Home ຂ່າວຕ່າງປະເທດ ສປ ຈີນ-ໄທ ຈະເພີ່ມທະວີການຮ່ວມມືຫລາຍດ້ານ

ສປ ຈີນ-ໄທ ຈະເພີ່ມທະວີການຮ່ວມມືຫລາຍດ້ານ

0

ສຳນັກ​ຂ່າວຊິນ​ຮວາ​ ຂອງ ສປ ຈີນ ເມື່ອບໍ່ດົນມານີ້ພາກສ່ວນຕິດຕາມຄຸ້ມຄອງຕະຫລາດຈີນ ເປີດເຜີຍວ່າ: ສປ ຈີນ ແລະ ໄທ ຈະເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ຄຸນນະພາບ ແລະ ມາດຕະຖານຂອງເຂົ້າສານໄທ, ການປະຕິບັດກົດໝາຍ ໃນດ້ານການປົກປ້ອງສິດຊັບສິນທາງປັນຍາ ແລະ ຂົງເຂດອື່ນໆ ເພື່ອຊຸກຍູ້ໃຫ້ສາຍພົວພັນ ເສດຖະກິດການຄ້າສອງຝ່າຍຂະຫຍາຍຕົວຫລາຍ​ຂຶ້ນ ​ໂດຍ​ສະ​ເພາະເຂົ້າຫອມໄທ ເປັນພືດເສດຖະກິດທີ່ສຳຄັນ​ເພື່ອ ສົ່ງອອກໄປຕ່າງປະເທດ​ ແລະ ສປ ຈີນ ​ເປັນຕະຫລາດ​ໃຫຍ່ສຳຄັນຂອງໄທ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version