Home ຂ່າວກິລາ ເປີດງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນພາຣາເກມ ທີ່ສະໜາມມໍຣະດົກ ເຕໂຊ ໃນນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ

ເປີດງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນພາຣາເກມ ທີ່ສະໜາມມໍຣະດົກ ເຕໂຊ ໃນນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ

0

ໃຫ້ກຽດເຂົ້າຮ່ວມໂດຍພະນະທ່ານ ສົມເດັດ ຮຸ່ນເຊນ ນາຍົກລັດຖະມົນຕີ ຣາຊະອານາຈັກ ກຳປູເຈຍ ແລະ ບັນດາການນຳຂັ້ນສູງຈາກບັນດາປະເທດໃນອາຊຽນ ໂດຍສະເພາະແມ່ນຕາງໜ້າສປປ ລາວແມ່ນທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການະາຣາແລມປິກແຫ່ງຊາດລາວ.

ນຳພານັກກິລາຄົນພິການລາວຍ່າງເຂົ້າສະໜາມແມ່ນທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ແລະ ເລຂາທິການ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ຫົວໜ້າຄະນະນຳພານັກກິລາຄົນພິການລາວ ພ້ອມດ້ວຍຄະນະ ແລະ ຮັບກຽດຖືທຸງຊາດລາວ ແມ່ນ ນາງ ລັດສະໝີ ສີປະເສີດ ນັກກິລາຍົກນໍ້າໜັກຄົນພິການທີມຊາດລາວ ເຈົ້າຂອງ 2 ຫລຽນເງິນ ອາຊຽນພາຣາເກມ ຄັ້ງທີ 11.

ງານກິລາອາຊຽນພາຣາເກມ ຄັ້ງນີ້ ມີຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ 2.692 ຄົນ ຈາກ 11 ຊາດໃນອາຊຽນ ສະເພາະ ສປປ ລາວ ສົ່ງເຂົ້າຮ່ວມ 89 ຄົນ, ຍິງ 36 ຄົນ ຮ່ວມແຂ່ງຂັນໃນ 7 ປະເພດກິລາ ຈາກທັງໝົດ 14 ປະເພດກິລາທີ່ເຈົ້າພາບບັນຈຸແຂ່ງຂັນຄື: ບານເຕະຄົນພິການຕາ (5 ຄົນ), ໂກນບານ, ບັອກເຊຍ, ບານບ້ວງລໍ້ເລື່ອນທີມຍິງ, ລອຍນໍ້າ, ຍົກນໍ້າໜັກ ແລະ ແລ່ນ-ລານ. ງານຄັ້ງນີ້ ຈະແຂ່ງຂັນໃນລະຫວ່າງວັນທີ 3-9 ມິຖຸນານີ້.

ເນື້ອໃນ : Lao Sport Media

ຮູບພາບ : Cambodia2023

#ວສລ#lnr#laonationalradio

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version