Home ຂ່າວພາຍໃນ ສະພາປະຊາຊົນແຂວງຜົ້ງສາລີ ເປີດບັ້ນແຂ່ງຂັນຮັກຊາດແລະພັດທະນາ

ສະພາປະຊາຊົນແຂວງຜົ້ງສາລີ ເປີດບັ້ນແຂ່ງຂັນຮັກຊາດແລະພັດທະນາ

0

ພິີທີເປີດບັ້ນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງສະພາປະຊາຊົນແຂວງຜົ້ງສາລີໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ ຜ່ານມາ ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ພາຍໃຕ້ຄຳຂວັນ “4 ເຂັ້ມແຂງ 3 ຮັບປະກັນ” ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຮອງປະທານຄະນະກໍາມະການ, ເລຂາ, ຮອງເລຂາທິການ ແລະ ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ພອນສະຫວັນ ສັກຕິຄຸນ ເລຂາທິການສະພາປະຊາຊົນແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄລຍະປີ 2016 – 2020 ແລະ ທິດທາງແຜນການ ໄລຍະປີ 2021 -2025 ຂອງສະພາປະຊາຊົນແຂວງ; ຜ່ານແຜນການເປີດຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ພາຍໃຕ້ຄໍາຂວັນ “4 ເຂັ້ມແຂງ 3 ຮັບປະກັນ” ໄລຍະ 5 ປີ (2021 -2025) ຂອງສະພາປະຊາຊົນແຂວງ. ປັດຈຸບັນສະພາປະຊາຊົນແຂວງ ປະກອບມີ 3 ຄະນະກໍາມະການ, 1 ຄະນະເລຂາທິການ ສະພາປະຊາຊົນແຂວງ ແລະ ມີ 10 ຂະແໜງເສນາທິການ, ມີພະນັກງານ-ລັດຖະກອນ ທັງໝົດ 53 ທ່ານ ຍິງ 20 ທ່ານ, ການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ຂອງສະພາປະຊາຊົນແຂວງ ແຕ່ປີ 2016-2020, ຄະນະນໍາສະພາປະຊາຊົນແຂວງ ກໍໄດ້ປຸກລະດົມ, ຊຸກຍູ້, ຕິດຕາມຂະບວນແຂ່ງຂັນເປັນແຕ່ລະໄລຍະ ໂດຍຜ່ານຂະບວນການຂອງວຽກງານຕົວຈິງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ. ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງສາມາດຄັດເລືອກໄດ້ຜົນງານ ການຍ້ອງຍໍ ກົມກອງ ແລະ ບຸກຄົນດີເດັ່ນໃນແຕ່ລະປີ ກວມ 80% ຂຶ້ນໄປ. ສຳລັບທິດທາງແຜນການໃນຕໍ່ໜ້າ ບັນດາຄະນະກໍາມະການ ແລະ ຄະນະເລຂາທິການ ສະພາປະຊາຊົນແຂວງ ຕ້ອງເອົາໃຈໃສ່ປະຕິບັດພາລະບົດບາດການເປັນເສນາທິການທາງດ້ານວຽກງານນິຕິກໍາ, ການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ແລະ ວຽກງານຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດ ໝາຍ ແລະ ນິຕິກໍາໃຕ້ກົດໝາຍທັງເປັນເຈົ້າການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຕິດພັນກັບເນື້ອໃນຂໍ້ແຂ່ງຂັນ “4 ເຂັ້ມແຂງ 3 ຮັບປະກັນ” ຂອງສະພາປະຊາຊົນແຂວງ ຄື: ເຂັ້ມແຂງດ້ານວຽກງານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານແບບແຜນການນໍາພາ, ເຂັ້ມແຂງທາງດ້ານວຽກງານວິຊາສະເພາະ, ເຂັ້ມແຂງທາງດ້ານການພົວພັນຮ່ວມມືກັບຕ່າງປະເທດ ແລະ ຮັບປະກັນອຸດົມການຂອງພັກ, ຮັບປະກັນລະບຽບກົດໝາຍ, ຮັບປະກັນອົງການອໍານາດລັດຂັ້ນທ້ອງຖິ່ນ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ທີ່ໄດ້ກໍານົດໄວ້ໃນແຜນການແຂ່ງຂັນ 5 ປີ (2021-2025) ຂອງສະພາປະຊາຊົນແຂວງ (ຄາດໝາຍໃຫ້ບັນລຸ 80% ຂຶ້ນໄປ).

ພ້ອມກັນນັ້ນ, ບັນດາຜູ້ເຂົ້າຮ່ວມ ກໍໄດ້ປະກອບຄໍາຄິດຄໍາເຫັນຕໍ່ແຜນການເປີດຂໍ້ແຂ່ງຂັນດັ່ງກ່າວ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ຖືກຕ້ອງ, ຮັດກຸມ ເພື່ອສາມາດຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້ ແລະ ເລືອກໃຫ້ເຫັນຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນວຽກງານດ້ານຕ່າງໆ ແລະ ໄດ້ຮັບການຍ້ອງຍໍຕາມລະດັບຂັ້ນຢ່າງສົມເຫດສົມຜົນ.

ໂອກາດດັ່ງກ່າວ ທ່ານປະທານສະພາປະຊາຊົນແຂວງ ກໍໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍສະເພາະແມ່ນຕ້ອງກໍາແໜ້ນຈຸດປະສົງ, ຄາດໝາຍ ແລະ ເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງສະພາປະຊາຊົນແຂວງ ໃຫ້ເລິກເຊິ່ງ ແລະ ໃຫ້ບັນລຸຕາມ 4 ເຂັ້ມແຂງ (ເຂັ້ມແຂງ ທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງ ທາງດ້ານແບບແຜນນໍາພາ, ເຂັ້ມແຂງທາງດ້ານວຽກງານວິຊາສະເພາະ, ເຂັ້ມແຂງ ທາງດ້ານການຮ່ວມມືກັບປະເທດໃກ້ຄຽງ), 3 ຮັບປະກັນ (ຮັບປະກັນອຸດົມການຂອງພັກ, ຮັບປະກັນ ລະບຽບກົດໝາຍ, ຮັບປະກັນ ອົງການອຳນັດລັດຂັ້ນທ້ອງຖິ່ນ), ສືບຕໍ່ປຸກລະດົມພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງ ພ້ອມກັນອອກແຮງແຂ່ງຂັນກັນຢ່າງຕັ້ງໜ້າໃນການສ້າງຂະບວນການແຂ່ງຂັນ-ຍ້ອງຍໍໃຫ້ຟົດຟື້ນແຂງແຮງ ພາຍໃຕ້ຄໍາຂັວນ: “ຮັກຊາດ ແລະ ພັດທະນາ” ຖືເອົາການແຂ່ງຂັນຈຸດໝາຍລວມ 4 ເນື້ອໃນ 4 ຄາດໝາຍ ແລະ ບັນດາຄາດ ໝາຍສູ້ຊົນທີ່ພັກ-ລັດ ວາງອອກຕິດພັນກັບການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງ; ຕ້ອງສືບຕໍ່ປ່ຽນແປງຕົນເອງ ຢ່າງບໍ່ຢຸດຢັ້ງ ຕາມຈິດໃຈ 4 ບຸກທະລຸ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການຍົກສູງຄວາມສາມາດ ແລະ ຄຸນນະພາບການນໍາພາ ຂອງພັກ ກໍຄືຂອງຄະນະພັກແຕ່ລະຂັ້ນໃນໄລຍະໃໝ່, ນໍາພາຈັດຕັ້ງຜັນຂະຫຍາຍວຽກງານແຂ່ງຂັນ, ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ຕາມ 4 ເຂັ້ມແຂງ 3 ຮັບປະກັນ ໃຫ້ປະກົດຜົນເປັນຈິງ.

(ຂ່າວ-ພາບ: ແສງຄຳ ສາລີວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version