Home ຂ່າວພາຍໃນ ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງກອງທຶນພັດທະນາບ້ານ

ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງກອງທຶນພັດທະນາບ້ານ

0

ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ກອງທຶນພັດທະນາ ແຂວງໄຊສົມບູນ ຈັດຝຶກອົບຮົມວຽກງານສ້າງຄວາມເຂັ້ມແຂງ ແລະ ການຄຸ້ມຄອງກອງທຶນພັດທະນາບ້ານ ໃຫ້ຄະນະກຳມະ ການກອງທຶນພັດທະນາ ບ້ານນ້ຳໂມ້ ແລະ ບ້ານນ້ຳຍອນ ເມືອງອະນຸວົງ ແຂວງໄຊສົມບູນ ເມື່ອບໍ່ດົນມານີ້ ໂດຍການເຂົ້າຮ່ວມຂອງ ທ່ານ ສຸກປະເສີດ ເສັນບັນດິດ ຫົວໜ້າຂະແໜງເຜີຍແຜ່ ແລະ ສ້າງຄວາມເຂັ້ມແຂງ ກອງທຶນພັດທະນາ ແຂວງໄຊສົມບູນ ມີນາຍບ້ານ, ຄະນະກຳມະການກອງທຶນທັງ 2 ບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້ ໄດ້ດຳເນີນເປັນເວລາ 3 ວັນ, ເຊິ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ຄວາມໝາຍ-ຄວາມສຳຄັນ, ຄຸນປະໂຫຍດ ແລະ ພັນທະຂອງກອງທຶນພັດທະນາບ້ານ, ພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບ ຂອງຄະນະກຳມະການພັດທະນາກອງທຶນບ້ານ, ໂຄງຮ່າງການຈັດຕັ້ງ, ການເຂົ້າເປັນສະມາຊິກ, ສິດ ແລະ ໜ້າທີ່ຂອງສະມາຊິກກອງທຶນພັດທະນາບ້ານ, ກອງປະຊຸມໃຫ່ຍ ແລະ ສັດສ່ວນການແບ່ງຜົນກຳໄລປະຈຳປີ, ນະໂຍບາຍການດຳເນີນງານຫລັກການ ແລະ ການຄຸ້ມຄອງການເງິນ, ບັນດາຂໍ້ຫ້າມຕ່າງໆ ການໃຊ້ມາດຕະການ ແລະ ການຍຸບເລີກກອງທຶນ.

ນອກນີ້ ຍັງໄດ້ຮຽນຮູ້ກ່ຽວກັບປະເພດຂອງບັນຊີ, ຄວາມໝາຍ-ຄວາມສຳຄັນຂອງບັນຊີ, ການເກັບຮັກສາແບບພິມບັນຊີ, ຂັ້ນຕອນການບັນທຶກ ແລະ ການປິດບັນຊີປະຈຳເດືອນ, ການບັນທຶກປຶ້ມປະຈຳຕົວສະມາຊິກ, ການບັນທຶກຄັງເງິນສົດ, ການບັນທຶກປຶ້ມເງິນຝາກ, ການບັນທຶກປຶ້ມເງິນກູ້, ການບັນທຶກປຶ້ມບັນຊີແຍກປະເພດ, ການບັນທຶກໃບລາຍງານຜົນໄດ້ຮັບ ແລະ ໃບດຸນດ່ຽງ.

ຂ່າວ: ແກ່ນຈັນ ທຳມະນີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version