນໃຫ້ເມືອງ ອັນໃດແມ່ນລັດຖະບານ ຂ້າພະເຈົ້າຢາກໃຫ້ມີຄວາມຮັດກຸມ ເພື່ອຢາກໃຫ້ການນຳໃຊ້ຊັບພະຍາກອນດັ່ງກ່າວເກີດປະໂຫຍດສູງສຸດ ແລະ ເປັນມູນມໍລະດົກໃຫ້ແກ່ລູກແກ່ຫຼານຂອງພວກເຮົາໄດ້ຕໍ່ໄປ ຂ້າພະເຈົ້າຄິດວ່າບັນຫານີ້ ພວກເຮົາຄວນໄດ້ປະເມີນຄືນ ວ່າອັນໃດຊິຄວນອະນຸຍາດ ຫລືບໍ່ຄວນ, ບັນຫາທີ 3 ແມ່ນການອະນຸຍາດຊອກຄົ້ນ ຫຼື ສຳຫຼວດຜ່ານມາມັນຍັງຊະຊາຍ ເປັນຜົນກະທົບຕໍ່ທຳມະຊາດ ແລະ ສັງຄົມ ສີ່ງທີ່ພວກເຮົາຫຼີກລ້ຽງບໍ່ໄດ້ ເພາະສະນັ້ນການຈັດຕັ້ງປະຕິບັດຜ່ານມາມັນບໍ່ໄປເປັນຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນມາດຕາ 27 ກົດໝາຍວ່າດ້ວຍແຮ່ທາດ ວ່າດ້ວຍການສຳຫຼວດຊອກຄົ້ນ ອັນນີ້ສຳຫຼວດໄປນໍາ ຂຸດຄົ້ນໄປນຳເລີຍ ນີ້ແມ່ນສະພາບຕົວຈີງຢູ່ເຂດເລືອກຕັ້ງຂອງຂ້າພະເຈົ້າມັນມີແນວນັ້ນ ຈຶ່ງເກີດບັນຫານຳໃຊ້ທີ່ດິນ ສະເໜີໃຫ້ລັດຖະບານພິຈາລະນາ ໂດຍລວມແລ້ວ ຍຸດທະສາດນີ້ຂ້າພະເຈົ້າເຫັນດີສະໜັບສະໜູນ ເພາະເປັນສີ່ງຈຳເປັນໃນການສ້າງເປັນຖານຂໍ້ມູນໃນອານາຄົດໄດ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version