Home ຂ່າວຕ່າງປະເທດ ຫວຽດນາມ – ກູບາ ຊຸກຍູ້ການພົວພັນຮ່ວມມືຂົງເຂດວຽກງານກຳມະບານ

ຫວຽດນາມ – ກູບາ ຊຸກຍູ້ການພົວພັນຮ່ວມມືຂົງເຂດວຽກງານກຳມະບານ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 27 ມິຖຸນາ ຜ່ານມາ ຢູ່ຫໍສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ອູລິເຊສ ກິລລາເຕ ດິ ນາຊິມຽນໂຕ ເລຂາທິການໃຫຍ່ສູນກາງຜູ້ອອກແຮງງານ ກູບາ ຮອງປະທານສະຫະພັນກຳມະບານໂລກ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ

ຂ່າວລະບຸວ່າ: ທ່ານ ເວືອງດິ່ງເຫວ້ ໄດ້ຕີລາຄາສູງໃນການເຈລະຈາຂອງ ທ່ານ ອູລິເຊສ ກິລລາເຕ ດິ ນາຊິມຽນໂຕ ກັບ ທ່ານ ຫງວຽນດິ່ງຄາງ ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ, ພ້ອມທັງມີລາຍການເຄື່ອນໄຫວທີ່ມີຫຼາຍຮູບຫຼາຍແບບຢູ່ທ້ອງຖິ່ນຕ່າງໆ ເພື່ອຄົ້ນຄວ້າ, ແບ່ງປັນບົດຮຽນປະສົບການໃນການເຄື່ອນໄຫວວຽກງານກຳມະບານ, ກຳມະກອນ.

ທ່ານ ອູລິເຊສ ກິລລາເຕ ດິ ນາຊິມຽນໂຕ ກໍໄດ້ສະແດງຄວາມຊົມເຊີຍບັນດາຜົນງານ ຊຶ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງແບ່ງປັນຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາຂອງພັກກອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ອ້າຍນ້ອງ ຈະປະຕິບັດບັນດາເປົ້າໝາຍ ຊຶ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກຮອດປີ 2030 ຢ່າງມີໄຊ. ທ່ານກໍສະແດງຄວາມປາຖະໜາວ່າ: ຈາກປະສົບການພັດທະນາປະເທດຊາດ, ຫວຽດນາມ ຈະສືບຕໍ່ແບ່ງປັນບົດຮຽນ, ປະສົບການກັບ ກູບາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version