Home ທຸລະກິດ ກຽມຈັດສົ່ງວັດຖຸດິບ ເພື່ອຜະລິດ-ປຸງແຕ່ງນ້ຳມັນເຊື້ອໄຟຈາກຕ່າງປະເທດ ມາລາວ

ກຽມຈັດສົ່ງວັດຖຸດິບ ເພື່ອຜະລິດ-ປຸງແຕ່ງນ້ຳມັນເຊື້ອໄຟຈາກຕ່າງປະເທດ ມາລາວ

0

ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ໄດ້ສັ່ງຊື້ວັດຖຸດິບເພື່ອມາທຳການຜະລິດ-ປຸງແຕ່ງ ນໍ້າມັນເຊື້ອໄຟ ຈາກຜູ້ສະໜອງຢູ່ຕ່າງປະເທດ ຈຳນວນເບື້ອງຕົ້ນ 3 ລ້ານລິດ ເຊິ່ງເຮືອຂົນສົ່ງວັດຖຸດິບ ໄດ້ເຂົ້າມາຈອດທຽບທ່າ ທີ່ທ່າເຮືອ ເກືອລໍ່, ແຂວງ ເງະອານ, ສສ ຫວຽດນາມ ໃນວັນທີ 29 ມິຖຸນາ 2023 ເປັນທີ່ຮຽບຮ້ອຍແລ້ວ ເຊິ່ງວັດຖຸດິບດັ່ງກ່າວຈະຖືກຂົນສົ່ງຕໍ່ທາງລົດ ຜ່ານລະບຽບການນຳເຂົ້າ ຢູ່ດ່ານພາສີສາກົນນໍ້າກັ່ນ ແລະ ນໍາໄປທຳການຜະລິດ-ປຸງແຕ່ງ ເປັນນໍ້າມັນກາຊວນ ສໍາເລັດຮູບ ຢູ່ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຂອງ ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ທີ່ຕັ້ງຢູ່ບ້ານ ຍອດງື່ມ, ເມືອງແປກ, ແຂວງຊຽງຂວາງ.

ທ່ານ ອຸທັນ ໄຕລິດທິ ຮອງຜູ້ອຳນວຍການບໍລິສັດຍອດງື່ມພາວເວີມະຫາຊົນ ໃຫ້ຮູ້ວ່າ: ນໍ້າມັນເຊື້ອໄຟທີ່ທຳການຜະລິດອອກຈາກໂຮງງານ ສົ່ງອອກບໍລິການຮັບໃຊ້ສັງຄົມ ໃນຂອບເຂດທົ່ວປະເທດ ແມ່ນມີຄຸນນະພາບ ແລະ ມາດຕະຖານລະດັບດຽວກັນກັບນໍ້າມັນເຊື້ອໄຟສຳເລັດຮູບ ທີ່ນຳເຂົ້າມາຈາກຕ່າງປະເທດ, ເຊິ່ງໄລຍະຜ່ານມາ ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ໄດ້ຜະລິດ-ປຸງແຕ່ງ ນໍ້າມັນເຊື້ອໄຟອອກຮັບໃຊ້ສັງຄົມແລ້ວກວ່າ 20 ລ້ານລິດ ໃນໄລຍະເວລາ 1 ປີນັບແຕ່ໄດ້ເປີດທຳການຜະລິດມາຮອດປັດຈຸບັນ ແລະ ປະກອບສ່ວນພັນທະພາສີ-ອາກອນ ທຸກປະເພດຢ່າງຄົບຖ້ວນ ພ້ອມທັງປະກອບສ່ວນພັດທະນາແຂວງຊຽງຂວາງນຳອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version