Home ຂ່າວດ່ວນ ເມືອງວຽງຄຳ ທໍາລາຍເຄື່ອງລ່າສັດນໍ້າ, ສັດປ່າ ແລະ ວັດຖຸທີ່ບໍ່ຖືກຕ້ອງຕາມກົດໝາຍ

ເມືອງວຽງຄຳ ທໍາລາຍເຄື່ອງລ່າສັດນໍ້າ, ສັດປ່າ ແລະ ວັດຖຸທີ່ບໍ່ຖືກຕ້ອງຕາມກົດໝາຍ

0

ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ກອງບັນຊາການ ປກສ ເມືອງວຽງຄໍາ ແຂວງວຽງຈັນຈັດພິທີທໍາລາຍເຄື່ອງລ່າສັດນໍ້າ-ສັດປ່າ ແລະ ວັດຖຸທີ່ບໍ່ຖືກຕ້ອງ ຕາມກົດໝາຍ ໃນວັນທີ 27 ມິຖຸນາ 2023 ໂດຍການເປັນປະທານຂອງທ່ານ ພອນແກ້ວ ຂຸນພົນ ເຈົ້າເມືອງວຽງຄໍາ ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບ ເມືອງວຽງຄໍາ, ທ່ານ ຄໍາໝັ້ນ ແສນບຸດດີ ຄະນະພັກຮາກຖານຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ ພ້ອມດ້ວຍພະນັກງານ ປກສ ເມືອງວຽງຄໍາ ແລະ ນາຍບ້ານ 17 ບ້ານ ທົ່ວເມືອງເຂົ້າຮ່ວມ. ໃນພິທີ ທ່ານ ນວນດໍາ ໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ ໄດ້ສະຫລຸບກ່ຽວກັບການທ້ອນໂຮມ ແລະ ເກັບກູ້ອາວຸດລ່າເນື້ອ, ໝໍ້ຊ໋ອດປາ ແລະ ເຄື່ອງປະກອບສະນິດອື່ນໆ ເກັບກໍາຂຶ້ນບັນຊີເປົ້າໝາຍໄດ້ທັງໝົດ 168 ຄົນ ໃນນັ້ນ, ມີເປົ້າໝາຍປືນລ່າເນື້ອ 127 ເປົ້າໝາຍ, ໝໍ້ຊ໋ອດ 4 ເປົ້າໝາຍ, ປັດຈຸບັນເກັບກູ້ໄດ້ປືນລ່າເນື້ອ ປະເພດປືນແກັບ ຈໍານວນ 38 ກະບອກ ແລະ ເກັບກູ້ເຄື່ອງຫາປາ ບໍ່ຖືກຕ້ອງ (ໝໍ້ຊ໋ອດ) ໄດ້ຈໍານວນ 12 ເຄື່ອງ ແລະ ລົດຈັກດັດແປງສະພາບເຕັກນິກ ທໍ່ດັງຈໍານວນ 8 ທໍ່ , ຢາງນ້ອຍ 4 ເສັ້ນ ພ້ອມທັງໄດ້ສຶກສາອົບຮົມຜູ້ກະທໍາຜິດ ແລະ ໃຫ້ຂຽນໃບຮັບສະພາບ ຕົນເອງໃວ້ເພື່ອເປັນການຕິດຕາມໃນຕໍ່ໜ້າ.

ໂອກາດນີ້, ທ່ານ ພອນແກ້ວ ຂຸນພົນ ໄດ້ມີຄໍາເຫັນໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານ ການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້ ພ້ອມທັງເນັ້ນໃຫ້ພະນັກງານ ອົງການຈັດຕັ້ງ ທີ່ກ່ຽວຂ້ອງຈົ່ງພ້ອມກັນເອົາໃຈໃສ່ ຕ້ານ ແລະ ສະກັດກັ້ນ ທຸກຮູບແບບບໍ່ໃຫ້ມີຊອງຫວ່າງ ທໍາການຜະລິດອາວຸດລ່າເນື້ອສັດນໍ້າ-ສັດປ່າ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຢ່າງເຂັ່ງຄັດ ແລະ ນໍາເອົາຜູ້ກະທໍາຜິດ ມາສຶກສາອົບຮົມການເມືອງແນວຄິດ ຕາມລະບຽບກົດໝາຍ.

ຂ່າວ-ພາບ: ເມືອງວຽງຄໍາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version