Home ຂ່າວພາຍໃນ ແຂວງຈຳປາສັກ ແລະ ເທື່ອທຽນເຫວ້ ຮັດແໜ້ນການຮ່ວມມື

ແຂວງຈຳປາສັກ ແລະ ເທື່ອທຽນເຫວ້ ຮັດແໜ້ນການຮ່ວມມື

0

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ການນຳແຂວງຈຳປາສັກ, ເຊິ່ງນຳໂດຍ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ເຈົ້າແຂວງຈຳປາສັກ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະ ການນຳແຂວງເທື່ອທຽນເຫວ້ ສສ ຫວຽດນາມ ໃນວັນທີ 26 ມິຖຸນາ 2023 ໂດຍການຕ້ອນຮັບອັນອົບອຸ່ນຂອງ ທ່ານ ເລ ເຈຶອງ ລິວ ກຳມະການສູນກາງພັກກອມມູນິດຫວຽດນາມ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຜູ້ແທນສະພາ ແຫ່ງຊາດແຂວງເທື່ອທຽນເຫວ້ ພ້ອມດ້ວຍຄະນະ.

ໃນການພົບປະນີ້, ຫົວໜ້າຄະນະຜູ້ແທນຂອງສອງຝ່າຍ ໄດ້ມີຄຳເຫັນ ໂດຍໄດ້ແຈ້ງໃຫ້ຊາບສະພາບໂດຍລວມ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ຕີລາຄາຄືນ ບັນດາໝາກຜົນການຮ່ວມມື ສອງຝ່າຍໃນໄລຍະຜ່ານມາ, ພ້ອມກັນນັ້ນ ກໍໄດ້ແລກປ່ຽນ ບາງຄຳເຫັນສຳຄັນ ສຳລັບທິດທາງການຮ່ວມມື ລະຫວ່າງແຂວງຈຳປາສັກ ກັບແຂວງເທື່ອທຽນເຫວ້ ໄລຍະ 2022-2026 ຈະໄດ້ສືບຕໍ່ການຮ່ວມມືດ້ານການເມືອງ, ການສຶກສາ, ການຮ່ວມມືທາງດ້ານເສດຖະກິດ ແມ່ນຈະໄດ້ສົ່ງເສີມດ້ານການຄົມມະນາຄົມ ບໍລິການ ຂົນສົ່ງໂລຈິສຕິກ, ທ່າກ່ຳປັ່ນນ້ຳເລິກ ແລະ ການຮ່ວມມືວຽກງານວັດທະນະທຳ ຕິດພັນກັບການທ່ອງທ່ຽວ ເພື່ອໃຫ້ການຮ່ວມມືດັ່ງກ່າວ ໄດ້ຈັດຕັ້ງປະຕິບັດແຕກດອກອອກຜົນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ໂອກາດດັ່ງກ່າວ, ທ່ານເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຂອບໃຈ ຄະນະພັກ, ຄະນະກຳມະການປະຊາຊົນ ແຂວງເທື່ອທຽນເຫ້ວ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ສະໜິດສະໜົມ ແລະ ຍັງຕີລາຄາສູງຕໍ່ການພົບປະ ເຮັດວຽກສອງຝ່າຍໃນຄັ້ງນີ້ ເຊິ່ງໄດ້ເປັນຂີດໝາຍອັນສຳຄັນ ແລະ ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ແລະ ແຂວງເທື່ອທຽນເຫວ້ ໃຫ້ນັບມື້ພັດທະນາຂຶ້ນກວ່າເກົ່າ.

ໃນໂອກາດເຄື່ອນໄຫວຢ້ຽມຢາມແຂວງເທື່ອທຽນເຫວ້ ສສ ຫວຽດນາມ, ທ່ານເຈົ້າແຂວງຈຳປາສັກ ແລະ ຄະນະ ຍັງໄດ້ຢ້ຽມຢາມ ເບິ່ງພື້ນຖານເສດຖະກິດ ທ່າກຳປັ່ນນ້ຳເລິກ, ທ່ຽວຊົມພະຣາຊະວັງເຫວ້ ທີ່ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດ ທີ່ມີຊື່ສຽງຂອງ ແຂວງເທື່ອທຽນເຫວ້ ກໍຄື ຂອງປະເທດຫວຽດນາມ.

ຂ່າວ: ທັດຊະນະ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version