Home ຂ່າວພາຍໃນ ສະຫວັນນະເຂດ – ຄຳມ່ວນ ໄດ້ຮັບການຍົກລະດັບວຽກງານຕ້ານການສໍ້ລາດບັງຫຼວງ ໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ

ສະຫວັນນະເຂດ – ຄຳມ່ວນ ໄດ້ຮັບການຍົກລະດັບວຽກງານຕ້ານການສໍ້ລາດບັງຫຼວງ ໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ

0

ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຮ່ວມກັບອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ໄດ້ຈັດຊຸດຝຶກອົບຮົມວຽກງານຕ້ານການສໍ້ລາດບັງຫຼວງໃນຫົວຂໍ້: ຕ້ານການສໍ້ລາດບັງຫຼວງໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ ປະຈຳປີ 2023 ຂຶ້ນ ໃນລະຫວ່າງວັນທີ 20-23 ມິຖຸນາ ນີ້ ທີ່ໂຮງແຮມດາວສະຫວັນ ແຂວງສະຫວັນນະເຂດ. ໂດຍການເປັນປະທານຂອງ ທ່ານ ດາວບົວລະພາ ບາວົງເພັດ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ທ່ານ ລຳທອງ ຂອບສີລາວົງ ປະທານກວດກາພັກ-ລັດແຂວງສະຫວັນນະເຂດ, ທ່ານ ນິຊານີ ວົງບາ ເຈົ້າໜ້າທີ່ຕ້ານການສໍ້ລາດບັງຫຼວງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ ປະຈຳພາກພື້ນຣາຊະອານາຈັກໄທ, ມີຜູ້ຊ່ຽວຊານຕ້ານການສໍ້ລາດບັງຫຼວງອົງການ UNODC ພ້ອມດ້ວຍພະນັກງານທີ່ເຮັດວຽກກວດກາລັດຂອງແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ດາວບົວລະພາ ບາວົງເພັດ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ບົດຮຽນອັນໃໝ່ ແລະ ປະສົບການຕົວຈິງຈາກບັນດາຄູ-ອາຈານທັງພາຍໃນ ແລະ ຕ່າງປະທດ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານສືບສວນ-ສອບສວນຄະດີສໍ້ລາດບັງຫຼວງ ໂດຍສະເພາະແມ່ນການຕ້ານການສໍ້ລາດບັງຫຼວງໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ ເພື່ອເຮັດໃຫ້ການສໍ້ລາດບັງຫຼວງໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງຫຼຸດໜ້ອຍຖອຍລົງ ແລະ ໝົດໄປຈາກສັງຄົມ ເປັນການເພີ່ມທ່າແຮງໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ກໍຮຽກຮ້ອງມາຍັງບັນດາສໍາມະນາກອນ ຈົ່ງສຸມທຸກສະຕິປັນຍາ ຮໍ່າຮຽນເອົາຄວາມຮູ້ທາງດ້ານທິດສະດີ, ປະສົບການຕົວຈິງ ກ່ຽວກັບວຽກງານດັ່ງກ່າວຈາກບັນດາຄູ-ອາຈານ ເພື່ອນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມເງື່ອນໄຂຕົວຈິງຂອງແຕ່ລະພາກສ່ວນ.

ບົດຮຽນທີ່ນໍາມາຝຶກອົບຮົມໃນຄັ້ງນີ້ ປະກອບມີ: ການສືບສວນ-ສອບສວນທາງການເງິນ, ການສືບສວນ – ສອບສວນ ບັນດາບໍລິສັດ ແລະ ກອງທຶນ, ການສົມຍອມການສະເໜີລາຄາຈັດຊື້-ຈັດຈ້າງທາງພາກລັດ, ການຕ້ານການສໍ້ລາດບັງຫຼວງໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ ລວມມີການກວດສອບການປະຕິບັດໂຄງການ ແລະ ການປະເມີນໂຄງການ, ການກວດຫາການສໍ້ໂກງ, ການສໍ້ລາດບັງຫຼວງໃນໄລຍະການປະຕິບັດໂຄງການ ແລະ ຮູບແບບການສໍ້ໂກງ, ວິທີການ ແລະ ບາດກ້າວສຳລັບການແກ້ໄຂການສໍ້ໂກງພາຍໃນໂຄງການ, ວິທີການສຳລັບການເກັບກູ້ຊັບສິນຄືນຈາກການສໍ້ລາດບັງຫຼວງພາຍໃນໂຄງການ ໃນກໍລະນີມີການນຳໃຊ້ຊັບສິນໄປໃນທາງທີ່ບໍ່ຖືກຕ້ອງ ເພື່ອຜົນປະໂຫຍດສ່ວນຕົວ ຫຼື ການນຳໃຊ້ແຫຼ່ງຊັບພະຍາກອນໃນແນວທາງອື່ນ (ບໍ່ຖືກຕ້ອງ ແລະ ເໝາະສົມ) ທັງພາຍໃນ ແລະ ຕ່າງປະເທດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານສືບສວນ-ສອບສວນຄະດີການສໍ້ລາດບັງຫຼວງ.

ຂ່າວ-ພາບ: ສະຫວັນນະເຂດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version