Home ສຶກສາ ທົ່ວ ນວ ມີນັກຮຽນເຂົ້າສອບເສັງຈົບຊັ້ນ ມ7 ທັງໝົດ 9 ພັນກວ່າຄົນ

ທົ່ວ ນວ ມີນັກຮຽນເຂົ້າສອບເສັງຈົບຊັ້ນ ມ7 ທັງໝົດ 9 ພັນກວ່າຄົນ

0

ທົ່ວ ນະຄອນຫຼວງວຽງຈັນ (ນວ) ມີນັກຮຽນສອບເສັງຈົບຊັ້ນ ມ 7 ໃນສົກປີ 2022-2023 ທັງໝົດ 9.000 ກວ່າຄົນ ຈາກໂຮງຮຽນ 100 ກວ່າແຫ່ງ ເຊິ່ງໄດ້ ກໍານົດສູນສອບເສັງເຖິງ 22 ແຫ່ງ. ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະ ຄອນຫຼວງວຽງຈັນ ໄດ້ລົງຢ້ຽມຢາມສູນສອບເສັງຈົບຊັ້ນ ມ 7 ຢູ່ທີ່ ໂຮງຮຽນ ມັດທະຍົມສົມບູນສຶກສາໜອງບອນ ໃນວັນທີ 22 ກໍລະກົດ 2023 ທ່ານໄດ້ ໃຫ້ສຳພາດວ່າ: ການສອບຈົບຊັ້ນ ມ7 ໃນນະຄອນຫຼວງວຽງຈັນ ເຊິ່ງມີທັງ ໝົດ 22 ສູນສອບເສັງ ມີ 108 ໂຮງຮຽນ ມີນັກສອບເສັງທັງໝົດ 9.456 ຄົນ ໃນໄລຍະການສອບເສັງເຫັນວ່າສະພາບການມີຄວາມສະຫງົບເປັນລະບຽບ ຮຽບຮ້ອຍ ອະນຸກໍາມະການຮັບຜິດຊອບທຸກພາກສ່ວນໄດ້ມີຄວາມຮັບຜິດ ຊອບສູງ ປະຕິບັດຕາມກົດລະບຽບທີ່ກະຊວງສຶກສາທິການ ແລະ ກີລາ ກໍາ ນົດໃຫ້ຢ່າງເຂັ້ມງວດ ສະນັ້ນເຫັນວ່າການສອບເສັງຈະບັນລຸໄປໄດ້ດີ ເຊື່ອໝັ້ນຕໍ່ອະນຸກໍາມະການທຸກພາກສ່ວນ ການນໍາຈາກກະຊວງສຶກສາທິການ ແລະ ກີລາ ການນໍາຈາກນະຄອນຫຼວງວຽງຈັນ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ລົງຊຸກຍູ້ຕິດຕາມເຮັດໃຫ້ທິດຊີ້ນໍາ ແລະ ໂອ້ລົມຕໍ່ ຄະນະສອບເສັງທົ່ວນະຄອນຫຼວງວຽງຈັນ ເຫັນວ່າມີຄວາມອຸ່ນອ່ຽນທຸ່ນທ່ຽງໃນການເຮັດໜ້າທີ່ຂອງຕົນເອງໄດ້ດີເທົ່າທີ່ຄວນ.

ສຳລັບສູນສອບເສັງມັດທະຍົມສົມບູນສຶກສາ ໜອງບອນ ທ່ານ ນາງ ແສງ ພະຈັນ ພິມມະຈັກ ຜູ້ອໍານວຍການໂຮງຮຽນ ມສ ໜອງບອນ ໃຫ້ສໍາພາດ ຕື່ມອີກວ່າ: ສູນສອບເສັງໂຮງຮຽນ ມັດທະ ຍົມສົມບູນສຶກສາໜອງບອນ ມີຫ້ອງສອບເສັງທັງໝົດ 22 ຫ້ອງ ມີຈໍາ ນວນນັກສອບເສັງ 457 ຄົນ ຍິງ 255 ຄົນ ທີ່ມາຈາກ 7 ໂຮງຮຽນ ຫ້ອງ ສອບເສັງ 1 ຫ້ອງບັນຈຸນັກສອບເສັງ 20-21 ຄົນ ແລະ ມີຄະນະກໍາມະການ ຍາມຫ້ອງເສັງ 2 ຄົນຕໍ່ຫ້ອງ ເຊິ່ງການສອບເສັງໃນສູນໄລຍະຜ່ານມາຜົນການສອບເສັງຂອງນ້ອງນັກຮຽນໄດ້ຕາມລະດັບຄາດໝາຍ 100% ສະເພາະປີນີ້ກໍຈະໃຫ້ໄດ້ 100% ເຊັ່ນກັນ. ສ່ວນການສອບເສັງຈົບຊັ້ນ ມ7 ໄດ້ເປັນເອກະພາບກັນທົ່ວປະເທດ ວັນທີ 21-23 ມິຖຸນາ 2023 ປະກອບມີວິຊາຄະນິດສາດ ພາສາລາວ-ວັນນະຄະດີ ກຸ່ມວິທະຍາສາດທໍາມະຊາດກຸ່ມວິທະຍາສາດສັງຄົມ ແລະ ວິຊາພາສາອັງກິດ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version