Home ຂ່າວພາຍໃນ ປະເມີນຜົນໄລຍະສຸດທ້າຍໂຄງການ MaWaSU2-ວາງແຜນລະອຽດໂຄງການ MaWaSU3

ປະເມີນຜົນໄລຍະສຸດທ້າຍໂຄງການ MaWaSU2-ວາງແຜນລະອຽດໂຄງການ MaWaSU3

0

ໂຄງການ MaWaSU2 (ໂຄງການ 5 ປີ ເລີ່ມແຕ່ພຶດສະພາ 2018-ພຶດສະພາ 2023) ແມ່ນໂຄງການຮ່ວມມືດ້ານເຕັກນິກ-ວິຊາການ ທີ່ໄດ້ຮັບການສະ ໜັບສະໜູນຈາກອົງການ JICA ມີເປົ້າໝາຍເພື່ອສ້າງຄວາມເຂັ້ມແຂງໃຫ້ ຂະແໜງນໍ້າປະປາ ໂດຍການສ້າງຄວາມເຂັ້ມແຂງດ້ານລະບົບການຄຸ້ມຄອງ ຂອງພາກລັດ ແລະ ຄວາມສາມາດດຳເນີນງານຂອງລັດວິສາຫະກິດນໍ້າປະ ປາ ໂຄງການ MaWaSU2 ປະກອບດ້ວຍ 4 ຜົນໄດ້ຮັບຫຼັກ ຄື: ສ້າງຄວາມ ເຂັ້ມແຂງໃຫ້ການຈັດຕັ້ງ (ຄວາມໂປ່ງໃສ ຄວາມຮັບຜິດຊອບຕໍ່ໜ້າທີ່ ແລະ ການຄຸ້ມຄອງ (TAG)) ຂອງຂະແໜງນໍ້າປະປາ ໃນການຄຸ້ມຄອງວຽກງານນໍ້າ ປະປາ ຍົກລະດັບຄວາມສາມາດໃຫ້ລັດວິສາຫະກິດນໍ້າປະປາ ໃນການສ້າງ ແຜນການ ການຈັດຕັ້ງປະຕິບັດ ການຕິດຕາມ ແລະ ການປະເມີນຜົນ ໂຄງການນໍ້າປະປາ ຄົ້ນຄວ້າສ້າງມາດຕະຖານເຕັກນິກສໍາລັບວຽກງານນໍ້າ ປະປາ ແລະ ຍົກລະດັບຄວາມສາມາດການດໍາເນີນງານທີ່ຈໍາເປັນໃຫ້ລັດວິ ສາຫະກິດນໍ້າປະປາ ໃນການຈັດຕັ້ງປະຕິບັດວຽກງານນໍ້າປະປາ.

ການປະເມີນຜົນໄລຍະສຸດທ້າຍຂອງໂຄງການ MaWaSU2 ໄດ້ຈັດຕັ້ງປະຕິ ບັດແຕ່ວັນທີ 23 ພຶດສະພາ-7 ມິຖຸນາ 2023 ເຊິ່ງການປະເມີນຜົນດັ່ງກ່າວ ໂດຍພື້ນຖານຈະຈັດຕັ້ງປະຕິບັດຮ່ວມກັນລະຫວ່າງຝ່າຍລາວ ແລະ ຝ່າຍຍີ່ ປຸ່ນ ປະມານ 6 ເດືອນ ກ່ອນສິ້ນສຸດໂຄງການ ເພື່ອທົບທວນຄືນຜົນສຳເລັດ ຂອງແຕ່ລະຜົນໄດ້ຮັບ ແລະ ຈຸດປະສົງຂອງໂຄງການ ໂດຍອີງໃສ່ຕົວຊີ້ວັດ ທີ່ໄດ້ກໍານົດໄວ້ໃນ PDM ແລະ 6 ເກນການປະເມີນຜົນ ໂດຍເຄືອຂ່າຍອົງ ການສໍາລັບການຮ່ວມດໍາເນີນງານ ແລະ ພັດທະນາດ້ານເສດຖະກິດ (OECD) ແລະ ຄະນະກຳມະການຊ່ວຍເຫຼືອດ້ານການພັດທະນາ (DAC) ກ່ຽວກັບການປະເມີນຜົນການພັດທະນາ ແລະ ການຢັ້ງຢືນແຜນການ ເຄື່ອນໄຫວກິດຈະກຳຈົນຮອດສິ້ນສຸດໂຄງການ ເພື່ອໃຫ້ບັນລຸຈຸດປະສົງ ຂອງໂຄງການ ຄະນະປະເມີນຜົນຮ່ວມ (ຝ່າຍລາວ ແລະ ຝ່າຍຍີ່ປຸ່ນ) ໄດ້ລາຍ ງານຜົນການປະເມີນຜົນໄລຍະສຸດທ້າຍຂອງໂຄງການໃນກອງປະຊຸມຄະນະຊີ້ນໍາໂຄງການ (JCC) ຄັ້ງທີ 5 ໃນວັນທີ 8 ມິຖຸນາ ຜ່ານມາ ໂດຍລະບຸວ່າຜົນ ໄດ້ຮັບສ່ວນຫຼາຍສາມາດບັນລຸຕາມເປົ້າໝາຍ ແລະ ສະຫຼຸບຕີລາຄາສູງສໍາ ລັບໂຄງການ MaWaSU2.

ການວາງແຜນລະອຽດສຳລັບໂຄງການ MaWaSU3 ໄດ້ຈັດຕັ້ງປະຕິບັດ ແຕ່ວັນທີ 8-21 ມິຖຸນາ 2023 ໂດຍອີງຕາມຜົນສໍາເລັດຂອງໂຄງການ MaWaSU2 ເຊິ່ງໂຄງການ MaWaSU3 ມີເປົ້າໝາຍແນໃສ່ປັບປຸງການຈັດ ຕັ້ງປະຕິບັດຕາມກົດໝາຍ ແລະ ລະບຽບການຂອງຂະແໜງນ້ຳປະປາ ປັບປຸງດ້ານການວາງແຜນພັດ ທະນາລະບົບໂຄງລ່າງນໍ້າປະປາລະຫວ່າງ ພະແນກໂຍທາທິການ ແລະ ຂົນສົ່ງ ແລະ ລັດວິສາຫະກິດນໍ້າປະປາແຂວງ ສ້າງຕັ້ງກົນໄກການພັດທະນາບຸກຄະ ລາກອນແບບຍືນຍົງສຳລັບຜູ້ດຳ ເນີນທຸລະກິດນໍ້າປະປາ ລວມທັງລັດວິສາຫະກິດນໍ້າປະປາ ໄລຍະ 4 ປີຂອງ ໂຄງການ (2024-2027).

ພິທີລົງນາມບົດບັນທຶກກອງປະຊຸມການວາງແຜນລະອຽດຂອງໂຄງການ MaWaSU3 ຈັດຂຶ້ນວັນທີ 21 ມິຖຸນາ 2023 ຢູ່ນະຄອນຫຼວງວຽງຈັນ ເຊິ່ງລົງ ນາມໂດຍທ່ານ ສົມປອງ ສິດທິວົງ ຫົວໜ້າກົມນໍ້າປະປາ ກະຊວງໂຍທາທິ ການ ແລະ ຂົນສົ່ງ ແລະ ທ່ານ ມາຊະໂຕະ ມິຢະງະວະ ຫົວໜ້າທີມວາງແຜນ ລະອຽດໂຄງການ MaWaSU3 (JICA) ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

……………………………………

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version