Home ຂ່າວພາຍໃນ ສະຖານທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕາງໜ້າໃຫ້ແກ່ພັກ, ລັດ ແຫ່ງ ສປປ ລາວປະດັບຫຼຽນໄຊ,...

ສະຖານທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕາງໜ້າໃຫ້ແກ່ພັກ, ລັດ ແຫ່ງ ສປປ ລາວປະດັບຫຼຽນໄຊ, ຫຼຽນກາ ໃຫ້ແກ່ມະຫາວິທະຍາໄລ ແພດສາດຖ້າຍບິງ, ແຂວງຖ້າຍບີງສສຫວຽດນາມ

0

ໃນວັນທີ 27 ມິຖຸນາ 2023, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ຂອງຫວຽດນາມ ໄດ້ຈັດພິທີປະດັບຫຼຽນໄຊ, ຫຼຽນກາໃຫ້ແກ່ກົມກອງ ແລະ ບຸກຄົນມະຫາວິທະ ຍາໄລແພດສາດ ຖ້າຍບິງ ຊຶ່ງຝ່າຍລາວນຳໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈຳ ສສ ຫວຽດນາມ ພ້ອມຄະນະນຳ, ຝ່າຍຫວຽດນາມ ມີ ສະຫາຍ ນາງ ເຈີນ ທິ ບິກ ຮັງ, ກຳມະການພັກແຂວງ, ຮອງປະທານຄະນະກຳມະການ ປະຊາຊົນແຂວງ ( ຮອງເຈົ້າແຂວງ); ສະຫາຍ ພົນຕີ ຫງວຽນ ຕ່ຽນ ລອງ, ຮອງປະທານສະມາຄົມມິດຕະພາບຫວຽດນາມ-ລາວ; ສະຫາຍ ຮອງສາດສະດາຈານ ດຣ ຫງວຽນ ກວັ່ນ ຕຽນ, ປະທານສະພາບໍລິຫານໂຮງຮຽນມະຫາວິທະຍາໄລແພດສາດຖ້າຍບີງ ນອກຈາກນີ້, ຍັງມີຜູ້ຕາງໜ້າຈາກ ສະມາຄົມມິດຕະພາບຫວຽດນາມ-ລາວແຂວງຖ້າຍບິ່ງ ພ້ອມດ້ວຍຄະນະອຳນວຍການ, ພະນັກງານ ຄູອາຈານ ແລະ ພາກສ່ວນ ກ່ຽວຂ້ອງຂອງຫວຽດນາມເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ຫວນຄືນມູນເຊື້ອຄວາມເປັນມາຂອງສາຍພົວພັນລາວ -ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້ ໂດຍແມ່ນປະທານ ໂຮ່ ຈີ ມິນ ຜູ້ຍິ່ງໃຫຍ່ ຮ່ວມກັບປະທານ ໄກສອນ ພົມວິ ຫານ, ປະທານ ສຸພານຸວົງ ທີ່ເຄົາລົບຮັກເປັນຜູ້ກໍ່ສ້າງຕັ້ງ ແລະ ໄດ້ຮັບຖະນຸຖະໜອມຈາກການນໍາຫຼາຍຮຸ້ນຄົນ, ພັກ, ລັດ ແລະ ປະຊາຊົນສອງປະເທດສືບຕໍ່ເພີ່ມພູນຄູນສ້າງ ຊຶ່ງສາຍພົວພັນດັ່ງກ່າວໄດ້ກາຍເປັນສາຍພົວພັນມິດຕະພາບ ອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືດ້ານ ທີ່ນັບມື້ເຂົ້າສູ່ລວງກວ້າງ ແລະ ລວງເລິກ, ມີປະສິດທິຜົນ. ນອກ ຈາກນີ້, ສະຫາຍ ກໍໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງສູງ ແລະ ສະແດງຄວາມຮູ້ ບຸນຄຸນອັນເລິກເຊິ່ງ ຕໍ່ພັກ, ລັດ, ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເວົ້າລວມ, ເວົ້າສະເພາະອຳນາດການປົກຄອງ ແຂວງຖ້າຍບີງ ພິເສດແມ່ນມະຫາວິທະຍາໄລແພດສາດຖ້າຍບິ່ງ ທີ່ມີຜົນງານດີເດັ່ນປະກອບສ່ວນສຳຄັນເຂົ້າໃນການ ຄຸ້ມຄອງ ແລະ ກໍ່ສ້າງບຸກຄະລາກອນການແພດ ໃຫ້ແກ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບແຕ່ປີ 1969 ເປັນຕົ້ນມາ ຊຶ່ງຕະຫຼອດໄລຍະ 54 ປີ ຜ່ານມາ ນອກຈາກມີຜົນງານຊ່ວຍສ້າງຊັບພະຍາກອນມະນຸດທາງ ດ້ານການແພດແລ້ວ ຍັງຕັ້ງໜ້າປະກອບສ່ວນ ແລະ ເສີມຂະຫຍາຍສາຍພົວພັນລວມຂອງສອງປະເທດ ເວົ້າລວມ, ເວົ້າສະເພາະແຂວງຖ້າຍບີງ ແລະ ສປປ ລາວ ຕະຫຼອດມາ.

ໃນພິທີດັ່ງກ່າວ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ຕາງໜ້າໃຫ້ແກ່ພັກ, ລັດຖະບານແຫ່ງ ສປປ ລາວ ປະດັບ ຫຼຽນໄຊໃຫ້ ກົມກອງລວມໝູ່ ຈຳນວນ 1 ຫຼຽນ ແລະ ບຸກຄົນ ຈຳນວນ 16 ຫຼຽນ ຄື: ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ ມະຫາວິທະຍາໄລແພດສາດຖ້າຍບິງ, ຫຼຽນໄຊແຮງງານຊັ້ນ III ໃຫ້ ຈຳນວນ 2 ສະຫາຍ, ຫຼຽນໄຊ ມິດຕະພາບ ໃຫ້ ຈຳນວນ 3 ສະຫາຍ, ຫຼຽນກາມິດຕະພາບ ໃຫ້ ຈຳນວນ 5 ສະຫາຍ, ປະດັບຫຼຽນກາແຮງງານໃຫ້ ຈຳນວນ 6 ສະຫາຍ ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານ ກໍ່ສ້າງບຸກຄະລາກອນການແພດ ໃຫ້ແກ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ໂອກາດນີ້, ສະຫາຍ ຮສ.ປອ. ຫງວຽນ ກວກ ຕ່ຽນ, ເລຂາພັກ ປະທານສະພາບໍລິຫານ ມະຫາວິທະຍາໄລ ແພດສາດ ຖາຍບິ່ງ ກໍໄດ້ສະແດງຄວາມຂອບໃຈມາຍັງພັກ, ລັດ, ແລະ ປະຊາຊົນລາວ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ ແລະ ຄຽງບ່າຄຽງໄຫຼ່ກັບ ພັກ, ລັດ, ແລະ ປະຊາຊົນຫວຽດນາມຕະຫຼອດມາ, ນີ້ກໍເປັນການຢັ້ງຢືນອີກເທື່ອໜຶ່ງທີ່ພັກ, ລັດ, ແລະ ປະຊາຊົນລາວໄດ້ມີຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຕໍ່ ມະຫາວິທະຍາໄລ ແພດສາດ ຖ້າຍບິງ, ໃນການກໍ່ສ້າງຊັບພະຍາກອນມະນຸດ, ທັງເປັນການປຸກລະດົມ ແລະ ໃຫ້ກຳລັງໃຈຕໍ່ ມະຫາວິທະຍາໄລ ແພດສາດຖ້າຍບິງ ພວກຂ້າພະເຈົ້າສືບຕໍ່ປະຕິບັດໜ້າທີ່ອັນສູງສົ່ງດັ່ງກ່າວໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນເລື້ອຍໆ.

ພ້ອມດຽວກັນນັ້ນ, ນອກຈາກຮ່ວມພິທີມອບຫຼຽນໄຊ, ຫຼຽນກາ ແລ້ວ ສະຫາຍເອກອັກຄະລັດຖະທູດ ຍັງໄດ້ຮ່ວມພິທີຮັບໃບປະກາດຂອງນັກສຶກສາລາວ ແລະ ກຳປູເຈຍ ທີ່ຈົບສົກສຶກສາ 2022-2023 ຈຳນວນ 72 ຄົນ, ໃນນັ້ນ ມີ ນັກສຶກສາລາວ ຈໍານວນ 55 ຄົນ, ມີຜູ້ໄດ້ຄະແນນດີ 4 ຄົນ ທີ່ຈົບຂະແໜງການແພດ ຈາກມະຫາວິທະຍາ ໄລດັ່ງກ່າວ.

ຂ່າວ, ພາບ :ສະຖານທູດລາວທີ່ຮ່າໂນ້ຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version