Home ຂ່າວໜ້າໜຶ່ງ ລັດຖະມົນຕີກະຊວງ ຜທ ຊີ້ແຈງຫລາຍບັນຫາສຳຄັນ ຕໍ່ຄຳຊັກຖາມ ຂອງ ສສຊ

ລັດຖະມົນຕີກະຊວງ ຜທ ຊີ້ແຈງຫລາຍບັນຫາສຳຄັນ ຕໍ່ຄຳຊັກຖາມ ຂອງ ສສຊ

0

ໃນວາລະດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ມິຖຸນາ 2023 ນີ້, ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງເເຜນການ ເເລະ ການລົງທຶນ (ຜທ) ໄດ້ຊີ້ແຈງຕໍ່ຄຳຊັກຖາມ ຂອງ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບການຈັດຕັ້ງປະຕິບັດ ເເຜນພັດທະນາເສດຖະ ກິດ-ສັງຄົມ 6 ເດືອນຕົ້ນປີ, ທິດທາງເເຜນການ 6 ເດືອນທ້າຍປີ 2023 ເເລະ ທິດທາງການລົງທຶນຂອງລັດ ໃນປີ 2024 ເປັນຕົ້ນ, ການຈັດຕັ້ງປະຕິບັດມາດຕະການຊຸກຍູ້ອັດຕາການເຕີບໂຕຂອງເສດຖະກິດ ຂອງບັນດາຂະເເໜງການທີ່ກ່ຽວຂ້ອງ, ຄວາມຄືບໜ້າການປະຕິບັດເເຜນການລົງທຶນໃນປີ 2023 ພາຍຫລັງສະພາເເຫ່ງຊາດໄດ້ຮັບຮອງ ແລະ ການຄຸ້ມຄອງເເຜນການລົງທຶນຂອງລັດ ແລະ ອື່ນໆ.

ທ່ານ ຄໍາເຈນ ວົງໂພສີ ກ່າວວ່າ: ສຳລັບ ການຈັດຕັ້ງປະຕິບັດມາດຕະການຊຸກຍູ້ອັດຕາ ການເຕີບໂຕຂອງເສດຖະ ກິດ ຂອງບັນດາຂະເເໜງການທີ່ກ່ຽວຂ້ອງ ເຊິ່ງໃນໄລຍະຜ່ານມາລັດຖະບານ ໄດ້ສຸມທຸກຄວາມພະຍາຍາມສ້າງສິ່ງອໍານວຍຄວາມສະດວກໃຫ້ເເກ່ພາກທຸລະກິດ ເເລະ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ຂະ ໜາດກາງ ໃຫ້ເຂົ້າເຖິງເເຫລ່ງທຶນ ດ້ວຍນະໂຍບາຍຂອງລັດຖະບານທີ່ເໝາະສົມ ເພື່ອໃຫ້ພາກສ່ວນກ່ຽວຂ້ອງສາມາດຜະສິດກະສິກໍາ, ອຸດສະຫະກໍາ, ຫັດຖະກໍາ ເເລະ ການບໍລິການ ຕາມນິຕິກໍາທີ່ກ່ຽວຂ້ອງ. ພ້ອມທັງເລັ່ງຂະ ຫຍາຍຖານລາຍຮັບ ໃຫ້ກວ້າງຂວາງຫລາຍຂຶ້ນຕື່ມອີກ, ຂຸດ ຄົ້ນລາຍຮັບທີ່ບົ່ມຊ້ອນດ້ວຍມາດຕະການ, ວິທີການ, ລວມທັງການໃຊ້ມາດຕະການທີ່ທັນສະໄໝ ປັບປຸງກົງຈັກການຈັດຕັ້ງຂົງເຂດດັ່ງກ່າວ. ພ້ອມນັ້ນ, ລັດຖະບານຍັງສືບຕໍ່ປັງປຸງນະໂຍບາຍ ເປັນຕົ້ນ ນະໂຍບາຍພາສີ-ອາກອນ, ນະ ໂຍບາຍການນຳເຂົ້າ-ສົ່ງອອກ ແລະ ກົນໄກການບໍລິການຕ່າງໆ ໃຫ້ສອດຄ່ອງຂຶ້ນກວ່າເກົ່າ. ບົນພື້ນຖານດັ່ງກ່າວ, ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ກໍໄດ້ສືບຕໍ່ເຂົ້າມາລົງທຶນຢູ່ຫລາຍຂົງເຂດ ເຊັ່ນ: ຂົງເຂດກະສິກຳ, ການບໍລິການ ແລະ ອື່ນໆ. ລັດຖະບານ ຍັງສືບຕໍ່ປັບປຸງນະໂຍບາຍ, ປັບປຸງກົດໝາຍສົ່ງເສີມການລົງທຶນ, ສົ່ງເສີມເຂດເສດຖະກິດພິເສດ ແລະ ອື່ນໆ.

ສຳລັບ ສາເຫດແຕ່ລະໂຄງການ ທີ່ໄດ້ຮັບງົບປະມານແຕກຕ່າງກັນ (ບາງໂຄງການໄດ້ຫລາຍ, ບາງໂຄງການໄດ້ໜ້ອຍ) ແມ່ນຂຶ້ນກັບການຄົ້ນຄວ້າໂຄງການ ທີ່ອີງໃສ່ຄວາມສຳຄັນ ແລະ ຄວາມຈໍາເປັນຂອງໂຄງການ, ຂຶ້ນກັບສະຖານ ທີ່ບ່ອນຈັດຕັ້ງປະຕິບັດໂຄງການ. ສຳລັບການແກ້ໄຂໜີ້ບ້ວງ 8.000 ຕື້ກີບ (ອວ່າຍໜີ້ 3 ແຈ) ແມ່ນເປັນການແກ້ ໄຂສະພາບຄ່ອງໃຫ້ແກ່ຜູ້ປະກອບການຕົວຈິງ ທີ່ລົງທຶນເຮັດໂຄງການຂອງລັດຖະບານກ່ອນ ທີ່ພວກເຮົາຄ້າງຊໍາລະຫລາຍປີ ເຮັດໃຫ້ຜູ້ປະກອບການພົບຄວາມຫຍຸ້ງຍາກດ້ານອັດຕາແລກປ່ຽນ, ດອກເບ້ຍ ແລະ ອື່ນໆ. ດັ່ງນັ້, ລັດຖະ ບານຈຶ່ງແກ້ໄຂບັນດາໂຄງການນີ້ກ່ອນ. ສ່ວນການປັບປຸງລາຄາຫົວໜ່ວຍການກໍ່ສ້າງ ທີ່ຕິດພັນກັບການເພີ່ມຂຶ້ນຂອງວັດສະດຸ ເຫັນວ່າຫລາຍໂຄງການຈະມີການປັບປຸງລາຄາໃໝ່ ເຊິ່ງບັນຫານີ້ແມ່ນເປັນຄວາມຈິງ ເພາະຖ້າເອົາຕາມສັນຍາເກົ່າອາດບໍ່ສອດຄ່ອງກັບສະພາບຕົວຈິງ, ດັ່ງນັ້ນ ກະຊວງແຜນການ ແລະ ການລົງທຶນ ຈຶ່ງໄດ້ສົມທົບກັບຂະແໜງການກ່ຽວຂ້ອງ ແຕ່ກໍເຫັນວ່າຂະແໜງກງານ ໄດ້ສຳເລັດແລ້ວ, ຖ້າຜ່ານກະຊວງໂຍທາທິການ ແລະ ຂົນສົ່ງ ສຳເລັດໝົດ ກໍຈະສະເໜີໃຫ້ລັດຖະບານຮັບຮອງ.

ຂ່າວ: ທະນູທອງ ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version