Home ຂ່າວຕ່າງປະເທດ ເປີດກອງປະຊຸມເວທີປຶກສາຫາລືເສດຖະກິດດາໂວສລະດູຮ້ອນຄັ້ງທີ 14

ເປີດກອງປະຊຸມເວທີປຶກສາຫາລືເສດຖະກິດດາໂວສລະດູຮ້ອນຄັ້ງທີ 14

0

ຂ່າວສານຊີອາໄອລາຍງານ ໃນວັນທີ 27 ມິຖຸນາ ຜ່ານມາ, ກອງປະຊຸມເວທີປຶກສາຫາລືເສດຖະກິດດາໂວສລະດູຮ້ອນ ຄັ້ງທີ 14 ໄດ້ເປີດຂຶ້ນຢູ່ນະຄອນທ່ຽນສິນ ຂອງຈີນ ແລະ ຈະດຳເນີນໄປຮອດວັນທີ 29 ມິຖຸນານີ້ ພາຍໃຕ້ຫົວຂໍ້ “ຈິດໃຈນັກວິສາຫະກິດ: ພະລັງແຮງຂັບເຄື່ອນເສດຖະກິດໂລກ”. ມີຜູ້ນຳໜ້າໂລກ ແລະ ບຸກຄົນປະດິດສ້າງໃໝ່ຈາກວົງການການເມືອງ, ການຄ້າ, ວົງການວິຊາການ, ອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງສາກົນ ຈຳນວນ 1.500 ກວ່າທ່ານເຂົ້າຮ່ວມ ຊຶ່ງກອງປະຊຸມເວທີປຶກສາຫາລືດັ່ງກ່າວຈັດຂຶ້ນຜ່ານທາງອັອຟລາຍ ອີກຄັ້ງໜຶ່ງໃນຮອບ 4 ປີມານີ້.

ທ່ານ ບໍເກ ເບຣັນເດ ຜູ້ອຳນວຍການໃຫຍ່ເວທີປຶກສາຫາລືເສດຖະກິດໂລກໄດ້ກ່າວໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ (CMG) ວ່າ: ກອງປະຊຸມເວທີປຶກສາຫາລືເສດຖະກິດດາໂວສລະດູຮ້ອນໃນປີນີ້ຈະສຸມໃສ່ການເພີ່ມທະວີລັດທິຫຼາຍຝ່າຍ ແລະ ການຮ່ວມມືສາກົນ, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມລ້ວນແຕ່ມີຄວາມຄອງຄອຍຕໍ່ການພັດທະນາ ແລະ ກາລະໂອກາດຂອງຈີນ. ຕາມນັກຂ່າວໄດ້ຮັບຊາບຂໍ້ມູນຈາກກອງປະຊຸມດັ່ງກ່າວວ່າ: ຂະໜາດ ແລະ ຈຳນວນຜູ້ເຂົ້າຮ່ວມກອງປະຊຸມໃນປີນີ້ໄດ້ຟື້ນຟູຄືນສູ່ລະດັບກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version