Saturday, May 18, 2024
Homeຂ່າວຕ່າງປະເທດບໍລິຄໍາໄຊ-ບຶງການ ເພີ່ມທະວີຮັດແໜ້ນສາຍພົວພັນລາວ-ໄທ

ບໍລິຄໍາໄຊ-ບຶງການ ເພີ່ມທະວີຮັດແໜ້ນສາຍພົວພັນລາວ-ໄທ

ໃນຕອນເຊົ້າວັນທີ 21 ມິຖຸນາ 2023, ທີ່ໂຮງແຮມເດິວັນ ຈັງຫວັດບຶງການ ປະເທດໄທ ໄດ້ຈັດພິທີໄຂຊຸດຝືກອົບຮົມໂຄງການພັດທະນາສີມືແຮງງານ (ລາວ-ກໍາປູເຈຍ-ມຽນມາ) ປະຈໍາປີ 2023 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຮ່ວມເປີດພິທີດັ່ງກ່າວຂອງ ທ່ານ ອຸດົມ ວົງໄກສອນ ຫົວໜ້າພະແນກການຕ່າງປະເທດ ໃນນາມຕາງໜ້າການນໍາແຂວງບໍລິຄໍາໄຊ, ສປປລາວ ແລະ ທ່ານ ອະນັນ ຈະຣຸງໂຣດລັດສະໝີ ຮອງຜູ້ວ່າຣາຊະການຈັງຫວັດບຶງການ ປະເທດໄທ ພ້ອມດ້ວຍຄະນະ ແລະ ແຂກຖືກເຊີນເຂົ້າຮ່ວມ; ພິທີດັ່ງກ່າວຈະໄດ້ດໍາເນີນແຕ່ວັນທີ 21-25 ມິຖຸນາ 2023 ຈຶ່ງຈະສໍາເລັດ.

ພິທີໄຂຊຸດຝືກອົບຮົມຄັ້ງນີ້້ ແມ່ນສຳນັກງານພັດທະນາສີມືແຮງງານ ຈັງຫວັດບຶງການ ໄດ້ຈັດຝືກອົບຮົມດ້ານສີມືແຮງງານໄລຍະສັ້ນໃຫ້ບຸກຄະລາກອນແຂວງບໍລິຄໍາໄຊ ຈໍານວນ 40 ຄົນ (ມີ 2 ສາຂາ ຄື: ສາຂາສ້ອມແປງລົດຍົນ ຈໍານວນ 20 ຄົນ ແລະ ສາຂາຊ່າງເຊື່ອມຈອດ ຈໍານວນ 20 ຄົນ). ເພື່ອເປັນການເພີ່ມທະວີຮັດແໜ້ນສາຍພົວພັນລາວ-ໄທ ກໍຄຶແຂວງບໍລິຄໍາໄຊ ແລະ ຈັງຫວັດບຶງການ. ພ້ອມນັ້ນ, ຍັງເປັນການສ້າງຄວາມເຂັ້ມແຂງຕໍ່ກັບວຽກງານການພັດທະນາບຸກຄະລາກອນສີມືແຮງງານຂອງແຂງບໍລິຄຳໄຊອີກດ້ວຍ.

Medialaos MMD

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments